ໃນໂອກາດ ເຄື່ອນໄຫວເຮັດ ວຽກເຜີຍແຜ່ເຊື່ອມຊຶມ 2 ວາ ລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ການສະກັດ ກັ້ນ, ແກ້ໄຂບັນຫາຢາເສບຕິດຢູ່ ແຂວງຫຼວງພະບາງ ຂອງ ສະ ຫາຍ ພົນຕີ ປະສິດ ທ່ຽງທຳ ຫົວ ໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ ລົງເຮັດວຽກຢູ່ໂຮງງານປະສານ ເຫຼົ່າຫຼວງພະບາງ ໂດຍການ ຕ້ອນຮັບຈາກຄະນະພັກ-ຄະນະ ອຳນວຍການ, ພະນັກງານ-ວິ ຊາການ ໂຮງງານປະສານເຫຼົ່າ ຫຼວງພະບາງ.
ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກກອງທັບໄດ້ຮັບຝັງການລາຍງານຫຍໍ້ຈາກ ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ອຳນວຍການໂຮງງານ ປະສານເຫຼົ່າຫຼວງພະບາງ ໃນ ໄລຍະຜ່ານມາເຫັນໄດ້ວ່າ: ຄະ ນະພັກ-ຄະ ນະອຳນວຍການໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການ ເມືອງ ແລະ ວິຊາສະເພາະຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດ ຕາມກົດລະບຽບຂອງພັກ-ກົດ ໝາຍຂອງລັດ ກໍຄືຂໍ້ກໍານົດກົດລະ ບຽບຂອງກອງທັບຢ່າງເຂັ້ມ ງວດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ, ໄດ້ສຸມໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກ ງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີແນວຄິດ ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ ການນໍາພາຂອງພັກ-ລັດ, ຫ້າວ ຫັນຕໍ່ໜ້າທີ່ວຽກງານວິຊາສະ ເພາະທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນເຮັດສໍາເລັດຕາມແຜນ ການ.
ໃນໂອກາດນີ້, ສະຫາຍ ພົນ ຕີ ປະສິດ ທ່ຽງທໍາ ໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະອຳນວຍ ການຖືເອົາວຽກງານສືກສາ ອົບຮົມການເມືອງ-ນໍາພາແນວ ຄິດສອດຫ້ອຍເຂົ້າທຸກຂົງເຂດ ວຽກງານລວມຂອງກົມກອງ ດ້ວຍຫຼາຍຮູບການຫຼາຍເນື້ອໃນ ໃຫ້ແທດເໝາະກັບໜ້າທີ່ການ ເມືອງຂອງຕົນ, ຍົກສູງຄວາມ ຮັບຜິດຊອບດ້ານວິຊາສະເພາະ ເພື່ອແນ່ໃສ່ຮັບປະກັນບັນດາ ການຜະລິດ ແລະ ປັບປຸງອາວຸດ ຍຸດໂທປະກອນ ຕ່າງໆໃຫ້ຢູ່ສະ ພາບດີ.