ຫລົງ ເປົາຈ້າຍ (Rong Bao Zhai ) ແມ່ນວິສາຫະກິດດ້ານວັດທະນະທໍາທີ່ກວ້າງຂວາງ ເຊີ່ງເຮັດການຕະຫຼາດດ້ານຮູບແຕ້ມ, ຮູບຂຽນແລະການປະດິດຕົວອັກສອນທີ່ເກົ່າແກ່ທີ່ສຸດຂອງຈີນ,ມີສໍານັກຕັ້ງຢູ່ຖະໜົນຊຽນເໝິນ ເລກທີ 127, ເມືອງ ສີເສິນ, ນະຄອນຫລວງປັກກິ່ງ. ເມື່ອກ່ອນມຊື່ວ່າ: Song Zhu Zhaiທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1672 (ປີທີ 11 ໃນສະໄໝການປົກຄອງຂອງລາດຊະວົງຊິງ,ເປັນຮ້ານຂາຍເຈ້ຍທີ່ມີຊື່ສຽງຢູ່ພາກໃຕ້ຂອງເຂດ Qianlong ໃນເວລານັ້ນ, ຈາກນັ້ນ ໃນປີ 1894 ໄດ້ສ້າງຕັ້ງສາຂາຊື່: ຫລົງ ເປົາຈ້າຍເຊີ່ງຫມາຍເຖິງ “ການສ້າງມິດກັບສິລະປະແລະຊື່ສຽງມີຄ່າທີ່ສຸດ”.ຕໍ່ມາ ໃນເດືອນຕຸລາ 1950 ໄດ້ເລີ່ມເຮັດທຸລະກິດດ້ວຍການຮ່ວມມືລະຫວ່າງລັດ ແລະ ເອກະຊົນ.
ຫລົງ ເປົາຈ້າຍມີອາຍຸຫຼາຍສະຕະວັດ ແລະ ໄດ້ຖືກລະບຸວ່າເປັນເຄື່ອງຫມາຍການຄ້າທີ່ມີຊື່ສຽງຂອງຈີນເຊີ່ງຢືນຢັນໂດຍກະຊວງການຄ້າຈີນ ແລະ ຖືກວາງໄວ້ໃນຊຸດທໍາອິດຂອງມໍລະດົກທາງວັດທະນະທໍາທີ່ບໍ່ເປັນວັດຖຸຂອງສະພາແຫ່ງລັດຈີນ, ຕໍ່ມາໃນປີ 2008 ໄດ້ຖືກວາງໄວ້ໃນຊຸດທີ 2. ໃນປີ 2008ຫລົງ ເປົາຈ້າຍໄດ້ເຂົ້າຮ່ວມງານສະແດງຢູ່ໃງານກິລາໂອແລັມປິກປັກກິ່ງທີ່ຈີນເປັນເຈົ້າພາບ ແລະ ໃນປີ 2010 ເຂົ້າຮ່ວມງານວາງສະແດງທີ່ ຊ່ຽງໄຮ້ດ້ວຍຜົນສໍາເລັດ.
ເປັນເວລາຫຼາຍທົດສະວັດໂດຍສະເພາະນັບຕັ້ງແຕ່ການສ້າງຕັ້ງຈີນໃຫມ່, ດ້ວຍການສະຫນັບສະຫນູນຈາກຫລາຍພາກສ່ວນ, ຫລົງ ເປົາຈ້າຍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງແລະໄດ້ປັບປຸງໂຄງສ້າງທີ່ຫລາກຫລາຍໂດຍເນັ້ນໃສ່ການແຕ້ມຮູບ ແລະ ຮູບຂຽນເຮັດໃຫ້ຫລົງ ເປົາຈ້າຍຢູ່ອັນດັບທໍາອິດໃນປະເທດທີ່ມີອິດທິພົນແລະຄວາມສາມາດໃນການແຂ່ງຂັນແຕ້ມຮູບໃນປະເທດຈີນໃນເມື່ອກ່ອນ.
