ໃນຕອນບ່າຍວັນທີ 9 ກຸມພາ 2022 ນີ້ ທີ່ວັດພະ ບາດບ້ານນາດູ່ເກົ່າ ໄດ້ມີກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມ ໃນການຈັດງານບຸນນະ ມັດສະການ ຮອຍພະບາດນາດູ່ປະຈໍາປີ 2022 ໃຫ້ສາມາດຮັບປະກັນດ້ານເນື້ອໃນ, ຄວາມສາມັກ ຄີ, ຄວາມສະຫງົບ-ປອດໄພ ແລະມີຜົນສໍາເລັດ ໂດຍໃຫ້ກຽດເຂົ້າຮ່ວມປຶກສາຫາລື ຂອງທ່ານ ທອງດີ ຈັນທະວົງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ, ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງ ຊີ້ນໍາວຽກວັດທະນະທໍາສັງຄົມ, ທ່ານ ເວດ ໄຊຍະຂັນທອງ ເລຂາໜ່ວຍພັກ-ນາຍບ້ານນາດູ່ເກົ່າ, ເຈົ້າອະທິການວັດນພະບາດນາດູ່, ຫ້ອງການກ່ຽວຂ້ອງ ແລະການຈັດຕັ້ງເຖົ້າແກ່ແນວໂຮມບ້ານນາດູເກົ່າເຂົ້າຮ່ວມ.
ຜ່ານການຄົ້ນຄ້ວາຫາລື ໄດ້ເຫັນດີເປັນເອກະ ພາບໃຫ້ບ້ານນາດູ່ເກົ່າຈັດງານບຸນນະມັດສະການຮອຍພະບາດນາດູ່ປະຈໍາປີ 2022 ຕາມຮີດຄອງປະເພນີ, ເລີ່ມແຕ່ມື້ອອກໃໝ່ 10 ຄໍ່າຫາ 15 ຄໍ່າເດືອນ 3 (ວັນທີ 11-16 ກຸມພາ 2022) ກໍານົດເອົາມື້ອອກໃໝ່ 13 ຄໍາ(ວັນທີ 14 ກຸມພາ 2022) ເປັນແຫ່ຜະສາດເຜິ້ງ-ຕົ້ນເງິນ ແລະເປັນມື້ເປີດງານຢ່າງເປັນທາງການ, ພາຍໃນງານອະນຸຍາດໃຫ້ມີການວາງສະແດງ ແລະຈໍາໜ່າຍສິນຄ້າປະເພດຕ່າງໆ ແຕ່ບໍ່ອະນຸຍາດໃຫ້ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ, ການຄົບງັນແມ່ນອະນຸຍາດໃຫ້ຄົບງັນດ້ວຍລໍາເລື່ອງ 1 ຄະນະ (ມື້ອອກໃໝ່ 14 ຄໍ່າ) ສ່ວນກິດຈະກໍາ ແລະພິທີກໍາຕ່າງໆ ເປັນຕົ້ນ: ການບູຊາຮອຍພະບາດ, ບູຊາໄມ້ເປັນຫິນ, ບູຊາພະພຸທະຮູບປາງປະທານພອນ, ບູຊາພະຍານາກ, ບວດພະຍານາກ, ບວງສວງພະຍານາກ, ບູຊາກອງບຸນ ແລະອື່ນໆ…ແມ່ນອະນຸຍາດໃຫ້ສືບຕໍ່ຈັດຕັ້ງປະຕິບັດຄືໃນປີຜ່ານໆມາ.
ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດພະຍາດໂຄວິດ-19 ຜູ້ເຂົ້າຮ່ວມງານຕ້ອງໄດ້ປະຕິບັດມາດຕະການໃສ່ຜ້າອັດປາກ-ດັງ ແລະມາດຕະການອື່ນໆ ທີ່ມີເຫັນວ່າມີຄວາມຈໍາເປັນຕື່ມອີກ.
Cr: ສື່ມວນຊົນ ລະຄອນເພັງ


