ໃນວັນທີ 13 ພະຈິກ 2021, ຢູ່ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບ ການກໍ່ສ້າງຫ້ອງການກຸ່ມ ທີ່ມີຊາຍແດນຕິດກັບປະເທດ ສສ ຫວຽດນາມ ພາຍໃນ 2 ເມືອງຄື: ເມືອງວຽງທອງ ແລະ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໂດຍມີ ພັນໂທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ ວຽງທອງ, ທ່ານ ທອງສຸກ ທິດສາທຳ ຫົວໜ້າກອງບັນຊາການ ປກສ ເມືອງໄຊຈຳພອນ ແລະ ທ່ານ ພັນໂທ ເຈີ້ນ ຫວຽດທັ່ງ ຮອງຫົວໜ້າ ປກສ ເມືອງ ແທ່ງເຈືອງ, ມີບັນດາພະແນກການກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປືກສາຫາລືກ່ຽວກັບບາງວຽກເຊັ່ນ: ຝ່າຍ ສສ ຫວຽດນາມຈະໄດ້ມາກໍ່ສ້າງຫ້ອງການກຸ່ມຢູ່ 2 ເມືອງ ທີ່ມີສາຍແດນຕິດກັບສສ ຫວຽດນາມຄື: ເມືອງວຽງທອງ ມີແຜ່ນການກໍ່ສ້າງຫ້ອງການກຸ່ມ ເຂດທອງມີໄຊ ແລະ ຫ້ອງການກຸ່ມ ເຂດຈວນ ຕັ້ງຢູ່ບ້ານ ນາຍາງທີ່ມີ ສາຍແດນຕິດກັບເມືອງເຕື່ອງເຢື່ອງ ສສ ຫວຽດນາມ. ສ່ວນຢູ່ເມືອງໄຊຈໍາພອນ ຈະກໍ່ສ້າງຫ້ອງການກຸ່ມ ຕາດໄພວັນ, ຫ້ອງການກຸ່ມ ເຂດບ້ານ ສົບເຕີ່ງ ທີ່ມີສາຍແດນຕິດກັບເມືອງ ແອງເຊີນ ເມືອງ ແທງຖຸຍ ແລະ ເມືອງເຮື້ອງເຊີນ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ຄົ້ນຄວ້າ ປືກສາຫາລືກໍານົດຈຸດ ແລະ ສະຖານທີ່ກໍ່ສ້າງໃຫ້ມີຄວາມເໝາະສົມກັບສະພາບແວດລ້ອມຕົວຈິງ ເພື່ອຄວາມເປັນເອກະພາບ. ຈາກນັ້ນ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນລົງສໍາຫລວດສະຖານທີ່ກໍ່ສ້າງຕົວຈິງແລ້ວຈະໄດ້ເຮັດບົດບັນທຶກສັນຍາ ການກໍ່ສ້າງ ໃນຂັ້ນຕໍ່ໄປ.
ຂ່າວ: ທອງວັນດີ

