ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 28 ກຸມພາ 2022, ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ອັນເນັດ ຄະໂນບລັອກ (Annette Knobloch), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ເຢຍລະມັນ ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ; ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະກວ່າຫົກທົດສະວັດ (1958-2022) ແຫ່ງການສ້າງສາຍພົວພັນການທູດນຳກັນ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງຫຼວງຫຼາຍຈາກລັດຖະບານ ແລະ ປະຊາຊົນ ເຢຍລະມັນ ໃນໄລຍະຜ່ານມາ ຜ່ານອົງການຈັດຕັ້ງສາກົນ ແລະ ໂດຍກົງ, ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາພັດ ທະນາ ສປປ ລາວ. ພ້ອມກັນນັ້ນ, ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຍັງໄດ້ຊ່ວຍເຫຼືອຢາວັກແຊັງ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ; ສະ ແດງຄວາມຊົມເຊີຍທ່ານທູດທີ່ເຄື່ອນໄຫວຢ່າງຫ້າວຫັນດ້ານວຽກງານການທູດປະຊາຊົນ, ໂດຍການສະໜັບສະໜູນສະ ມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ໄດ້ເປີດສູນມິດຕະພາບ ລາວ-ເຢຍລະມັນຂຶ້ນ ທີ່ ວິທະຍາ ໄລເຕັກນິກການຊ່າງ ລາວ- ເຢຍ ລະມັນ ໃນວັນທີ 31 ມັງກອນ 2022 ຜ່ານມາ. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ສະເໜີທ່ານທູດໃຫ້ສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດ ຖະກິດ-ການຄ້າ ແລະ ການລົງທຶນ ໃຫ້ມີບາດກ້າວອັນໃໝ່ຫຼາຍຂຶ້ນໃນອະນາຄົດ, ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະແໜງການຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເຢຍລະມັນ.
ທ່ານ ນ. Annette Knobloch ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງຊົມເຊີຍຜົນສຳເລັດຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຕະຫຼອດໄລຍະ 46 ປີ ທີ່ຜ່ານມາ; ສະແດງຄວາມຂອບໃຈຂະແໜງການຕ່າງໆຂອງລາວ ທີ່ໃຫ້ການຮ່ວມມືເປັນຢ່າງດີໃນການປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆຂອງລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສະຫະພັນ ເຢຍລະມັນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນນັບມື້ຫຼາຍຂຶ້ນ.
ໃນຕອນທ້າຍ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ແກ່ ທ່ານ ນ. Annette Knobloch ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອັນມີກຽດສູງສົ່ງ ຂອງທ່ານ ຢູ່ ສປປ ລາວ.