ໃນວັນທີ 23 ກັນຍາ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວຄໍາປາໄສ ໃນພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ສະ ໄໝທີ 78 ທີ່ນະຄອນ ນິວຢອກ. ທ່ານ ໄດ້ຕີລາຄາວ່າ ໃນປັດຈຸບັນ ປະຊາຄົມໂລກ ພວມປະເຊີນຫນ້າກັບວິກິດການ ໃນລະດັບທີ່ບໍ່ເຄີຍປະສົບພົບພໍ້ມາກ່ອນ ເປັນຕົ້ນແມ່ນ ຄວາມທຸກຍາກທີ່ມີເພີ່ມຂຶ້ນ, ລະບົບການເງິນສາກົນຍັງຂາດຄວາມຍຸຕິທຳ, ໄພພິບັດທຳມະຊາດຮ້າຍແຮງທີ່ເກີດຖີ່ຂຶ້ນ, ຂໍ້ຂັດແຍ່ງດ້ານອາວຸດທີ່ພວມແຜ່ລາມ, ແລະ ອື່ນໆ ເຊິ່ງທັງໝົດ ບໍ່ພຽງແຕ່ກີດຂວາງການພັດທະນາໃນຂອບເຂດທົ່ວໂລກ, ແຕ່ກາຍເປັນໄພຂົ່ມຂູ່ຕໍ່ການດຳລົງຄົງຕົວຂອງມວນມະນຸດໃນໂລກ. ດັ່ງນັ້ນ, ຈິ່ງຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງເພີ້ມທະວີຄວາມສາມັກຄີກັນ ແລະ ຍົກສູງຄວາມເປັນເອກະພາບ ບົນພື້ນຖານຫຼັກການທີ່ກໍານົດໄວ້ຢູ່ໃນ ກົດບັດ ສປຊ ແລະ ກົດຫມາຍສາກົນ, ພ້ອມທັງຈໍາເປັນ ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມືຫຼາຍຝ່າຍ, ເດັດດ່ຽວຫຼີກເວັ້ນການປະເຊີນໜ້າກັນ ແລະ ການສ້າງຄວາມແຕກແຍກ. ພ້ອມກັນນີ້, ອົງການ ສປຊ ຕ້ອງໄດ້ຮັບການປະຕິຮູບ ເພື່ອສາມາດປະຕິບັດຕາມພາລະບົດບາດໄດ້ຢ່າງມີປະສິດທິຜົນສູງ ໃນທ່າມກາງສະພາບພູມສາດການເມືອງໃນໂລກ ພວມປ່ຽນແປງໄວ, ເພື່ອສາມາດແກ້ໄຂສິ່ງທ້າທາຍທີ່ເປັນໄພຂົ່ມຂູ່ ຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການພັດທະນາແບບຍືນຍົງ. ສປປ ລາວ ສືບຕໍ່ສະຫນັບສະຫນູນການແກ້ໄຂຂໍ້ຂັດແຍ່ງໃນໂລກ ດ້ວຍສັນຕິວິທີ ເຊິ່ງເປັນວິທີທາງພຽງຫນຶ່ງດຽວ ເພື່ອຮັບປະ ກັນການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໃຫ້ຍືນຍາວ. ສປປ ລາວ ເຊື່ອຫມັ້ນວ່າ ມາດຕະການບີບບັງຄັບຝ່າຍດຽວ ບໍ່ພຽງແຕ່ຂັດກັບຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງ ຕໍ່ປະຊາຊົນຜູ້ບໍລິສຸດໃນທົ່ວໂລກ.
ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໄດ້ດໍາເນີນມາເຖິງໄລຍະກາງສະໄໝ, ແຕ່ຄວາມຄືບໜ້າໂດຍລວມແມ່ນຍັງຊັກຊ້າ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນ, ເຊິ່ງລວມທັງ ການນໍາໃຊ້ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ. ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນ ຕ້ອງຮ່ວມກັນປະຕິບັດວຽກງານເພື່ອການພັດທະນາ ໃຫ້ກົມກຽວກັນຂຶ້ນກ່ວາເກົ່າ ເພື່ອສາມາດລະດົມທຶນຮອນ ແລະ ຊັບພະຍາກອນໃຫ້ພຽງພໍ ເພື່ອແກ້ໄຂສະພາບຄວາມຈໍາເປັນພິເສດດ້ານການພັດທະນາ. ສິ່ງດັ່ງກ່າວ ຈະບໍ່ສາມາດເຮັດສໍາເລັດໄດ້ ຖ້າປາສະຈາກການມີສ່ວນຮ່ວມ ຂອງປະເທດກໍາລັງພັດທະນາ ໃນຂະບວນການຕັດສິນບັນຫາດ້ານເສດຖະກິດ ແລະ ການຄ້າສາກົນ, ລວມທັງ ການກໍານົດລະບຽບການ ແລະ ການຄຸ້ມຄອງ ໃຫ້ສອດຄ່ອງກັບສະພາບເສດຖະກິດສາກົນ ທີ່ມີການປ່ຽນແປງໄວ.
