ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ການສຳຫຼວດກັ່ນກອງພາວະເລືອດຈາງ ໃນແມ່ຍິງຖືພາ ແລະ ເດັກນ້ອຍ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ມິຖຸນາ 2024, ຢູ່ສູນໂພຊະນາການ, ມະຫາວິທະຍາໄລວິທະຍາສາດ ແລະ ສຸຂະພາບ ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີຜູ້ຕາງໜ້າຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປິ່ນປົວ, ສູນໂພຊະນາການ, ສູນສຸຂະພາບແມ່ ແລະ ເດັກ, ມະຫາວິທະຍາໄລ ວິທະຍາສາດ ແລະ ສຸຂະພາບ, ຄະນະແພດສາດ, ໂຮງໝໍສູນກາງ ແລະ ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການທີ່ບໍ່ຫວັງຜົນກຳໄລ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ເກດເກສອນ ພຣະສີສົມບັດ ໄດ້ກ່າວວ່າ: ປັດຈຸບັນ, ພະຍາດເລືອດຈາງ ເປັນບັນຫາສຸຂະພາບ ທາງສາທາລະນະສຸກ ທີ່ຮຸນແຮງຂອງໂລກ ໂດຍສະເພາະເດັກນ້ອຍ, ເດັກຍິງໄວໜຸ່ມ, ແມ່ຍິງໄວຈະເລີນພັນ, ແມ່ຍິງຖືພາ ແລະ ຫລັງເກີດລູກ, ອົງການອະນາໄມໂລກ (WHO) ຄາດຄະເນວ່າ ໃນທົ່ວໂລກ ມີເດັກນ້ອຍອາຍຸ 6-59 ເດືອນ ເປັນພະຍາດເລືອດຈາງ ກວມ 40%, ແມ່ຍິງຖືພາ 37%, ແມ່ຍິງອາຍຸ 15-49 ປີ 30% ແລະ ໃນປີ 2019 ສປປ ລາວ ກໍມີຂໍ້ມູນປະຊາກອນທີ່ເປັນພະຍາດເລືອດຈາງ. ໃນນັ້ນ, ແມ່ຍິງຖືພາ ກວມ 47%, ແມ່ຍິງທີ່ບໍ່ໄດ້ຖືພາ 39,2%, ແມ່ຍິງໄວຈະເລີນພັນ 19% ແລະ ເດັກນ້ອຍ 43%. ພະຍາດເລືອດຈາງ ຫລື ຄວາມເຂັ້ມຂຸ້ນຂອງຮີໂບໂກບິນ (hemoglobin) ທີ່ມີຢູ່ໃນທາດເຫລັກຕໍ່າ ຈະສົ່ງຜົນກະທົບທາງລົບຕໍ່ການເຕີບໃຫຍ່, ພັດທະນາທາງປັນຍາ ແລະ ການເຄື່ອນໄຫວເຮັດໃຫ້ເກີດຄວາມເມື່ອຍລ້າ ແລະ ຄວາມເຂັ້ມຂຸ້ນຂອງຮີໂບໂກບິນ ຕໍ່າໃນລະຫວ່າງ ການຖືພາ ອາດສົ່ງຜົນກະທົບກັບແມ່ຍິງຖືພາ ແລະ ເກີດມີຄວາມສ່ຽງຕໍ່ແມ່ເພີ່ມຂຶ້ນ.
