ໃນວັນທີ 21 ກັນຍາ 2021 ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ 19 ຢູ່ເມືອງທຸລະຄົມ, ໃນໂອກາດເຂົ້າຮ່ວມປະຊຸມຮ່ວມກັບຄະນະສະເພາະກິດຂອງເມືອງ ຢູ່ທີ່ສະໂມສອນເມືອງ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ- ຫົວໜ້າຄະນະສະເພາະກິດເມືອງ ແລະ ທ່ານ ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຜັດປ່ຽນກັນລາຍງານສະພາບການປ້ອງກັນ ແລະ ເຝົ້າລະວັງພະຍາດໂຄວິດ 19 ຢູ່ເມືອງທຸລະຄົມ ເຊິ່ງທັງສອງທ່ານໄດ້ກ່າວວ່າ: ພາຍຫລັງມີສະພາບກໍລະນີຜູ້ຕິດເຊື້ອຢູ່ໂຮງງານຕັດຫຍິບແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ບວກກັບມີປະຊາຊົນບ້ານໂພນແຮ່ເດີນທາງຈາກນະຄອນຫລວງມາຢາມຄອບຄົວ, ພາຍຫລັງຜູ້ກ່ຽວກັບໄປບ່ອນເຮັດວຽກໄດ້ໄປກວດແລ້ວຮູ້ວ່າຕົນເອງຕິດເຊື້ອ, ທາງຄະນະສະເພາະກິດຂອງເມືອງ ຈຶ່ງໄດ້ປຶກສາຫາລືໂດຍດ່ວນ ແລະ ມີຄໍາສັ່ງໃຫ້ປິດໂຮງຮຽນທຸກຊັ້ນຮຽນພາຍໃນ 6 ບ້ານເທດສະບານພ້ອມຊີ້ນໍາແພດໝໍ ລົງເກັບຕົວຢ່າງຜູ້ສໍາຜັດໃກ້ສິດທັງໝົດ 34 ຄົນ ແລະ ແນະນໍາຜູ້ສໍາຜັດໃກ້ສິດໃຫ້ກັກຕົນເອງຈໃຫ້ຄົບ 28 ວັນ ໂດຍໃຫ້ກຸ່ມບ້ານເທດສະບານ ແລະ ການຈັດຕັ້ງບ້ານໂພນແຮ່ເປັນຜູ້ຕິດຕາມ ແລະ ລໍຖ້າຜົນກວດ, ສ່ວນຜູ້ຕິດເຊື້ອ ແມ່ນໄດ້ເຂົ້າປິ່ນປົວຢູ່ສູນດອນກອຍ ນະຄອນຫລວງວຽງຈັນ, ເຊິ່ງຕົກມາໃນຕອນແລງຂອງວັນທີ 16 ກັນຍາ 2021 ຈຶ່ງໄດ້ຮັບແຈ້ງຈາກຄະນະສະເພາະກິດແຂວງ ວ່າຜົນກວດທັງໝົດໃນຊຸດທໍາອິດແມ່ນບໍ່ພົບເຊື້ອ, ສໍາລັບສູນກັກກັນຊົ່ວຄາວຢູ່ໂຮງຮຽນປະຖົມບ້ານໂພນແຮ່ຍັງມີຜູ້ກັກຕົນເອງ ຈໍານວນ 11 ຄົນ, ໄດ້ຕັ້ງຈຸດກວດກາຂຶ້ນ 4 ຈຸດ ຄື: ຈຸດບ້ານໄຮຢ່ອນ ທາງເລກ 10 ແລະ ສາມບ້ານເຂດຊາຍແດນເຊື່ອມຕໍ່ລະຫວ່າງເມືອງ ຄື ບ້ານໂພນແພງ, ຫາດສ້ຽວ ແລະ ຫລິ່ງຊັນ, ສ່ວນບ້ານອື່ນໆແມ່ນປ້ອງກັນເວນຍາມ ແລະ ສາລະເວທັງກາງເວັນ ແລະ ກາງຄືນ;
ພາຍຫລັງຮັບຟັງການລາຍງານ ແລະ ປະກອບຄໍາເຫັນແລ້ວ ຈາກນັ້ນ ທ່ານ ຮອງເຈົົ້າແຂວງ ປະທານກອງປະຊຸມໄດ້ມີຄໍາເຫັນຕໍ່ທີ່ປະຊຸມ ເຊິ່ງນອກຈາກກ່າວຍ້ອງຍໍຊົມເຊີຍຄະນະສະເາພະກິດ, ຫົວໜ່ວຍທຸລະກິດຫ້າງຮ້ານ ແລະ ປະ ຊາຊົນຊາວເມືອງ ທີ່ໄດ້ພ້ອມພຽງກັນມີສ່ວນຮ່ວມຢ່າງແຂງແຮງຕອບໂຕ້ກັບພະຍາດໂຄວິດ 19 ຕະຫລອດໄລຍະຜ່ານມາແລ້ວ ທ່ານໄດ້ຊີ້ນໍາໃຫ້ການນໍາເມືອງ ກໍ່ຄືຄະນະສະເພາະກິດເມືອງ ຈ່ງສືບຕໍ່ຍົກລະດັບມາດຕະການປ້ອງກັນ-ເຝົ້້າລະ ວັງຂຶ້ນຕື່ມ ແລະ ໃຫ້ຖືເອົາວຽກດັ່ງກ່າວນີ້ ເປັນວຽກບູລິມະສິດທີ່ຕ້ອງໄດ້ເຮັດກ່ອນ ແລະ ເຮັດໃຫ້ເລິກເຊິ່ງເຖິງຖອງທີ່ສຸດ, ໂດຍສະເພາະໃຫ້ຜັນຂະຫຍາຍແຈ້ງການສະບັບເລກທີ 027/ຄສກ.ວຈ, ລົງວັນທີ 20 ກັນຍາ 2021 ໃຫ້ເປັນອັນລະອຽດສອດຄ່ອງກັບສະພາບຂອງເມືອງ, ເນື່ອງຈາກເມືອງທຸລະຄົມເປັນເມືອງໃຫຍ່, ມີພົນລະເມືອງຫລາຍ ແລະ ເປັນທາງຜ່ານໄປສູ່ບັນດາແຂວງ ຈຶ່ງມີຄວາມຄວາມສ່ຽງສູງທີ່ເຊື້ອພະຍາດອາດຈະແຊກຊ້ອນເຂົ້າມາແຜ່ຂະຫຍາຍ ຖ້າຫາກທຸກຄົນບໍ່ເປັນເຈົ້າການຮ່ວມກັນແທ້ໆ, ພ້ອມກັນນັ້ນ ຕ້ອງເອົາໃຈໃສ່ຕື່ມວຽກງານໂຄສະນາປະຊາສໍາພັນດ້ວຍຫລາຍຮູບແບບໃຫ້ສັງຄົມ ແລະ ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ຫລື ຖ້າຫາກທາງເມືອງມີວິທີການປ້ອງກັນເພີ່ມເຕີມກໍ່ໃຫ້ຮີບຮ້ອນຄົ້ນຄວ້າວິທີ່ຈັດຕັ້ງປະຕິບັດໄດ້ເລີຍ ເພື່ອພ້ອມກັນລະງັບເຊື້ອພະຍາດໂຄວິດ 19 ໃຫ້ຄ່ອຍຈາງຫາຍກັບຄືນສູ່ສະພາບປົກ ກະຕິ.



