ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2021, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມ ວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພລ ເຄລີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ.
ໃນການພົບປະຄັ້ງນີ້, ທ່ານ ໂພລ ເຄລີ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນ ຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ຊົມເຊີຍຜົນສໍາເລັດເບື້ອງຕົ້ນໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດຂອງພັກ-ລັດ ແລະ ປະຊາຊົນລາວ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ອົດສະຕຣາລີ-ສປປ ລາວ ທີ່ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໄດ້ຢືນຢັນຄວາມມຸ້ງຫວັງຂອງຕົນ ທີ່ຈະສືບຕໍ່ເຮັດວຽກຮ່ວມມືກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂື້ນ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ລາວ-ອົດສະຕຣາລີ ຕະຫຼອດໄລຍະເກືອບ 7 ທົດສະຫວັດຜ່ານມາ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1952, ສາຍພົວພັນສອງຝ່າຍໄດ້ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ການສຶກສາ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການກໍ່ສ້າງພື້ນ ຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກ, ໄພພິບັດທໍາມະຊາດ, ການຄ້າ-ການລົງທຶນ ແລະ ອື່ນໆ ເຊິ່ງໄດ້ປະ ກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາ ເຜົ່າ. ພິເສດ, ໃນທາມກາງການແຜ່ລະບາດຂອງພະຍາດໂຄວິດ-19, ອົດສະຕຣາລີ ຍັງໄດ້ປະກາດໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ແລະ ຢາວັກແຊັງຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ນອກຈາກນີ້, ທ່ານ ຍັງສະແດງຄວາມຂອບໃຈ ທີ່ສະຖານທູດອົດສະຕຣາລີ ໄດ້ຊ່ວຍເຫຼືອການຍົກລະດັບພາສາອັງກິດ ໃຫ້ແກ່ພະນັກງານ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງການອື່ນໆອ້ອມຂ້າງສູນກາງພັກ, ໂດຍການຈັດຊຸດຝຶກອົບຮົມໄລຍະສັ້ນ ຈໍານວນຫຼາຍຊຸດໃນຜ່ານມາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ໂພລ ເຄລີ ທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນຢ່າງຫ້າວຫັນ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສົ່ງເສີມສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນຍິ່ງໆຂື້ນ.
ການພົບປະຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນວ່າ ຄະນະພົວພັນຕ່າງປະເທດສູນກາງພັກ ຍິນດີສະໜັບ ສະໜູນ ທ່ານ ໂພລ ເຄລີ ຕະຫຼອດໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືອັນດີງາມ ກໍ່ຄື ເພີ່ມທະວີຄວາມ ເຂົ້າອົກເຂົ້າໃຈ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃຫ້ນັບມື້ຫຼາຍຂື້ນກວ່າເກົ່າ, ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
