ໃນວັນທີ 3 ສິງຫາ 2021 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ສໍາຫລວດເບິ່ງສູນກັກກັນແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ ແລະ ສູນປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ຈໍານວນ 3 ແຫ່ງ ຄື: ສູນປິ່ນປົວຫລັກ 6, ສູນກັກກັນ, ສູນຊາວໜຸ່ມແຂວງ ແລະ ສູນກັກກັນ ໂຮງຮຽນນາຍ 10 ປກສ ຊັ້ນຕົ້ນ ເລກ 4 ຢູ່ແຂວງບໍລິຄຳໄຊ ເພື່ອເປັນການຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ບັນດາມາດຕະການ ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດດັ່ງກ່າວ.
ໂອກາດດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງ ບໍລິຄໍາໄຊ ມີຜູ້ຕິດເຊື້ອໂຄວິດ-19 ສະສົມລວມທັງໝົດ 32 ກໍລະນີ, ປິ່ນປົວຫາຍດີແລ້ວ 3 ກໍລະນີ ແລະ ກໍາລັງປິ່ນປົວ 29 ກໍລະນີ ການຕິດເຊື້ອສ່ວນໃຫຍ່ ແມ່ນມາຈາກແຮງງານນໍາເຂົ້າຈາກຕ່າງປະເທດ. ສຳລັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນດ້ານຕ່າງໆ ແມ່ນຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍພາຍໃນສູນ ເປັນຕົ້ນແມ່ນ ການປ້ອງກັນເວນຍາມ ການຮັກສາໄລຍະຫ່າງ ການກໍານົດຂອບເຂດບໍລິເວນຂອງຜູ້ຕິດເຊື່ອ ແລະ ອື່ນໆ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ຜູ້ທີ່ກຳລັງຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ຢູ່ສະຖານທີ່ຕ່າງໆ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງລັັັັັດຖະບານຕໍ່ແຮງງານລາວ ແລະ ນະໂຍບາຍຂອງລັດ ຖະບານ ໂດຍສະເພາະ ການໄປອອກແຮງງານຢູ່ຕ່າງປະເທດ, ຄວາມເອົາໃຈໃສ່ ແລະ ພະຍາຍາມ ໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ, ເຫດຜົນ ແລະ ຄວາມຈຳເປັນ ທີ່ຕ້ອງນຳຜູ້ທີ່ມີຄວາມສ່ຽງຕິດເຊື້ອເຂົ້າກັກບໍລິເວນ, ຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ແລະ ອື່ນໆ.
ພ້ອມນັ້ນ, ທ່ານຮອງນາຍົກລັດຖະມົົນຕີ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ອົດທົນ, ທຸ່ນທ່ຽງ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງ ຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກຕ່າງໆໄປພ້ອມກັນ, ພາຍຫລັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊິນປ້ອງກັນ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດແຂວງ ກໍຄືຂອງລັດຖະບານວາງອອກຢ່າງເຂັ້ມງວດ.
Loading...