ວັນທີ17 ມັງກອນ 2022,ທີ່ສຳ ນັກງານຄະນະພົວພັນຕ່າງປະ ເທດສູນກາງພັກ,ທ່ານ ທອງສະ ຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ໂອຣຮັນເອີເຊິກ (OrhanIsik), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສ.ຕວັກກີ ປະຈໍາ ສປປ ລາວ.

ໃນໂອກາດພົບປະ ທ່ານ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ. ຕວັກກີ ຕະຫຼອດໄລຍະກວ່າຫົກທົດສະວັດແຫ່ງການສ້າງສາຍພົວພັນການທູດນຳກັນຜ່ານມາ. ສະແດງຄວາມເຊື່ອ ໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ຢູ່ລາວຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະ ແໜງການຕ່າງໆຂອງ ສປປ ລາວເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ທ່ານOrhanIsik ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍຜົນສຳເລັດຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ການສ້າງສາພັດທະນາປະ ເທດຕະຫຼອດໄລຍະ 46 ປີ ທີ່ຜ່ານມາ, ພິເສດແມ່ນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ Covid-19ຢູ່ ສປປ ລາວ. ພ້ອມນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆຂອງລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ.ຕວັກກີໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂື້້ນ.
ໃນຕອນທ້າຍ, ທ່ານທອງສະ ຫວັນ ພົມວິຫານໄດ້ອວຍພອນໃຫ້ແກ່ທ່ານ OrhanIsikຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງທ່ານທູດຢູ່ ສປປ ລາວ.
ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