ຕອນເຊົ້ນວັນທີ 11 ພຶດສະພາ 2023 ; ສະຫາຍ ພົນໂທ ຫງວຽນເຕິນເກືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ ຫົວໜ້າກົມໃຫຍ່ເສນາທິການ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທະຫານຮາບທີ 1; ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ ພ້ອມດ້ວຍຄະນະ.
ໂອກາດມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ, ສະຫາຍ ພົນຈັດຕະວາ ອຸ່ນຈັນແດງວັນສົມ ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາ ພະນັກງານ, ນັກຮົບ ກອງພົນທະຫານຮາບທີ1 ໄດ້ລາຍງານສະພາບການກໍາເນີດ ແລະ ການເຄື່ອນໄຫວປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກອງພົນທະຫານຮາບທີ1 ໃຫ້ຄະນະຜູ້ແທນກະຊວງປ້ອງກັນປະເທດ ກອງທັບປະຊາຊົນຫວຽດນາມ ໄດ້ຮັບຊາບ; ເຊິ່ງໄດ້ລາຍງານໃຫ້ຮູ້ວ່າ: ກອງພົນທະຫານຮາບທີ1 ເຮັດໜ້າທີ່ເປັນກໍາລັງເຄື່ອນທີ່ໃຫ້ແກ່ກະຊວງປ້ອງກັນປະເທດ, ປະສານສົມທົບກັບກົມກອງເພື່ອນເຮັດໜ້າທີ່ປົກປັກຮັກສາ ແລະເຄື່ອນໄຫວແກ້ໄຂຄວາມບໍ່ສະຫງົບ ຢູ່ເຂດໃຈກາງຂອງປະເທດ; ກອງພົນທະຫານຮາບທີ 1 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ກຸມພາ 1985, ໂດຍໄດ້ເຕົ້າໂຮມບັນດາ ກົມກອງ ແລະ ບັນດາພະນັກງານ-ນັກຮົບປະຕິວັດ ທີ່ມີມູນເຊື້ອຕໍ່ສູ້ພິລະອາດຫານ, ທົນທານໜຽວແໜ້ນ, ມີຄວາມຈູບຈ້າວຫ້າວຫັນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເຂົ້າເປັນອັນໜຶ່ງອັນດຽວກັນ, ຕະຫຼອດໄລຍະຜ່ານມາກອງພົນທະຫານຮາບທີ1 ໄດ້ເຄື່ອນໄຫວແກ້ໄຂຄວາມບໍ່ສະຫງົບ ແລະ ທັບມ້າງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສົມຄົມ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ. ສະຫາຍ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກໍ່ໄດ້ກ່າວສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ເປັນກັນເອງ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກອງພົນທະຫານຮາບທີ 1 ຕະຫຼອດໄລຍະຜ່ານມາ; ພ້ອມກ່າວຊີ້ນໍາວ່າ: ສອງຊາດ, ສອງພັກ-ລັດ, ສອງກອງທັບ ຫວຽດນາມ-ລາວ ແມ່ນເພື່ອນມິດຍຸດທະສາດທີ່ຮ່ວມອຸດົມການອັນດຽວກັນ, ແມ່ນປະເທດບ້ານໃກ້ເຮືອນຄຽງ, ເໜືອນດັ່ງອ້າຍ-ນ້ອງຮ່ວມອຸທອນດຽວກັນ, ເຂົ້າເມັດຫັກພັກໜຶ່ງເສັ້ນກໍ່ແບ່ງເປັນກັນກິນ, ໄດ້ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນມາແຕ່ດົນນານ; ນັ້ນແມ່ນມູນເຊື້ອຄວາມສາມັກຄີຮັກແພງແບບພິເສດ, ແມ່ນການຮ່ວມມືຮອບດ້ານ, ແມ່ນຄວາມຈິງໃຈຕໍ່ກັນ ລະຫວ່າງ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ; ພ້ອມນີ້ກໍ່ໄດ້ກ່າວເນັ້ນຕື່ມວ່າ: ກອງພົນທະຫານຮາບທີ 1 ແມ່ນກົມກອງທີ່ມີມູນເຊື້ອສາມັກຄີສູ້ຮົບອັນຍາວນານ ແລະ ເປັນກົມກອງແຮກສ່ຽວ ກັບ ກອງພົນ 324 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຖ້າຫາກມີຄວາມຮຽກຮ້ອງຕ້ອງການໃຫ້ກອງທັບປະຊາຊົນຫວຽດນາມຊ່ວຍເຫຼືອ ແມ່ນໃຫ້ສະເໜີຜ່ານກອງປະຊຸມປະຈໍາປີລະຫວ່າງສອງກອງພົນ ແລະ ກອງປະຊຸມລະດັບສູງ ຮ່ວມກັບ ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາວ່າກອງທັບປະຊາຊົນຫວຽດນາມພ້ອມທີ່ຈະສົ່ງເສີມ ແລະ ຊ່ວຍເຫຼືອຕາມຄວາມອາດສາມາດ ແລະ ເງື່ອນໄຂຄວາມເປັນຈິງ.
ເພື່ອສະແດງເຖິງຄວາມຮັກ, ຄວາມຫ່ວງໄຍໂອກາດການມາຢ້ຽມຢາມ ສອງຝ່າຍກໍ່ໄດ້ນໍາເອົາຂອງຂວັນທີ່ລະນຶກມອບໃຫ້ກັນແລະກັນເພື່ອເກັບໄວ້ເປັນຄວາມຊົງຈໍາ; ຈາກນັ້ນ, ກໍ່ໄດ້ລົງກວດກາໂຄງການກໍ່ສ້າງອາຄານຫ້ອງການສອງຊັ້ນຫຼັງໃໝ່ ຂອງກອງພົນທະຫານຮາບທີ1ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກກອງທັບປະຊາຊົນຫວຽດນາມ ມູນຄ່າ 2 ລ້ານໂດລາສະຫະລັດ ປັດຈຸບັນສໍາເລັດແລ້ວ 85%.
ໂດຍ: ໂກຮັງ ພັນທະວົງ





