ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ເມສາ ແມ່ນວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຫວຽດນາມເປັນໜຶ່ງດຽວ ເຊີ່ງມາຮອດປີນີ້ ຄົບຮອບ 47 ປີພໍດີ (30/4/1975-30/4/2022) ເມື່ອຫວນຄືນປະຫວັດສາດນັບແຕ່ທ້າຍສັດຕະວັດທີ XIX ຫາ ຕົ້ນສະຕະວັດທີ XX ທີ່ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຢຶດເອົາ 3 ຊາດອິນດູຈີນກາຍເປັນຫົວເມືອງຂຶ້ນ, ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ປະທານ ໂຮ່ຈີ່ມິງ, ປະຊາຊົນຫວຽດນາມ ໄດ້ລຸກຮືຂຶ້ນຕໍ່ສູ້ຈົນສາມາດຂຶ້ນຢຶດອໍານາດ ແລະ ປະ ກາດເອກະລາດໃນວັນທີ 2 ກັນຍາ ປີ 1945, ແຕ່ມາຮອດ ປີ 1946 ພວກຈັກ ກະພັດຝຣັ່ງ ໄດ້ກັບຄືນມາຮຸກຮານຫວຽດນາມ ເປັນຄັ້ງທີ 2, ປະຊາຊົນຊາວຫວຽດນາມ ໄດ້ພ້ອມ ກັນຕໍ່ສູ້ກັບພວກຈັກກະ ພັດຝຣັ່ງຈົນຮອດວັນທີ 7 ພຶດສະພາ ປີ 1954 ຈິ່ງໄດ້ຮັບໄຊຊະນະ ແລະ ທັບມ້າງສູນບັນຊາການໃຫຍ່ຂອງຝຣັ່ງຢູ່ດຽນບຽນຟູ ແລ້ວນຳໄປສູ່ການເຊັນສາຍາເຊີແນວກ່ຽວກັບອິນດູຈີນໃນວັນທີ 20 ກໍລະກົດ ປີ 1954.
ພາຍຫລັງເຊັນສັນຍານໍ້າເມີກບໍ່ທັນແຫ້ງ, ພວກຈັກ ກະພັດອາເມລິກາ, ສັດຕູທີ່ມີກໍາລັງທະ ຫານ ແລະ ອາວຸດທັນສະໄໝຂອງໂລກ ໄດ້ເຂົ້າມາແທນທີ່ເພື່ອຮຸກຮານຫວຽດນາມ ກໍ່ຄື ປະເທດອິນ ດູຈີນ. ພວກເຂົາໄດ້ນໍາໃຊ້ຍຸດທະສາດ ແລະ ກົນອຸບາຍຕັດແບ່ງຫວຽດນາມອອກເປັນ 2 ພາກ ນັບແຕ່ເສັ້ນຂະໜານທີ 17 ອົງສາ ລົງໄປເປັນພາກໃຕ້ຢູ່ໃນເຂດຄວບຄຸມຊົ່ວຄາວຂອງອາເມລິກາ ແລະ ພວກທະຫານຫຸ່ນໄຊງ່ອນ, ຈາກນັ້ນ ໄດ້ເປີດສົງຄາມກັບພາກເໜືອຫວຽດນາມ, ກວາດເອົາປະຊາຊົນໄປຄ້າຍອົບ ພະຍົບຢູ່ພາກໃຕ້, ດຳເນີນສົງຄາມແຕ່ຝ່າຍດຽວ ແລະ ເຂັ່ນຂ້າປະຊາຊົນຫວຽດນາມຫລາຍກວ່າ 8 ໝື່ນຄົນ, ຈັບກຸມຜູ້ຮັກຊາດຫລາຍກວ່າ 5 ແສນຄົນ. ຕະຫລອດ 21 ປີ ທີ່ຄອບຄອງພາກໃຕ້ຫວຽດນາມ, ພວກຈັກກະພັດອາເມລິກາ ໄດ້ລົງທຶນຫລາຍທີ່ສຸດໃຫ້ແກ່ລັດທິຕ້ານກອມມູນິດ, ນັບທັງພື້ນຖານວັດຖຸ, ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ ຫລ່ຽມດ້ານວັດທະນະທຳ, ແນວຄິດທີ່ໂຫດຫ້ຽມ ແລະ ປະ ຕິການຂູດຮີດ. ເວົ້າໄດ້ວ່າ ພວກເຂົາ ໄດ້ທຳລາຍຫວຽດ ນາມແບບສົງຄາມລ້າງຜານທີ່ບໍ່ເຄີຍມີມາຕະຫລອດເຄິ່ງທ້າຍສະຕະວັດທີ 20, ແມ່ນສົງຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ດ້ວຍຍົນຍຸດທະສາດທັນສະໄໝທີ່ສາມາດຖິ້ມລະ ເບີດ, ລູກບົ່ມທາດເຄມີລົງລ້າງຜານນັບທັງຄົນ ແລະ ສັດ, ຕະ ຫລອດຮອດພຶກສາຊາດກໍ່ຖືກທຳລາຍກ້ຽງ.
ດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ບວກກັບຄວາມຄຽດແຄ້ນຈັກກະພັດຜູ້ຮຸກຮານຂອງປະ ຊາຊົນຫວຽດນາມ ຜູ້ພິລະອາດຫານ ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງ ສາ ແລະ ປົກປັກຮັກສາປະເທດຊາດມາດົນເຖີງ 4 ພັນປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມ ມູນິດຫວຽດນາມ ໄດ້ລຸກຮືຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື ເປັນເວລາ 20 ກວ່າປີຢ່າງໝັ້ນໜຽວ ເພື່ອກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຕົນຕາມຄຳສັ່ງສອນຂອງພັກຂອງປະທານ ໂຮ່ຈີ່ມິງ ທີ່ວ່າ ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີ ພາບ”. ຜ່ານການຕໍ່ສູ້ຢ່າງໝັ້ນໜຽວໃນບັ້ນຮົບປົດ ປ່ອຍພາກໃຕ້ຫວຽດນາມ ເຊີ່ງໃສ່ຊື່ວ່າ: ບັ້ນຮົບໂຮ່ຈິມິນ ຈົນມາຮອດວັນທີ 30 ເມສາ 1975 ກອງທັບ ແລະ ປະຊາ ຊົນຫວຽດນາມ ໄດ້ບຸກຢຶດເອົາທໍານຽບເອກະລາດຂອງລັດຖະບານຫຸ່ນໄຊງ່ອນ, ຜືນທຸຊາດຂອງລັດຖະບານຊົ່ວ ຄາວພາກໃຕ້ຫວຽດນາມໄດ້ປັກຂຶ້ນທີ່ທໍານຽບປະທານນາທິບໍດີ ຫງວຽນວັນທ້ຽວ ແລະ ປະທານນາທິບໍດີ ເຢືອງວັນມິນ ຕ້ອງໄດ້ປະກາດຍອມຈໍານົນຢ່າງບໍ່ມີເງື່ອນໄຂ ເຮັດໃຫ້ສະໜາມຮົບໂຮຈິມິນ ໄດ້ຮັບໄຊຊະນະສົມບູນ ຈາກນັ້ນບັ້ນຮົບໃຫຍ່ຯ ແລະ ການລຸກຮື້ຂຶ້ນໃນລະດູບານໃໝ່ປີ 1975 ໄດ້ຮັບໄຊຊະນະຢ່າງສົມບູນ, ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ທົ່ວປະເທດຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ.
ໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ໃນວັນທີ 30 ເມສາ 1975 ຖືເປັນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດສຳຄັນຍິ່ງຂອງປະເທດຫວຽດນາມ, ແມ່ນບັ້ນຮົບສຸດທ້າຍໃນການຕໍ່ສູ້ເພື່ອທ້ອນໂຮມປະເທດຫວຽດນາມເປັນເອກະພາບອັນໜຶ່ງອັນດຽວ, ແມ່ນໄຊຊະ ນະຂອງກອງທັບ ແລະປະຊາຊົນຫວຽດນາມ ໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮ້ານ, ແມ່ນໝາກຜົນອັນຍິ່ງໃຫຍ່ໃນຂະບວນການປົດປ່ອຍຊາດ, ປົດ ປ່ອຍສັງຄົມ ໂດຍແມ່ນພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິງ ເປັນຜູ້ນຳພາສ້າງປະຫວັດສາດທີ່ພິລະອາດຫານ ແລະ ສະຫວ່າງສະໄຫວໃນຂະບວນວິວັດແຫ່ງການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຫວຽດນາມນັບເປັນພັນໆ ປີຜ່ານມາ, ທັງເປັນການໄຂສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງ ຄົມນິຍົມ, ດຳເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະ ກຳ ແລະ ທັນສະໄໝ, ພ້ອມນີ້ ໄຊຊະນະທີ່ເປັນປະຫວັດ ສາດດັ່ງກ່າວ ຍັງເປັນກຳລັງແຮງທີ່ຊະນະເລີດໃນການປະຕິບັດສອງໜ້າທີ່ຍຸດທະ ສາດ ແລະ ພິໄນກຳທີ່ຊັກກາ ລະບູຊາໃຫ້ແກ່ຮຸ້ນລູກຮຸ້ນຫລານຂອງສອງຊາດ ລາວ- ຫວຽດນາມ ສືບທອດປະຕິບັດຈົນຊົ່ວກາລະນານ.
Cr: ມົດແດງນ້ອຍ