ໃນຕອນເຊົ້າ ຂອງວັນທີ 02 ມີນາ 2023 ທີ່ແຂວງອຸດົມໄຊ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດກອງປະຊຸມຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ວຽກງານເລຂານຸການ ໃຫ້ແກ່ພະນັກງານ ທີ່ຮັບຜິດຊອບວຽກງານເລຂານຸການ ແລະ ວຽກງານຄົ້ນຄ້ວາ-ສັງລວມ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ; ມີວິທະ ຍາກອນ ທີ່ມີບົດຮຽນ ແລະ ປະສົບການຕົວຈິງ ຈາກ ຫສນຍ ແລະ ຈາກພາກສ່ວນກ່ຽວຂ້ອງ ພ້ອມທັງ ມີສຳມະນາກອນ ທີ່ເປັນເລຂານຸການຂອງການນຳ ຈາກບັນດາແຂວງພາກເໜືອ ເຂົ້າຮ່ວມ, ຊຶ່ງການຝຶກອົບຮົມ ໄດ້ດໍາເນີນໃນລະຫວ່າງວັນທີ 02-03 ມີນາ 2023.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ໃຫ້ແກ່ການນໍາລະດັບສູງ ໃນວຽກງານເລຂານຸການ, ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ; ເພື່ອເຮັດໃຫ້ການປະສານງານ ຂອງບັນດາເລຂານຸການການນຳ ມີຄວາມເຂັ້ມແຂງ ແລະ ສົ່ງຂໍ້ມູນຫາກັນໄດ້ວ່ອງໄວຂຶ້ນ, ພ້ອມທັງ ສ້າງເປັນປຶ້ມຄູ່ມື ກໍ່ຄືສັງລວມເປັນບົດຮຽນ ສະໜອງໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ລວມທັງ ບັນດານັກສຶກສາ, ປັນຍາຊົນ ທີ່ມີຄວາມສົນໃຈ ແລະ ນຳໄປເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂົງເຂດທີ່ຕົນເອງຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.


ເນື້ອໃນຂອງການຝຶກອົບຮົມຄັ້ງນີ້ ປະກອບມີຫົວຂໍ້ ຄື: 1). ບົດຮຽນໃນການເປັນເລຂານຸການ-ການນຳ; 2) ບາງບົດຮຽນໃນການຄົ້ນຄວ້າ-ສັງລວມ; 3) ການກະກຽມກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກ ແລະ ກອງປະຊຸມຫົວຂໍ້ສະເພາະໃຫ້ແກ່ການນຳ; 4) ການສ້າງແຜນການເຄື່ອນໄຫວໃຫ້ແກ່ການນຳ; 5) ການກະກຽມໃຫ້ແກ່ການນຳໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ; 6) ການກະກຽມທາງດ້ານບໍລິຫານ-ພິທີການ ໃນການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ມາພົບການນຳ; 7) ການບໍລິຫານເອກະສານ ພາຍໃນ ຫສນຍ;
ຂໍ້ຕົກລົງວ່າດ້ວຍການກຳນົດໝາຍ ການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ.



ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະ ຄວາມໝາຍສຳຄັນຂອງບັນດາຫົວຂໍ້ ທີ່ນຳມາສະເໜີ; ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບ ແລະ ທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການຈັດຕັ້ງປະຕິບັດວຽກງານເສນາທິການ ໃຫ້ແກ່ລັດຖະບານ; ຜົນສຳເລັດອັນພື້ນຖານ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ ກໍ່ຄືການປະກອບສ່ວນ ຂອງພະນັກງານ-ລັດຖະກອນ ຫສນຍ, ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ຮຽກຮ້ອງ ບັນດາທ່ານສໍາມະນາກອນ ຈົ່ງພ້ອມກັນສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າ, ຮັບການຖ່າຍທອດຄວາມຮູ້, ປະສົບການ ແລະ ມີການແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນຫາຕ່າງໆທີ່ຕັ້ງຂຶ້ນ ມີຄວາມກະຈ່າງແຈ້ງ, ເຂົ້າໃຈເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ເກີດດອກອອກຜົນ ເປັນຮູບປະທຳຕົວຈິງ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