ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ວັນທີ 12 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ “ການຍົກສູງຄຸນນະພາບ ວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການກະຊວງ-ອົງການ, ຫົວໜ້າຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ແລະ ຄະນະກົມ ພາຍໃນ ຫສນຍ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ເພື່ອປັບປຸງຄຸນນະພາບການເປັນເສນາທິການ ໃນໄລຍະໃໝ່ ແລະ ປັບປຸງຮອບດ້ານ ວຽກ ງານເສນາທິການ ຮັບໃຊ້ຂັ້ນເທິງ ກໍ່ຄືການບໍລິການຮັບໃຊ້ປະຊາຊົນ ເວົ້າລວມ, ເວົ້າສະເພາະ ເພື່ອປຶກສາຫາລື ແລະ ທົບທວນ ການຈັດຕັ້ງປະຕິບັດວຽກງານສຳຄັນ ຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ຕາມຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ຕິດພັນກັບພາລະບົດ ບາດການເປັນເສນາທິການ, ການປະສານງານຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ຜ່ານຮ່າງບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳອາທິດ, ເດືອນ, 3 ເດືອນ ແລະ ປະຈຳປີ ຂອງທ້ອງຖິ່ນ ຕໍ່ລັດຖະບານ ແລະ ແຜນວຽກຈຸດສຸມ ໃນຕໍ່ໜ້າ; ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນ ໃນການປະຕິບັດວຽກງານເລັ່ງດ່ວນຈຳ ນວນໜຶ່ງ ເຊັ່ນ: ການເປີດປະເທດ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕິດພັນກັບແກ້ໄຂບັນຫານໍ້າມັນເຊື້ອໄຟ, ເງິນຕາ, ການຂົນສົ່ງຢູ່ດ່ານຊາຍແດນ. ນອກຈາກນັ້ນ ຍັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຂອງລັດຖະບານ ເປັນຕົ້ນ ດຳລັດ ສະບັບເລກທີ 599/ນຍ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ກໍ່ຄືມາດຕະການປະຢັດມັດທະຍັດ ແລະ ແຈ້ງການທິດຊີ້ນຳຕ່າງໆຂອງລັດຖະບານ, ພ້ອມທັງ ແລກປ່ຽນຂໍ້ມູນ ກ່ຽວກັບສະພາບຄວາມເປັນຈິງ ຂອງບັນດາຂະແໜງການ ສູນກາງ ແລະ ທ້ອງຖິ່ນ.
ໃນໂອກາດນີ້, ຜູ້ຕາງໜ້າບັນດາ ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນລາຍງານ ແລະ ແລກປ່ຽນຄຳຄິດເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໂດຍສະເພາະ ບັນດາຫົວຂໍ້ ທີ່ທ່ານປະທານກອງປະຊຸມ ໄດ້ເຈາະຈີ້ມ, ລວມທັງ ສະພາບພົ້ນເດັ່ນຕ່າງໆ. ນອກຈາກນີ້, ກອງປະຊຸມ ຍັງໄດ້ລະດົມຄວາມຄິດເຫັນ ຈາກຜູ້ເຂົ້າຮ່ວມ ເພື່ອນຳໄປຄົ້ນຄວ້າ ແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫຍຸ້ງຍາກຕ່າງໆ ທີ່ກຳລັງປະເຊີນ ໃນປະຈຸບັນ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບ, ສັງລວມ ຜົນຂອງກອງປະຊຸມຄັ້ງນີ້, ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ບັນດາຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກງານການເປັນເສນາທິການ ຕື່ມບາງດ້ານ ເປັນຕົ້ນ ຕ້ອງກຳນົດວິໄສທັດ ວຽກງານຫ້ອງວ່າການ ຫຼື ຫ້ອງການຂອງຕົນ ຢ່າງຊັດເຈນ ເພື່ອຮັບປະກັນ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການບໍລິຫານວຽກງານ ແຕ່ລະຂັ້ນ ແລະ ແຕ່ລະໄລຍະ; ມີຄວາມກ້າຫານ ໃນການໃຫ້ທັດສະນະຕ່າງໆ ແກ່ຂັ້ນເທິງ ບົນພື້ນຖານຂໍ້ມູນຖືກຕ້ອງ, ແທດຕົວຈິງ, ສອດຄ່ອງກັບລະບຽບກົດໝາຍ, ມີວິທະຍາສາດ ແລະ ມີຫຼາຍທາງເລືອກ; ຫ້ອງວ່າການ, ຫ້ອງການ ຕ້ອງກຳສະພາບການຮອບດ້ານໃຫ້ໄດ້ ທັງວຽກງານສາຍຕັ້ງ ແລະ ສາຍຂວາງ, ພ້ອມກັນນັ້ນ ພະນັກງານທີ່ເຮັດໜ້າທີ່ເສນາທິການ ກໍ່ຕ້ອງຄິດໄວ, ຫູໄວ, ຕາໄວ, ເຮັດວຽກໄວ ແລະ ຄາດຄະເນລ່ວງໜ້າໄດ້ດີ. ນອກຈາກນັ້ນ ການປະສານງານ ກໍ່ໃຫ້ມີຄວາມຄ່ອງຕົວ ທັງໂດຍກົງ ແລະ ຮູບແບບທາງການ ເພື່ອໃຫ້ໄດ້ຂໍ້ມູນທີ່ຫຼາກຫຼາຍ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ເຮັດໃຫ້ການເປັນເສນາທິການ ໃຫ້ແກ່ການນຳທຸກຂັ້ນ ໂດຍສະເພາະ ການປະສານງານ ມີຄວາມຄ່ອງຕົວ, ການບໍລິຫານ ແລະ ຈັດຕັ້ງປະຕິບັດວຽກງານ ທັງແບບປົກກະຕິ ແລະ ເລັ່ງດ່ວນ ມີຄວາມສະດວກ, ວ່ອງໄວ, ທັນສະ ໄໝ-ທັນການ, ໂປ່ງໃສ, ຮັກສາໄດ້ຄວາມລັບ, ມີປະສິທິພາບ ແລະ ປະສິດທິຜົນສູງຂຶ້ນ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.