ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ປາໂບຣ ແອງໂຕນີໂອ ໂຣດຼີເກດສ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈຳ ສປປ ລາວ.

ໃນການພົບປະຄັ້ງນີ້, ສະຫາຍ ປາໂບຣ ແອງໂຕນີໂອ ໂຣດຼີເກດສ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ມີໂອກາດພົບປະ ກັບ ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ສະຫາຍ ປາໂບຣ ແອງໂຕນີໂອ ໂຣດຼີເກດສ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ລະຫວ່າງ ກູບາ-ລາວ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນກູບາ ໃນເວທີພາກພື້ນ ແລະ ສາກົນ ມາໂດຍຕະຫຼອດ. ນອກຈາກນັ້ນ, ສະຫາຍທູດ ຍັງໄດ້ແຈ້ງສະພາບ ກ່ຽວກັບ ເຫດການປະທ້ວງໃນວັນທີ 11 ກໍລະກົດ 2021 ທີ່ຜ່ານມາ, ຊຶ່ງເປັນການປະຕິບັດທີ່ມີການແຊກແຊງຈາກພາຍນອກ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ກູບາ ຊຶ່ງໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ; ຕີລາຄາສູງຕໍ່ພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ໄດ້ເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ທ່າມກາງການປິດລ້ອມ ແລະ ການຂວ້ຳບາດຂອງຕາເວັນຕົກຕັ້ງ 6 ທົດສະວັດຜ່ານມາ. ຕໍ່ກັບເຫດການປະທ້ວງໃນວັນອາທິດທີ່ຜ່ານມາ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ທັດສະນະວ່າ ເປັນການປະພຶດທີ່ບໍ່ຖືກຕ້ອງ, ບໍ່ສະແດງເຖີງຜົນປະໂຫຍດຂອງປະຊາຊົນກູບາສ່ວນໃຫຍ່ ແລະ ເປັນການແຊກແຊງຈາກພາຍນອກ. ພັກປປ ລາວ ຕີລາຄາສູງ ຕໍ່ນ້ຳໃຈສາກົນຂອງກູບາ, ຕ້ານທຸກຮູບແບບຂອງການປິດລ້ອມ ແລະ ຂວ້ຳບາດຈາກພາຍນອກ, ສະໜັບສະໜູນໝາກຜົນຂອງການປະຕິວັດກູບາທີ່ຍາດມາໄດ້; ຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງພັກປປ ລາວ ໃນການສະໜັບສະໜູນພັກກອມມູນິດກູບາຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳ ໂດຍສະເພາະ ການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງຕາເວັນຕົກຕໍ່ກູບາ.
ການພົບປະຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ອວຍພອນແດ່ ສະຫາຍ ປາໂບຣ ແອງໂຕນີໂອ ໂຣດຼີເກດສ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການທູດອັນມີກຽດຂອງຕົນ. ພ້ອມທັງ ຢືນຢັນວ່າ: ຄະນະພົວພັນຕ່າງປະເທດສູນກາງພັກ ຍິນດີສືບຕໍ່ສະໜັບສະໜູນ ແລະ ຮ່ວມມືເພື່ອເສີມຂະຫຍາຍສາຍພົວພັນສາຍພັກ ກໍຄື ການທູດປະຊາຊົນ ໃຫ້ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ກູບາ.