ປັດຈຸບັນ, ຂໍ້ມູນ ແລະ ປັດໄຈທີ່ກ່ຽວກັບແມ່ຍິງຖືພາ ແລະ ເດັກນ້ອຍ ທີ່ເປັນພະຍາດເລືອດຈາງ ຢູ່ໃນລາວຍັງມີໜ້ອຍ, ລັດຖະບານລາວ ກໍມີເປົ້າໝາຍເພື່ອຫລຸດຜ່ອນການເປັນພະຍາດເລືອດຈາງຂອງແມ່ ແລະ ເດັກນ້ອຍ ແລະ ຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ. ປັດໃຈສ່ຽງຫລັກຂອງການເສຍຊີວິດຂອງແມ່ ຍ້ອນການຕົກເລືອດຫລັງເກີດໃນແມ່ຍິງຖືພາ ທີ່ເປັນພະຍາດເລືອດຈາງ. ດັ່ງນັ້ນ, ກະຊວງສາທາລະນະສຸກ ຈຶ່ງເຫັນເຖິງຄວາມສຳຄັນ ແລະ ຖືເປັນບຸລະມະສິດ ໃນການແກ້ໄຂບັນຫາພາວະເລືອດຈາງ ໃນແມ່ຍິງຖືພາ ແລະ ເດັກນ້ອຍ ຈຶ່ງມີການຮ່ວມມືກັນ ລະຫວ່າງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ສູນໂພຊະນາການ, ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລ ວິທະຍາສາດ ແລະ ສຸຂະພາບ ຄະນະແພດສາດ, ໂຮງໝໍສູນກາງ ໃຫ້ມີການສຳຫລວດສຶກສາຄົ້ນຄວ້າພາວະເລືອດຈາງ ດ້ວຍເຄື່ອງມືທີ່ທັນສະໄໝ (Masimo) ເພື່ອກໍານົດອັດຕາສ່ວນຂອງພະຍາດເລືອດຈາງ ໃນແມ່ຍິງຖືພາ ເພື່ອປຽບທຽບການກັ່ນກອງລະດັບ Hb ຈາກຕົວຢ່າງເລືອດລະຫວ່າງອຸປະກອນເຄື່ອງ Masimo ແລະ CBC ເພື່ອສໍາຫລວດຄວາມເປັນໄປໄດ້ໃນການນໍາໃຊ້ເຄື່ອງ Masimo ເຂົ້າໃນການເກັບກໍາສໍາຫລວດການກັ່ນກອງ ພາວະເລືອດຈາງ ໃນແມ່ຍິງທົ່ວໄປ, ແມ່ຍິງຖືພາ ແລະ ເດັກນ້ອຍ ໃນຊຸມຊົນ ແລະ ໃນໂຮງໝໍສູນກາງ.
ການສຶກສາສຳຫລວດການກັ່ນກອງ ໃນຄັ້ງນີ້, ເພື່ອເຮັດໃຫ້ກະຊວງສາທາລະນະສຸກ ມີອີກໜຶ່ງແນວທາງເລືອກໃນການສຳຫລວດ ແລະ ເກັບກໍາຂໍ້ມູນ ໃນການສຶກສາພາວະເລືອດຈາງ ຂອງແມ່ຍິງຖືພາ ແລະ ເດັກນ້ອຍ ໃນ ສປປ ລາວ ດ້ວຍເຄື່ອງ Masimo, ເຄື່ອງມືທີ່ບໍ່ຈໍາເປັນເຈາະເລືອດ (Non Invasive), ໃຊ້ເວລາບໍ່ດົນໃນການປະເມີນຜົນ, ສາມາດຊ່ວຍໃນການກັ່ນກອງໄດ້ໄວຂຶ້ນ, ຮູ້ບັນຫາໄດ້ໄວ ກໍສາມາດແກ້ໄຂໄດ້ໄວ ແລະ ເຄື່ອງມືນີ້ ຍັງໄດ້ຊ່ວຍປະຢັດຕົ້ນທຶນໃນການກັ່ນກອງໄດ້ຫລາຍເທົ່າ.
ພາຍຫລັງສໍາເລັດການສໍາຫລວດ ໃນຄັ້ງນີ້, ກະຊວງສາທາລະນະສຸກ ຈະດຳເນີນການສຳຫລວດການກັ່ນກອງພາວະເລືອດຈາງ ໃນລະດັບຊາດ ເພື່ອເຮັດໃຫ້ວິຊາການມີຂໍ້ມູນເພີ່ມເຕີ່ມ ເພື່ອລາຍງານ ແລະ ນໍາສະເໜີລັດຖະບານ ໃນການປັບປຸງຂໍ້ກຳນົດ, ນະໂຍບາຍ ເຊິ່ງເປັນໜຶ່ງໃນທາງເລືອກ ຂອງການນຳໃຊ້ເຂົ້າໃນການສຳຫລວດການກັ່ນກອງພາວະເລືອດຈາງ ໃນບັນດາກຸ່ມເປົ້າໝາຍທົ່ວປະເທດ ເພື່ອແກ້ໄຂບັນຫາພາວະເລືອດຈາງ ໃນແມ່ຍິງຖືພາ ແລະ ເດັກນ້ອຍ ໃນ ສປປ ລາວ ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ເຮັດໃຫ້ເດັກນ້ອຍ ໄດ້ມີການເຕີບໃຫຍ່ ແລະ ພັດທະນາການທີ່ດີຂຶ້ນ.
ທີ່ມາ: ຂປລ.