ໃນຕອນບ່າຍວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍ 5 ປີ (2016-2020) ແລະ ປະ ກາດເນື້ອໃນການແຂ່ງຂັນ ຮອດປີ 2025, ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ແລະ ໃຫ້ກຽດເຂົ້າຮ່ວມ ພົບປະໂອ້ລົມ ໃຫ້ທິດຊີ້ນຳ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດ ຖະມົນຕີ; ມີບັນດາທ່ານລັດຖະມົນຕີປະຈຳ ສນຍ, ບັນດາທ່ານຮອງລັດຖະມົນຕີ-ຮອງຫົວໜ້າ ຫສນຍ, ພ້ອມດ້ວຍພະນັກ ງານ -ລັດຖະກອນ ແລະ ພະນັກງານອາວຸໂສບຳນານ ພາຍໃນ ຫສນຍ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາ, ການຈັດຕັ້ງປະຕິບັດວຽກງານການແຂ່ງ ຂັນຮັກຊາດ ແລະ ພັດທະນາ ພາຍໃນ ຫສນຍ ແຕ່ປີ 2016-2020 ແລະ ປະ ກາດເນື້ອໃນການແຂ່ງຂັນຮອດປີ 2025 ເຊິ່ງເຫັນວ່າ ຄະນະພັກ-ຄະນະນຳ ຫສນຍ ໄດ້ຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ກໍ່ຄືນິຕິກຳຕ່າງໆ ທີ່ສູນກາງພັກ ແລະ ລັດຖະບານວາງອອກ ກ່ຽວກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ ເປັນແຜນການ ແລະ ແຜນງານລະອຽດ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ເປັນການປຸກລະດົມ ແລະ ກະຕຸກຊຸກຍູ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຫ້າວຫັນ, ກະຕືລືລົ້ນຕັ້ງໜ້າປະກອບສ່ວນ ຈັດຕັ້ງປະຕິບັດແນວ ທາງແຜນນະ ໂຍບາຍຂອງພັກ, ແຜນພັດທະນາເສດ ຖະກິດ–ສັງຄົມແຫ່ງລັດ ໃນແຕ່ລະໄລຍະ ມີຜົນສຳເລັດເປັນກ້າວໆ, ພ້ອມທັງ ໄດ້ໃຫ້ທິດຊີີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານແຂ່ງຂັນ-ຍ້ອງຍໍ ຢ່າງເປັນປົກ ກະຕິ, ເຊິ່ງນັບແຕ່ປີ 2016-2020 ຫສນຍ ໄດ້ສະຫຼຸບຕີລາຄາ ການຄັດເລືອກຍ້ອງຍໍໃຫ້ສະມາຊິກພັກ ແລະ ພະນັກງານ ຜູ້ທີ່ຜົນງານດີເດັ່ນໃນການປະກອບສ່ວນວຽກງານທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານລວມ ກໍ່ຄືຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນແຕ່ລະປີ ເປັນປົກກະຕິ. ຈາກຜົນງານດັ່ງກ່າວ ບວກກັບການສະຫຼຸບ, ຕີລາຄາ ແລະ ປະເມີນຜົນງານ 5 ປີ (2016-2020), ລັດຖະບານ ແລະ ຫສນຍ ໄດ້ຕົກລົງມອບການຍ້ອງຍໍ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ຄື: ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ 08 ກົມກອງ ແລະ 59 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 57 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 87 