ໃນຕອນເຊົ້າຂອງ ວັນທີ 16 ພຶດສະພາ 2023, ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບ ແລະ ພົບປະເຮັດວຽກ ກັບ ທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ15ຫາ16ພຶດສະພາ2023
ໂອກາດນີ້, ທ່ານ ທອງສະຫັວນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ ຂອງຄະນະຜູ້ແທນອົດສະຕຣາລີ ໃນຄັ້ງນີ້, ຖືເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫ່ວາງ ລາວ ແລະ ອົດສະຕຣາລີ ທີ່ພວມຢູ່ໃນບັນຍາກາດແຫ່ງການສະເຫຼີມສະຫຼອງວັນສ້າງສາຍພົວພັນການທູດ ຄົບຮອບ 71 ປີ.
ນອກນັ້ນ, ຍັງໄດ້ມີການຕີລາຄາການຮ່ວມມືສາຍພັກ ເຊິ່ງພັກປະຊາຊັນປະຕິວັດລາວ ແລະ ພັກແຮງງານອົດສະຕຣາລີ ໄດ້ມີການພົວພັນມາກ່ອນ. ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫ່ວາງ ລາວ-ອົດສະຕຣາລີ ໃນຕະຫຼອດໄລຍະ 71 ປີ ຜ່ານມາ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆມາ,
ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບພົ່ນເດັ່ນ ໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງ ລາວ ພາຍໃຕ້ການນໍາຂອງ ພັກປະຊາຊົນປະຕິວັດລາວ ທີ່ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ໂດຍສະເພາະ ຜົນສໍາເລັດເບື້ອງຕົ້ນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ສະໄໝ ທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອທີ່ມີປະສິດທິຜົນຂອງລັດຖະບານອົດສະຕຣາລີ ໃຫ້ແກ່ ສປປ ລາວ ໂດຍສະເພາະໃນດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ດ້ານມະນຸດສະທຳ, ສາທາລະນະສຸກ, ການຊ່ວຍເຫຼືອອຸປະກອນການແພດ, ຢາວັກແຊງຕ້ານພະຍາດໂຄວິດ-19, ການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ການພັດທະນາພື້ນຖານໂຄງລ່າງ ແລະ ດ້ານອື່ນໆ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າຝ່າຍອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕື່ມອີກໃນຕໍ່ໜ້າ.
ໂອກາດດຽວກັນນີ້ ທ່ານ ນາງ ເພັນນີ ວອງ, ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງສະພາບພົ້ນເດັ່ນການພັດທະນາຂອງ ອົດສະຕຣາລີ ໃຫ້ຊາບ ແລະ ຊົມເຊີຍບັນດາຜົນສໍາເລັດໃນດ້ານຕ່າງໆ ທີ່ປະຊາຊົນລາວຍາດມາໄດ້ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫ່ວາງ ອົດສະຕຣາລີ-ລາວ ຕະຫຼອດໄລຍະ 71 ປີ.
ພ້ອມນັ້ນ, ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ອົດສະຕຣາລີ ມີຄວາມຍິນດີເຮັດວຽກຮ່ວມກັນ ເພື່ອສະໜັບສະໜູນ ລາວ ໃນການເປັນປະທານໝູນວຽນອາຊຽນ ໃນປີ 2024.
ສອງຝ່າຍເຫັນດີເປັນເອກະພາບນຳກັນສືບຕໍ່ຊຸກຍູ້ໃນການເສີມສ້າງສາຍພົວພັນສອງຝ່າຍ ໂດຍສະເພາະ ແມ່ນໄດ້ເຊັນບົດບັນທຶກສະແດງເຈດຈໍານົງຮ່ວມມື ເພື່ອສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ອົດສະຕຣາລີ-ລາວແນໃສ່ເພີ່ມທະວີການພົວພັນຮ່ວມມືໃນຂອບການທູດປະຊາຊົນຂອງ 2 ປະເທດ ເພື່ອໃຫ້ໄດ້ຮັບການພັດທະນາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດລາວ ແລະ ອົດສະຕຣາລີ ກໍ່ຄືປະກອບສ່ວນເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.