ສໍາລັບ ສປປ ລາວ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແມ່ນຄວາມຫມາຍຫມັ້ນທາງການເມືອງ ໃນລະດັບປະເທດ, ເພາະນອກຈາກ 17 ເປົ້າໝາຍຂອງສາກົນແລ້ວ, ສປປ ລາວ ຍັງມີເປົ້າຫມາຍທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າຫມາຍແຫ່ງຊາດ. ບັນຫາລະເບີດບໍ່ທັນແຕກຕົກ ຍັງສືບຕໍ່ກີດຂວາງ ການພັດທະນາປະເທດ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຜູ້ບໍລິສຸດ. ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາດັ່ງກ່າວ ທີ່ຍັງແກ່ຍາວມາດົນ. ສປປ ລາວ ເປັນປະເທດໜຶ່ງທີ່ມີແຫຼ່ງຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ແລະ ຄວາມຫລາກຫລາຍດ້ານຊີວະນາໆພັນ. ລັດຖະບານ ລາວ ໄດ້ສົ່ງເສີມການພັດທະນາ ແລະ ເຕີບໂຕສີຂຽວ, ເພີ່ມທະວີການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງຍິ່ງຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະເປັນໜຶ່ງໃນບັນດາປະເທດ ທີ່ປ່ອຍມົນລະພິດໃນປະລິມານໜ້ອຍທີ່ສຸດໃນໂລກ, ແຕ່ໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຄືກັບຫຼາຍປະເທດ, ພ້ອມທັງສືບຕໍ່ມີຄວາມໝາຍໝັ້ນຢ່າງແຮງກ້າ ໃນການປະຕິບັດພັນທະສາກົນ ເພື່ອຕ້ານການປ່ຽນແປງຂອງສະພາບດິນຟ້າອາກາດ. ສປປ ລາວ ຈິ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ປະຕິບັດຕາມຄຳໝາຍໝັ້ນໃນການສະໜອງທຶນ ເພື່ອແກ້ໄຂບັນຫາດັ່ງກ່າວໃນໂລກ.
ປີນີ້ ແມ່ນຄົບຮອບ 56 ປີ ແຫ່ງການສ້າງຕັ້ງປະຊາຄົມບັນດາປະຊາຊາດ ໃນອາຊີຕາເວັນອອກສຽງໃຕ້ (ອາຊຽນ). ອາຊຽນ ຊຶ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານ ເພື່ອການຮ່ວມມືໃນພາກພື້ນ ທີ່ເວລາໃດ ກໍໄດ້ຢຶດຫມັ້ນຕໍ່ການຮ່ວມມືພາກພື້ນ ແລະ ການຮ່ວມມືຫລາຍຝ່າຍ, ທັງມີບົດບາດເປັນແກນກາງ ໃນການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ຄວາມຫມັ້ນຄົງ ແລະ ການພັດທະນາ. ອາຊຽນ ມີຄວາມຫມາຍຫມັ້ນ ເພື່ອສືບຕໍ່ການສ້າງປະຊາຄົມ ໃຫ້ເຂັ້ມແຂງ ພ້ອມທັງສົ່ງເສີມຄວາມເປັນເອກກະພາບ ແລະ ຄວາມເປັນແກນກາງໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ ອາຊຽນ ເປັນຜູ້ນຳພາ, ແນໃສ່ເພື່ອສ້າງສະພາບແວດອອ້ມທີ່ເອື້ອອຳນວຍ ໃຫ້ແກ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວຫນ້າ ໃນພາກພື້ນ ແລະ ໃນໂລກ. ໃນປີ 2024 ສປປ ລາວ ຈະໄດ້ຮັບກຽດຈະເຮັດຫນ້າທີ່ ເປັນປະທານອາຊຽນ ໂດຍພາຍໃຕ້ ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ. ສປປ ລາວ ຈະສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດຂອງ ອາຊຽນ ເພື່ອສືບຕໍ່ສ້າງປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດແຫນ້ນການພົວພັນກັບພາຍນອກ, ແນໃສ່ເຮັດໃຫ້ພາກພື້ນນີ້ມີ ສັນຕິພາບ, ມີຄວາມຜາສຸກ, ມີການເຊື່ອມຈອດ ແລະ ເຂັ້ມແຂງຂຶ້ນ ກວ່າເກົ່າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

