ໃນຕອນບ່າຍວັນທີ 29 ພະຈິກ 2021 ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍອ້າຍນ້ອງພະນັກງານສະຖານທູດ ເຂົ້າອວຍພອນເນື່ອງໃນໂອກາດວັນສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.

ໃນໂອກາດດັ່ງກ່າວ ສະຫາຍ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຊົມຊື່ນ ແລະ ຕີລາ ຄາສູງ ຕໍ່ບັນດາຜົນສຳເລັດ ໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງປະຊາຊົນລາວອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 46 ປີ ຜ່ານມາ, ຊົມເຊີຍຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ປປ ລາວ ຄັ້ງທິ 3 ສະໄໝທີ XI ກໍ່ຄືກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນເວລາບໍ່ດົນຜ່ານມາ ແລະ ການຮັບມືກັບການແຜ່ລະບາດພະຍາດ ໂຄວິດ-19 ໃນປະຈຸບັນ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ ປະຊາຊົນ ປະຕິວັດລາວ ອັນໄດ້ເຮັດໃຫ້ ສປປ ລາວ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ຖານະບົດບາດ ແລະ ອິດທິພົນຂອງພັກ, ລັດ ສປປ ລາວ ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ຫງວຽນບ໋າຮຸ່ງ ທີ່ໄດ້ນຳພາຄະນະມາອວຍ ພອນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳ ເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມ ມູນິດຫວຽດນາມ, ໂດຍສະເພາະ ຜົນສຳເລັດໃນການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19, ການສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ເພື່ອນຳເອົາ ສສ ຫວຽດ ນາມ ກ້າວຂຶ້ນສູ່ທ່ວງທ່າໃໝ່ ທີ່ເຂັ້ມແຂງ ແລະ ໜັກແໜ້ນຮອບດ້ານ, ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມ ມູນິດຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງຈະສາມາດຍາດໄດ້ໄຊຊະນະໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປົກປັກຮັກສາ, ພັດທະນາ ແລະ ສ້າງສ້າງປະ ເທດຊາດ ກໍ່ຄືການຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສສ ຫວຽດນາມ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງສະຖານທູດ, ໂດຍສະເພາະ ການປະກອບສ່ວນຂອງສະຫາຍທູດ ເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ- ຫວຽດນາມ ໃນໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ພ້ອມນັ້ນ, ສະຫາຍຍັງໄດ້ຕາງໜ້າ ພັກ, ລັດຖະບານ ກໍ່ຄືປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່ ແລະ ຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິທິຜົນ ແກ່ພາລະກິດຕໍ່ສູ່ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປະຈຸບັນ, ໂດຍສະເພາະແມ່ນການຊ່ວຍເຫຼືອໃນການຮັບມື ຕ້ານການລະບາດຂອງພະຍາດ ໂຄວິດ – 19 ໃນປະຈຸບັນ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ, ເຊິ່ງການນຳຂັ້ນສູງຂອງສອງຝ່າຍ ໄດ້ມີການໄປມາຫາສູ່ກັນຢ່າງເປັນປະຈຳ, ການຮ່ວມມືກໍ່ສ້າງພະນັກງານ, ການແລກປ່ຽນບົດ ຮຽນທາງດ້ານທິດສະດີ-ພຶດຕິກຳ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ- ການລົງທຶນ, ສຶກສາ, ວັດທະນະ ທຳ-ທ່ອງ ທ່ຽວ ແລະ ອື່ນໆ ກໍ່ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນັບມືມີຄວາມໝາຍໜັກແໜ້ນເປັນກ້າວໆ.

ສອງຝ່າຍ ຍິນດີຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ກັບສະຖານເອກອັກຄະລັດຖະທູດ ໃນການເປັນເສນາທິການໃຫ້ແກ່ ສອງສູນ ກາງພັກ ລາວ-ຫວຽດນາມ ແລະ ເປັນຂົວເຊື່ອມຕໍ່ອັນສຳຄັນ ໃນການປະກອບສ່ວນເຂົ້າໃນການ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ໂດຍສະເພາະ ຈະປະສານສົມທົບຢ່າງແໜ້ນແຟ້ນ ໃນການກະກຽມ ໃຫ້ແກ່ການພົບປະ ແລະ ຢ້ຽມຢາມ ລະຫວ່າງການນຳຂັ້ນສູງສອງພັກ ລາວ-ຫວຽດນາມ, ການຝຶກອົບຮົມພະນັກງານລາວ ແລະ ການສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ໃນປີ 2022 ທີ່ຈະມາເຖິງນີ້.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ອວຍພອນໃຫ້ ສະຫາຍທູດ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນການເປັນຂົວເຊື່ອມຕໍ່ມິດຕະພາບທີ່ດີງາມ ລະ ຫວ່າງສອງພັກ, ສອງລັດ ລາວ- ຫວຽດ ນາມ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ ກໍ່ຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.