ໃນຕອນເຊົ້າ ວັນທີ 8 ເມສາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະ ຈຳໄຕມາດ 1 ແລະ ຈຸດສຸມໄຕມາດ 2 ປະຈໍາປີ 2022; ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ; ແລະ ປະກາດການຈັດ ຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ, ລັດ ຖະມົນຕີ, ຫົວໜ້າ ຫສນຍ; ບັນ ດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າ ຄະ ນະຈັດຕັ້ງສູນກາງພັກ; ບັນດາທ່ານ ຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ພະນັກ ງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.
ໃນວາລະທໍາອິດ ຂອງກອງປະ ຊຸມ ແມ່ນໄດ້ຮັບຟັງການເຜີຍແຜ່ ຂໍ້ຕົກລົງຂອງ ຫສນຍ ເລກທີ 546 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສ ນຍ ເພື່ອກຳນົດຫຼັກການ, ກົນໄກ, ວິທີການ, ລະບອບການພົວພັນ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຕົ້ນຕໍຈໍານວນໜຶ່ງ ພາຍໃນ ຫສ ນຍ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດຕົ້ນຕໍຂອງຕົນ ໂດຍສະເພາະ ການເປັນເສນາທິ ການດ້ານເນື້ອໃນ, ການປະສານງານ ແລະ ບໍລິການຮັບໃຊ້ ໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະ ມົນຕີ ມີຄວາມວ່ອງໄວ, ໂປ່ງໃສ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ. ຕໍ່ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງ ຫສນຍ ປະຈຳໄຕມາດ 1 ແລະ ທິດທາງແຜນການ ຄາດມາດໄຕມາດ 2 ຂອງປີ 2022 ເຊິ່ງເຫັນວ່າ ມີຜົນສໍາເລັດໃນຫຼາຍດ້ານ, ຄຽງຄູ່ກັນນັ້ນ ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ພ້ອມກັບສືບຕໍ່ປັບປຸງແກ້ໄຂ ໃຫ້ສຳເລັດ ຕາມແຜນການທີ່ວາງໄວ້.
ຫຼັງຈາກນັ້ນ, ວາລະທີສອງຂອງກອງປະຊຸມ ແມ່ນໄດ້ດຳເນີນພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງຂອງ ຫສນຍ ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງ ພາຍໃນ ຫສນຍ ໃຫ້ມີຄວາມເຂັ້ມແຂງ, ຄ່ອງຕົວ, ຮັບປະກັນລັກ ສະນະສືບທອດ, ປ່ຽນແທນ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ກໍ່ຄືການຈັດ ຕັ້ງປະຕິ ບັດ ພາລະບົດບາດ, ສິດ, ໜ້າທີ່ ຕາມໂຄງປະກອບກົງຈັກການຈັດຕັ້ງ ຫສນຍ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນ ສູງຂຶ້ນເລື້ອຍໆ. ໃນພິທີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະ ມົນຕີ ຄື: ແຕ່ງຕັ້ງ ທ່ານ ສົມກຽດ ພະສີ ເປັນຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ທ່ານ ສະຖິດ ເພັດສິງເລືອງ ເປັນຫົວ ໜ້າກົມປະຊາສຳພັນ; ທ່ານ ຈັນທະພອນ ແກ້ວມາລາວົງ ເປັນຫົວໜ້າກົມບໍລິຫານ, ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມນິຕິກຳ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ເຂິງຄຳ ແກ້ວໜູຈັນ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ບຸນໜັກ ດາລາງາແກ້ວ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ແລະ ທ່ານ ວັນນະລາດ ໃຈຍາວົງ ເປັນຫົວໜ້າກົມເລຂາ; ອະນຸມັດພະນັກງານ ອອກພັກການ ຮັບອຸດໜູນບຳນານ; ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ແຕ່ງຕັ້ງຜູ້ ຊ່ວຍວຽກ ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ. ພ້ອມດຽວກັນນີ້, ທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວ ໜ້າ ຫສນຍ ຄື: ແບ່ງຄວາມຮັບຜິດຊອບ ຂອງບັນດາທ່ານ ຜູ້ຊ່ວຍວຽກທ່ານລັດຖະມົນຕີ, ຫົວໜ້າ ຫສນຍ; ແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 1 ທ່ານ; ຮັບເອົາພະນັກງານ ຈາກກະຊວງແຜນການ ແລະ ການລົງທຶນ ຈຳນວນ 2 ທ່ານ; ອະນຸມັດ ໃຫ້ພະນັກງານ ຫສນຍ ໄປປະຈຳ ການ ຢູ່ກະຊວງອື່ນ ຈຳນວນ 2 ທ່ານ.
ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ຄຳເຫັນ ຊີ້ທິດເຍືອງທາງ ຈາກທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານ ຂອງ ຫສນຍ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ໃໝ່, ຍົກຍ້າຍ ຊັບຊ້ອນ ລວມທັງ ທ່ານທີ່ໄດ້ຮັບນະໂຍບາຍ ອອກພັກການ ຮັບອຸດໜູນບຳນານ ໃນຄັ້ງນີ້. ອັນສຳຄັນ, ທ່ານໄດ້ມີຄໍາເຫັນເນັ້ນໜັກ ໃຫ້ຄະນະ ພັກ-ຄະ ນະນໍາ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເອົາໃຈໃສ່ ເປັນຕົ້ນ, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນໝູ່ ຄະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບັນດາຜູ້ທີ່ຖືກແຕ່ງຕັ້ງ, ຊັບຊ້ອນໃນຄັ້ງນີ້ ລວມທັງພະນັກ ງານລັດຖະກອນທັງໝົດ ຂອງ ຫສນຍ ຕ້ອງກໍາແໜ້ນທີ່ຕັ້ງ ພາ ລະບົດບາດຂອງ ຫສນຍ ໂດຍສະເພາະ ການເປັນເສນາທິການ, ການປະສານງານ ແລະ ບໍລິການຮັບໃຊ້ລັດຖະບານ, ນາຍົກລັດ ຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ເຊິ່ງການເປັນເສ ນາທິການຮັບໃຊ້ລັດຖະບານ ຕ້ອງຢຶດໝັ້ນ ບົນພື້ນຖານກົດໝາຍ, ລະບຽບການ ແລະ ຜົນປະໂຫຍດສ່ວນລວມ ເປັນກົກ, ຕ້ອງສັດຊື່ບໍລິສຸດ, ອົດທົນ ແລະ ເສຍສະ ຫຼະ ເພື່ອຜົນປະໂຫຍດສ່ວນລວມ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າ ຊອກໃຫ້ເຫັນຈຸດດີ ເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ເພື່ອພ້ອມ ກັນແກ້ໄຂ, ອັນທີ່ບໍ່ທັນມີ ລວມທັງນິຕິກຳ ເພື່ອຮອງຮັບໃຊ້ວຽກ ງານ ກໍ່ຕ້ອງຄົ້ນຄວ້າສ້າງຂຶ້ນໃໝ່ ເພື່ອເຮັດໃຫ້ວຽກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງການຈັດຕັ້ງຕົນ ມີການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ແລະ ປ່ຽນແປງໃນທາງທີ່ດີຂຶ້ນກວ່າເກົ່າ ; ຕ້ອງເອົາໃຈໃສ່ຕີລາຄາ ແລະ ປະເມີນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນເອງ ຢ່າງເປັນປົກກະຕິ, ການປະຕິບັດໜ້າທີ່ຕ້ອງຢຶດໝັ້ນ ຫຼັກ ການລວມສູນປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ, ມີຄວາມສັດຊື່ບໍລິສຸດ, ທ່ຽງທໍາ, ໂປ່ງໃສ, ກ້າຫານ ກ້າຕັດສິນໃຈ, ກ້າເຮັດ-ກ້າຮັບຜິດຊອບ ແລະ ມີຄວາມເສຍສະຫຼະ.
ຄະນະພັກ-ຄະນະນໍາ ຫສນຍ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມການມອບ ໝາຍ ໃຫ້ຫຼ້ອນໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ເຮັດແທ້ທໍາຈິງ, ເຮັດຫຼາຍກວ່າເວົ້າ, ຫຼີກລ່ຽງການແກ້ຕົວ, ບໍ່ຢ້ານບັນຫາ, ຕ້ອງເຂົ້າເຖິງບັນຫາທີ່ແທ້ຈິງ ເພື່ອແກ້ໄຂໃຫ້ຖືກຈຸດ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.
Loading...