ໃນຕອນເຊົ້າ ວັນທີ 23 ມີນາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບ ຮອບ 67 ປີ (22 ມີນາ 1955 ຫາ 22 ມີນາ 2022) ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະ ກະຖາ ຂອງສະຫາຍ ກິແກ້ວ ໄຂຄຳ ພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ພ້ອມດ້ວຍ ບັນດາສະຫາຍຄະນະພັກ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ຂຶ້ນກ່າວຈຸດປະສົງ ຂອງການຈັດພິທີ ແລະ ກ່າວຕ້ອນ ຮັບ ສະຫາຍ ກິແກ້ວ ໄຂຄຳພິທູນ ທີ່ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາ ໃນຄັ້ງນີ້, ພ້ອມທັງ ນຳສະເໜີສະພາບການນຳພາ ແລະ ຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ເດືອນກວ່າ ຜ່ານມາ ຂອງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຜູ້ເຂົ້າຮ່ວມ ຮັບຊາບ. ໃນການປາຖະກະຖາ ກ່ຽວ ກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ສະຫາຍ ໄດ້ຍົກໃຫ້ເຫັນ ປະຫວັດ ແລະ ຄວາມໝາຍຄວາມສຳຄັນ ໃນການກຳເນີດເກີດຂຶ້ນ ຂອງພັກປະຊາຊົນປະຕິວັດລາວ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ຈຸດພິເສດ ຂອງພັກປະຊາ ຊົນປະຕິວັດລາວ ລວມທັງ ເນື້ອໃນສຳຄັນ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະ ເນື້ອໃນ “ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ”. ຄຽງຄູ່ກັບການປາຖະກະຖາ ທາງດ້ານເນື້ອໃນ ກໍ່ຄືທິດສະດີ, ສະ ຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນ ພຶດຕິກຳຕົວຈິງ ທີ່ພົ້ນເດັ່ນຫຼາຍດ້ານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ.

ນອກຈາກການເຜີຍແຜ່ເອກະ ສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລ້ວ, ໃນພິທີ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນ ຂອງພັກ ແລະ ລັດ ຈຳນວນໜຶ່ງຕື່ມອີກ ຄື: ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ອາລຸນໄຊ ສູນນະລາດ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ແລະ ຂໍ້ຕົກລົງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 546/ຫສນຍ, ລົງວັນທີ 11 ພະຈິກ 2021 ວ່າດ້ວຍລະບຽບການ ແລະ ກົນໄກ ການເຮັດວຽກຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ນາງ ທິບພະກອນ ຈັນທະວົງສາ, ຄະນະປະຈຳພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ.

ໃນຕອນທ້າຍ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນຊີ້ນຳ ຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ມອບໃຫ້ຄະນະໜ່ວຍພັກ ນຳເອົາບັນດາເອກະສານ ກໍ່ຄືເນື້ອໃນຈິດໃຈ ຂອງການປາຖະກະຖາໃນຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃນການຈັດຕັ້ງຂອງຕົນ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ ແລ້ວລາຍ ງານ ຜົນການຈັດຕັ້ງເຜີຍແຜ່ເຊື່ອມຊຶມດັ່ງກ່າວ ໃຫ້ຄະນະພັກຂັ້ນເທິງຮັບຊາບ, ຫາກມີຈຸດ ທີ່ສະມາຊິກພັກ-ພະນັກງານ ບໍ່ທັນເຂົ້າໃຈ ຫຼື ສົງໄສ ແລະ ບໍ່ສາມາດເປັນເອກະພາບໄດ້ ກໍ່ໃຫ້ສະເໜີ ຂໍທິດຊີ້ນຳຈາກຂັ້ນເທິງ; ຮຽກ ຮ້ອງ ບັນດາສະຫາຍ ຄະນະປະຈຳພັກ, ຄະນະພັກ, ຄະນະໜ່ວຍພັກ ທີ່ເປັນຫຼັກແຫຼ່ງ, ແກ່ນສານ ຂອງອົງຄະນະພັກ ຫສນຍ ຈົ່ງຕັດສິນໃຈ ເຮັດແທ້ທຳຈິງ, ເອົາໃຈໃສ່ຮັກສາຄວາມສາມັກຄີ ເປັນເອກະພາບ ພາຍໃນພັກ ແລະ ເປັນແບບຢ່າງ ໃຫ້ແກ່ສະມາຊິກພັກ-ພະນັກງານ ໂດຍສະເພາະ ເປັນແບບຢ່າງ ໃນການປະຕິບັດມະຕິ, ຄຳສັ່ງ, ລະບຽບ, ກົດໝາຍ ແລະ ນິຕິກຳອື່ນໆ; ໃຫ້ເປັນເຈົ້າການ ຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະ ບຸກທະລຸສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ຊຶ່ງອັນຕົ້ນຕໍແມ່ນ ແກ້ໄຂບັນຫາຕ່າງໆ ພາຍໃນການຈັດ ຕັ້ງຂອງຕົນ ໃຫ້ປອດໃສ, ເປັນເຈົ້າການ ຍົກສູງຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງນຳໜ້າຮອບດ້ານ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ບັນດາໜ່ວຍພັກ ຕ້ອງຮັບປະກັນຄວາມສະຫງົບ; ຮັບປະກັນ ເຮັດໃຫ້ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງຂັ້ນເທິງ ໄດ້ຮັບການເຜີຍແຜ່ ເຖິງສະມາຊິກພັກ-ພະ ນັກງານ; ຮັບປະກັນ ການນຳເອົາເນື້ອໃນຈິດໃຈຂອງກອງປະຊຸມແຕ່ລະຄັ້ງ ຜັນຂະຫຍາຍ ເປັນແຜນການ, ແຜນງານ, ໂຄງການ ແລະ ເປັນການຈັດຕັ້ງປະຕິ ບັດຕົວຈິງ; ຮັບປະກັນ ຄວາມສາມັກຄີເປັນເອກະພາບ ແຕ່ເທິງຮອດລຸ່ມ ຕໍ່ການຈັດຕັ້ງປະຕິບັດ ບັນດາມະຕິ ທີ່ໄດ້ວາງອອກ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ການນຳພາ ແລະ ຄວາມຮັບຜິດຊອບ ໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງ, ພ້ອມທັງ ຊອກໃຫ້ເຫັນ ແລະ ສ້າງໄດ້ ວຽກດີ ຄົນເດັ່ນ, ວຽກຈິງ ຄົນແທ້ ຢ່າງແທ້ຈິງ. ທັງໝົດນີ້ ກໍ່ເພື່ອແນໃສ່ ຮັບປະກັນການເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ໃຫ້ແກ່ຂັ້ນເທິງ ກໍ່ຄືການບໍລິການຮັບໃຊ້ປະຊາຊົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