ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ມີນາ 2022 ຢູ່ທີ່ໂຮງຮຽນປະຖົມສົມບຸນອຸດົມສິນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ເປີດຂະບວນການ ສັກຢາວັກຊິນປ້ອງກັນພະຍາດໂຄວິດ- 19 ໃຫ້ເດັກກຸ່ມເປົ້າໝາຍ ອາຍຸ 6 ປີຂື້ນໄປ ໂດຍການເຂົ້າຮ່ວມຂອງ ດຣ ຄໍາຈັນ ອິນທອງໄຊ ກໍາ ມະການປະຈໍາພັກເເຂວງ ປະ ທານແນວລາວສ້າງຊາດແຂວງ, ມີຄະນະຮັບຜິດຊອບພິທີການຂັ້ນແຂວງ, ເມືອງ, ວິຊາການແພດ, ຄູອາຈານ,ພໍ່ແມ່ຜູ້ປົກຄອງເດັກ ແລະ ນ້ອງນ້ອຍນັກຮຽນເຂົ້າ ຮ່ວມ.
ດຣ ຄໍາຈັນ ອິນທອງໄຊ ກໍາມະການປະຈໍາພັກເເຂວງ ປະທານແນວລາວສ້າງຊາດແຂວງໄດ້ໃຫ້ຮູ້ວ່າ : ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ໃຫ້ເດັກກຸ່ມເປົ້າໝາຍ ອາຍຸ 6 ຂື້ນໄປ ໃນທົ່ວແຂວງຫຼວງນໍ້າທາ ໃນທ່າມກາງສະພາບຂອງທົ່ວໂລກ ກໍາລັງປະເຊີນໜ້າກັບການລະ ບາດຂອງພະຍາດເຊື້ອຈຸລະໂລກ ສາຍພັນ COVID-19 ຢ່າງຮຸນ ແຮງ ແລະ ໄດ້ສ້າງຄວາມເສຍ ຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ ໃນນັ້ນປະເທດລາວຂອງພວກເຮົາ ກໍ່ເປັນປະເທດໜຶ່ງທີ່ໄດ້ຮັບການກະທົບເຊັ່ນດຽວກັນ, ແຕ່ພວກເຮົາກໍ່ໄດ້ພ້ອມກັນເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງໂດຍພາຍໃຕ້,ໄດ້ມີການຮ່ວມໄມ້,ຮ່ວມມືຈາກອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ ແລະ ທ້ອງຖິ່ນຂັ້ນບ້ານ ປັດຈຸບັນທົ່ວໂລກມີການລາຍງານການລະບາດຂອງພະຍາດ Covid-19 ມາຮອດ ວັນທີ 7 ມີນາ 2022 ມີຜູ້ຕິດເຊື້ອພະຍາດສະສົມ 446,336,058ຄົນ,ເສຍຊີວິດ .6,018,951 ຄົນ, ໃນ ສປປ ລາວມີຜູ້ຕິດເຊື້ອທັງໝົດ 144,320 ຄົນ, ເສຍຊີວິດ.632 ຄົນ ແລະ ສະເພາະຢູ່ໃນແຂວງຫຼວງນ້ຳທາຂອງພວກເຮົາມີຜູ້ຕິດເຊື້ອທັງ ໝົດ 5.034 ຄົນ, ເສຍຊີວິດ 19 ຄົນ ເຖີງແມ່ນວ່າການຕິດເຊື້ອພະຍາດດັ່ງກ່າວນີ້ຢູ່ໃນ ສປປ ລາວ ກໍ່ຄືຢູ່ໃນແຂວງຫຼວງນ້ຳທາໄດ້ມີທ່າອ່ຽງຫລຸດລົງກໍ່ຕາມແຕ່ກໍ່ຍັງເປັນໄພອັນຕະລາຍ ແລະ ຂົ່ມ ຂູ່ເຖີງຊີວິດອີນຊີຂອງພວກເຮົາຢູ່ຕະຫລອດເວລາ. ສະນັ້ນຈື່ງຍັງມີຄວາມຈຳເປັນທີ່ສຸດໃນການຍົກລະດັບອັດຕາການສັກຢາວັກຊີນປ້ອງກັນພະຍາດ COVID-19 ໃຫ້ແກ່ພະນັກງານລັດຖະກອນ, ປະຊາຊົນ ແລະ ບັນດາເດັກນ້ອຍລູກຫຼານຂອງພວກເຮົາຢູ່ພາຍໃນແຂວງໃຫ້ສູງຂື້ນ ແລະ ທົ່ວເຖີງກວ່າເກົ່າ. ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ເດັກກຸ່ມເປົ້າໝາຍ ທົ່ວແຂວງ ທັງໝົດມີ 26.565 ຄົນ, ມີ ຈຸດສັກຢາ 490 ຈຸດ, ທີມງານແພດ 60 ທີມ, ຈໍານວນ 300 ຄົນ, ວັກຊີນທີ່ນໍາມາສັກໃນຄັ້ງນີ້ ແມ່ນ ຊີໂນແວັກ ຄາດວ່າຈະໃຫ້ບັນລຸສັກຢາໃຫ້ເດັກກຸ່ມເປົ້າໝາຍໃຫ້ໄດ້ 95% ຂື້ນໄປ ແລະ ຈະໄດ້ດໍາເນີນໄປຮອດ ວັນທີ 20 ມີນາ 2022 ຈຶ່ງສໍາເລັດ ສະເພາະ ຢູ່ໂຮງຮຽນປະຖົມອຸດົມສິນ ມີນັກຮຽນກຸ່ມເປົ້າໝາຍ ອາຍຸ 6 – 11 ປີ ມີທັງໝົດ 1.080 ຄົນ, ຍິງ 526 ຄົນ ການເປີດຂະບວນການໃຫ້ວັກຊີນຄັ້ງນີ້ ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຍ້ອນພະຍາດ COVID- 19,ໃຫ້ໄດ້ຕາມລະດັບຄາດໝາຍຂອງລັດຖະບານ ແລະ ບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ,ໃນການສ້າງສາພັດທະນາເສດ ຖະກິດ – ສັງຄົມ ຢູ່ພາຍໃນແຂວງ.
ຂ່າວ: ມຸນຕີ