ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນປີໃໝ່ລາວ ພສ 2566 ເມື່ອວັນທີ 6 ເມສາ 2023 ທີ່ ຄຕພ.
ໃນໂອກາດດັ່ງກ່າວ ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ຕາງໜ້າ ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວ ພັນຕ່າງປະເທດສູນກາງພັກ ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມຄະນະ ທີ່ໄດ້ມາອວຍ ພອນ ເນື່ອງໃນໂອກາດປີໃໝ່ລາວ ຊຶ່ງໄດ້ນໍາເອົາມິດຈິດມິດໃຈ, ຄວາມສາມັກຄີຮັກແພງ ຖານມິດສະຫາຍອ້າຍນ້ອງທີ່ໃກ້ຊິດ ແລະ ຄໍາອວຍພອນໄຊອັນເສີດ ມາຍັງ ຄະນະພັກ, ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ທຸກຖ້ວນໜ້າ. ຕີລາຄາສູງຕໍ່ການປະກອບສ່ວນຂອງສະຖານທູດ ເຂົ້າໃນບັນດາຜົນສໍາເລັດລວມຂອງ ສສ ຫວຽດນາມ ຕະ ຫຼອດໄລຍະທີ່ຜ່ານມາ ກໍຄື ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງສະ ຖານທູດກັບ ຄະນະພົວພັນຕ່າງປະເທດສູນ ກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວຕໍ່ ແລະ ຕິດຕາມ, ກວດກາ, ແນະນໍາຊຸກຍູ້ ບັນດາກະຊວງ, ອົງການ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂັ້ນສູງຂອງ ສອງພັກ, ສອງລັດ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຍິ່ງໆຂຶ້ນໄປ ແລະ ຮ່ວມກັນເສີມສ້າງ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.
ສະຫາຍ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ ຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ ກໍຄືຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຕີລາຄາສູງຕໍ່ການປະກອບສ່ວນຂອງຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າໃນຜົນສໍາເລັດລວມຂອງ ສປປ ລາວ ກໍຄືປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ.
ໂອກາດນີ້ ສອງຝ່າຍ ຍັງໄດ້ປຶກສາ ແລະ ແລກປ່ຽນບາງບັນຫາທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ແລະ ວຽກງານທີ່ຈະສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດໃນຕໍ່ໜ້າ; ສອງຝ່າຍ ຢືນຢັນວ່າຈະຮ່ວມກັນ ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ, ຈະເຮັດສຸດຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ນັບຂະຫຍາຍຕົວ ແລະ ໝັ້ນຄົງຕະຫຼອດໄປ.
ຂ່າວ: ຄະນະພົວພັນ, ພາບ: ພັດ ລໍວັນໄຊ