ຫລົງ ເປົາຈ້າຍມີຊື່ສຽງດີໃນບັນດານັກແຕ້ມ, ຕະຫຼາດທີ່ຊື່ສັດແລະຜົນງານດ້ານສິລະປະທີ່ມີຄຸນນະພາບ, ເປັນທີ່ຮູ້ຈັກໃນນາມ “ບ້ານຂອງນັກແຕ້ມແລະນັກສິລະປະ”, ທັງໃຫ້ຄວາມສົນໃຈເປັນພິເສດຕໍ່ການເກັບກໍາ ແລະ ປົກປ້ອງສິລະປະຂອງຈີນ ໂດຍໄດ້ເກັບກໍາຜົນງານສິລະປະYuan, Ming ແລະ Qing ຫຼາຍພັນຮູບແລະໄດ້ຮັບກຽດເປັນ “ຫໍພິພິທະພັນນ້ອຍ”.
ຫລົງ ເປົາຈ້າຍມີເປົ້າໝາຍເພື່ອພັດທະນາວັດທະນະທໍາແບບເກົ່າ. ໃນຊຸມປີມໍ່ໆມານີ້ ແມ່ນໄດ້ຮັບຜົນສໍາເລັດຫລາຍຢ່າງໃນດ້ານສັງຄົມ ແລະ ເສດຖະກິດ ພາຍໃຕ້ການນໍາພາຂອງພະແນກໂຄສະນາຊວນເຊື່ອຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ກຸ່ມຈັດພິມປະເທດຈີນໂດຍໄດ້ຮັບການສະຫນັບສະຫນູນຈາກພາກສ່ວນຕ່າງໆ.
ຫລົງ ເປົາຈ້າຍມີຈຸດປະສົງເພື່ອພັດທະນາວັດທະນະທໍາແບບເກົ່າ. ໃນຊຸມປີມໍ່ໆມານີ້, ທ່ານ ຫລົງ ເປົາຈ້າຍໄດ້ຮັບຜົນດີທາງດ້ານສັງຄົມ ແລະ ເສດຖະກິດ ພາຍໃຕ້ການນໍາພາຂອງພະແນກໂຄສະນາຊວນເຊື່ອຂອງຄະນະກໍາມະການສູນກາງ CPC ແລະ ກຸ່ມຈັດພິມປະເທດຈີນ, ໂດຍໄດ້ຮັບການສະຫນັບສະຫນູນຈາກວົງການຕ່າງໆ.
ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 11 ຂອງຈີນ ຫລົງ ເປົາຈ້າຍໄດ້ ຂະຫຍາຍການລົງທຶນໃນອຸດສາຫະກໍາທີ່ກ່ຽວຂ້ອງແລະ ສ້າງຕັ້ງບໍລິສັດທີ່ເປັນສາຂາອີກຫລາຍບໍລິສັດເຮັດໃຫ້ກິດຈະການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຫລົງ ເປົາຈ້າຍແມ່ນວິສາຫະກິດດ້ານວັດທະນະທໍາທີ່ກວ້າງຂວາງ,ດັ່ງນັ້ນ ຜູ້ໃດໄດ້ມາທີ່ນະຄອນຫລວງປັກກິ່ງ ຄວນໄປສໍາຜັດ ເພາະຈະໄດ້ຮຽນຮູ້ຫລາຍຢ່າງທີ່ເປັນວັດທະນະທໍາແບບດັ່ງເດີມ ແລະ ສະໄໝໃໝ່ຂອງຈີນ ໂດຍຜ່ານບັນດາຮູບແຕ້ມ, ຮູບຂຽນ ແລະ ການປະດິດຕົວອັກສອນທີ່ຫລາກຫລາຍແລະ ເປັນທີ່ຍອມຮັບກັນຢ່າງກວ້າງຂວາງໃນປະເທດຈີນ.