ທ່ານ, ຫຼຽນກາແຮງງານ ຈຳນວນ 79 ທ່ານ, ມອບໃບຍ້ອງຍໍລັດຖະບານ ຈໍານວນ 29 ທ່ານ, ໃບຍ້ອງຍໍລັດຖະມົນຕີ ຈໍານວນ 14 ທ່ານ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການສະຫຼຸບຜົນງານ ກໍ່ຄືການຍ້ອງຍໍໃຫ້ພະນັກງານລັດຖະກອນ ພາຍໃນ ຫສນຍ ປະຈຳປີ 2021 ແລະ 2022 ຕື່ມອີກ, ໃນນັ້ນ ຜົນງານປະຈຳປີ 2021 ມີຜູ້ໄດ້ຮັບໃບຍ້ອງຍໍລັດຖະມົນຕີ ຈໍານວນ 256 ທ່ານ ແລະ ໃບຊົມເຊີຍລັດຖະມົນຕີ 27 ທ່ານ; ຜົນງານ ປະຈໍາປີ 2022 ມີຜູ້ໄດ້ຮັບໃບຍ້ອງຍໍລັດຖະມົນຕີ ຈໍານວນ 277 ທ່ານ ແລະ ໃບຊົມເຊີຍລັດຖະມົນຕີ ຈໍານວນ 9 ທ່ານ. ຫຼັງຈາກນັ້ນ ກໍ່ໄດ້ມີພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍ ປະເພດຕ່າງໆ ໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ໄດ້ຮັບການຍ້ອງຍໍດັ່ງກ່າວ ທັງໄລຍະ 5 ປີ (2016-2020), ປະຈຳປີ 2021 ແລະ ປະຈຳປີ 2022 ຕາມລຳດັບ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ຮອງນາຍົກລັດຖະມົນຕີ. ກ່ອນອື່ນ, ທ່ານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ກົມກອງ ແລະ ບຸກຄົນ ພາຍໃນ ຫສນຍ ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ, ພ້ອມທັງ ຕີລາຄາວ່າ: ຄະນະບໍລິຫານງານພັກ ຫສນຍ ຍາມໃດ ກໍມີຄວາມພະຍາຍາມ ແລະ ເອົາໃຈໃສ່ນຳພາ-ຊີ້ນຳຢ່າງຮອບດ້ານ ຕໍ່ວຽກງານພາຍໃນ ຄະນະພັກ, ຄະນະນຳ ຕາມກົນໄກ ແລະ ແບບແຜນການດຳເນີນງານທີ່ສອດຄ່ອງ, ມີການສຳຫຼວດກວດກາ ແລະ ດຳເນີນຊີວິດເປັນປົກກະຕິ ເຊິ່ງເປັນການຈັດຕັ້ງປະຕິບັດ ມະຕິ ແລະ ແຜນການຕ່າງໆ ໃຫ້ປະກົດຜົນເປັນຈິງ. ອັນສໍາຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກ ເພື່ອເປັນທິດທາງ ໃຫ້ແກ່ ຫສນຍ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ຖືເອົາການນໍາພາການເມືອງ-ແນວຄິດເປັນກົກ, ຖືວຽກງານເປັນບັນຫາສໍາຄັນ, ຕິດພັນກັບການຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບທາງດ້ານແນວຄິດ ຕໍ່ກັບແນວທາງນະໂຍບາຍຂອງພັກ- ລັດ; ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດພາຍໃນພັກ ໃຫ້ໄດ້ຢ່າງທັນການ ແລະ ໃຫ້ເຂັ້ມງວດຕາມກົດລະບຽບການ; ປັບປຸງກົງຈັກ ໃຫ້ແທດເໝາະຕາມທິດກະທັດຮັດ; ສືບຕໍ່ການກໍ່ສ້າງ, ບຳລຸງ ແລະ ນຳໃຊ້ ບຸກຄະລາກອນ ໃຫ້ຖືກຕ້ອງ ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກ ງານ- ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດສ້າງພະນັກງານສືບທອດປ່ຽນແທນແຕ່ລະໄລຍະ; ການຈັດສັນ, ສັບຊ້ອນ, ຈັດວາງ, ຍົກຍ້າຍພະ ນັກງານໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ແທດເໝາະກັບຄວາມຮູ້, ຄວາມສາມາດ ແລະ ວິຊາສະເພາະ ສ້າງໃຫ້ພະນັກງານຜູ້ໜຶ່ງເຮັດໄດ້ຫຼາຍວຽກ; ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງສະມາຊິກພັກ-ພະນັກງານ ຢ່າງເຂັ້ມງວດ ແລະ ເປັນປະຈຳ ໂດຍຖືເອົາຜົນ ສຳເລັດ, ຄຸນນະພາບວຽກງານ ເປັນກົກ; ເອົາໃຈໃສ່ປັບປຸງຍົກລະດັບການເຄື່ອນ ໄຫວວຽກງານ ຂອງ ຫສນຍ ໃນການເປັນເສນາທິການຮັບໃຊ້ລັດຖະບານ ກໍຄືທ່ານນາຍົກ ລັດຖະມົນຕີ, ຮອງນາຍົກລັດຖະ ມົນຕີ ຕາມຄໍາຂວັນ 3 ດີ ຄື: “ເປັນເສນາ ທິການທີ່ດີ, ປະສານງານທີ່ດີ ແລະ ບໍລິ ການຮັບໃຊ້ທີ່ດີ” ໃນນັ້ນ: ໃຫ້ສືບຕໍ່ເອົາໃຈໃສ່ ປັບປຸງຄວາມສາມາດ ການເປັນເສນາ ທິການດ້ານເນື້ອໃນຕ່າງໆ ໃຫ້ຖືກຕ້ອງ, ເລິກເຊິ່ງ, ກະທັດຮັດ, ມີຄວາມຊັດເຈນ, ພາວະວິໄສ ແລະ ວ່ອງໄວ ຂຶ້ນກວ່າເກົ່າ ໃຫ້ສົມຄູ່ກັບຖານະເປັນເສນາທິການ ທີ່ຢູ່ໃກ້ຊິດກັບຂັ້ນເທິງ; ສ້າງແຜນການຝຶກອົບຮົມ ໃນວຽກງານຄົ້ນຄວ້າ ເພື່ອຍົກລະດັບຄຸນນະພາບວຽກງານໃຫ້ດີຂຶ້ນກວ່າເກົ່າ; ຍົກສູງການບໍລິການຮັບໃຊ້ໃນວຽກງານດ້ານຕ່າງໆໃຫ້ມີປະສິດທິພາບສູງຂຶ້ນ ຕິດພັນກັບການປະຕິບັດ ນະໂຍ ບາຍຕ່າງໆ; ສືບຕໍ່ປັບປຸງຫັນການບໍລິຫານວຽກງານພາຍໃນ ຫສນຍ ນຳໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝ ເພື່ອຊ່ວຍການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະພາບການ, ປະຢັດ, ໂປ່ງໃສ ແລະ ປອດໄພ. ສຳລັບວຽກງານການແຂ່ງຂັນຮັກຊາດ ແລະ ພັດທະນາ ຕ້ອງເອົາໃຈໃສ່ກໍາແໜ້ນ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ບັນດາຮູບການ ແລະ ວິທີການ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນແຕ່ລະໄລຍະ ໂດຍສະຫຼຸບຖອດຖອນບົດຮຽນເປັນປົກກະຕິ ໃນແຕ່ລະຂັ້ນ, ເພີ່ມທະວີພາລະບົດບາດໃນການນຳພາ-ຊີ້ນຳ, ມີ ການຕິດຕາມກວດກາ, ຊຸກຍູ້ຂະບວນ ການແຂ່ງຂັນເປັນປົກກະຕິ, ຜັນຂະ ຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ; ການຄັດເລືອກຍ້ອງຍໍ ຕ້ອງຖືເອົາຜົນສຳ ເລັດຂອງການປະຕິບັດງານຕົວຈິງມາເປັນໄມ້ຫຼາວັດແທກ; ແຂ່ງຂັນກັນສ້າງຜົນງານ ຮອດປີ 2025 ໃຫ້ພົ້ນເດັ່ນຫຼາຍກວ່າເກົ່າ ບົນພື້ນຖານການຄັດເລືອກ ໃຫ້ໄດ້ຜູ້ທີ່ດີເດັ່ນແທ້, ຜ່ານຂະບວນການປະຕິບັດວຽກງານຕົວຈິງ.
ພາບ ແລະ ຂ່າວ ໂດຍກົມປະຊາສຳພັນ, ຫສນຍ
Loading...