ຈາກສະພາບການລະບາດຂອງພະຍາດໂຄວິດ19 ເປັນເວລາຫລາຍປີ ໄດ້ສ້າງຜົນກະທົບຕໍ່ເສດຖະກິດຂອງພາກທຸລະກິດຈໍານວນຫລວງຫລາຍ ເພື່ອຊອກທາງອອກທີ່ເໝາະສົມ ຟາມອາໂກ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຫັນຈາກຟາມປູກຜັກ ໃຫ້ເປັນແຫລ່ງທ່ອງທ່ຽວເພື່ອສຸຂະພາບ ທີ່ໄດ້ຮັບຄວາມນິຍົມຈາກສັງຄົມຫລາຍ.
ທ່ານ ຟອງມະນີ ອິນສີຊຽງໃໝ່ ຜູ້ບໍລິຫານບໍລິສັດ ຟາມອາໂກ ເມືອງປາກຊ່ອງ ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ຟາມອາໂກ ແມ່ນການລົງທຶນຂອງນັກທຸລະກິດຈາກປະເທດມາເລເຊຍ ເລີ່ມພັດທະນາໂຄງການດ້ວຍການເຮັດເຮືອນປູກຜັກແບບບໍ່ໃຊ້ດິນປູກ ຄືໃຊ້ລະບົບນໍ້າລ້ຽງເປັນທໍ່ ເລີ່ມກິດຈະການມາແລ້ວ 2ປີ, ຍ້ອນມີສະພາບອາກາດເໝາະສົມຊຸ່ມເຢັນດີ ບວກກັບຄວາມມັກຮັກດ້ານກະສິກໍາ ຈຶ່ງເຂົ້າມາລົງທຶນດ້ວຍການປູກຜັກທີ່ປອດໄພໂດຍໃຊ້ລະບົບນໍ້າ, ເພາະປະຊາຊົນເຂດປາກຊ່ອງມີຄວາມດຸໝັ່ນ ປູກພືດຜັກ, ກາເຟຈໍານວນຫລາຍ ຍ້ອນແນວນັ້ນຈຶ່ງມີແນວຄິດຢາກມາພັດທະນາວຽກງານດ້ານນີ້ ໂດຍເນັ້ນໃສ່ຜັກລະດູການ ຈໍານວນ 30 ກວ່າຊະນິດ ເປັນຕົ້ນ: ຜັກກາດ, ຜັກສະລັດ, ຜັກບົ່ວ, ຫອມປ້ອມ ແລະຊະນິດອື່ນໆ ທີ່ເປັນຜັກປະຈໍາທ້ອງຖິ່ນຂອງລາວ ນອກຈາກນັ້ນຍັງໄດ້ນໍາເອົາຜັກຈາກຕ່າງປະເທດຈໍານວນໜຶ່ງມາທົດລອງຂະຫຍາຍພັນຕື່ມອີກ ເປັນຕົ້ນ: ສະຕໍເບີລີ, ວາສະບິ ໂດຍໃຫ້ບໍລິການນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຢູ່ໃນຟາມ ທັງໃຫ້ບໍລິການຜົນຜະລິດຢູ່ຕະຫລາດເມືອງປາຊ່ອງ, ປາກເຊ, ອັດຕະປື ແລະຕະຫລາດອົດຊີຢູ່ນະຄອນຫລວງວຽງຈັນ.
ຜ່ານການດໍາເນີນວຽກງານມາໄລຍະໜຶ່ງເຫັນວ່າໄດ້ຮັບຜົນສໍາເລັດດີ ມີປະຊາຊົນໃຫ້ຄວາມສົນໃຈ ແລະເຂົ້າມາໃຊ້ບໍລິການນັບມື້ນັບຫລາຍຂຶ້ນ ເພື່ອສ້າງວິກິດໃຫ້ເປັນໂອກາດ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ19 ທາງຟາມບໍ່ສາມາດສົ່ງຜົນຜະລິດຂອງຕົນໄປຈໍາໜ່າຍຕະຫລາດຕ່າງແຂວງໄດ້ ສະນັ້ນເລີ່ມແຕ່ປີໃໝ່ລາວເປັນຕົ້ນມາ ເຈົ້າຂອງໂຄງການຈຶ່ງຫັນທຸລະກິດຂອງຕົນໄປຮັບໃຊ້ການທ່ອງທ່ຽວ ດ້ວຍການໃຫ້ປະຊາຊົນເຂົ້າມາທ່ຽວຊົມ, ຮຽນຮູ້ ທັງໃຫ້ບໍລິການປຸງແຕ່ງອາຫານກັບທີ່ ແລະຊື້ກັບເມືອປຸງແຕ່ງເປັນອາຫານຢູ່ເຮືອນ ແລະເຫັນວ່າມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະໃຊ້ບໍລິການນັບມື້ນັບຫລາຍຂຶ້ນ ສະເລ່ຍມື້ນຶ່ງມີຜູ້ມາໃຊ້ບໍລິການປະມານ 500ຄົນ.
ສວນອາໂກຟາມປະກອບມີເນື້ອທີ່ທັງໝົດ 40ເຮັກຕາ, ສາມາດຜະລິດຜັກປອດໄພ ຫລື ໄຮໂດໂປນິກ ຊະນິດຕ່າງໆອອກຮັບໃຊ້ສັງຄົມໄດ້ ມື້ລະ 3ໂຕນ, ມີພະນັກງານ 180ຄົນ ສ່ວນຫລາຍແມ່ນປະຊາຊົນໃນທ້ອງຖິ່ນ ໂດຍເນັ້ນໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມ ສ້າງວຽກເຮັດງານທໍາ ມີລາຍຮັບທີ່ດີຂຶ້ນ ຍ້ອນແນວນັ້ນ ພະນັກງານຈໍານວນໜຶ່ງທີ່ເຂົ້າມາເຮັດວຽກ ມີປະສົບການແລ້ວກໍອອກໄປເຮັດກິດຈະກໍາຂອງຕົນເອັງໄດ້.
ທ່ານຟອງມະນີ ອິນສີຊຽງໃໝ່ໃຫ້ຮູ້ອີກວ່າ: ໃນອະນາຄົດຈະສ້າງຟາມແຫ່ງນີ້ໃຫ້ເປັນລີສອດ, ບ່ອນພັກແຮມ ເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວເຂດປາກຊ່ອງໄດ້ພັກຜ່ອນສໍາຜັດກັບອາກາດໜາວເຢັນອັນບໍລິສຸດ, ທັງໄດ້ຮຽນຮູ້ການປູກຜັກແບບໃໝ່ໂດຍບໍ່ໃຊ້ດິນ ທັງທ່ຽວຊົມສວນກາເຟ ແລະພືດຜັກອື່ນໆອີກ.
ໂດຍ: ຄໍາກອງ ກິດຕິຄຸນ





