ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນເວລາປະມານ 15 ໂມງ ຂອງວັນທີ 19 ມີນາ 2023 ໄດ້ເກີດມີລົມພາຍຸພັດຜ່ານເຂດເມືອງນ້ຳບາກ ແຂວງຫລວງພະບາງ, ເຮັດໃຫ້ມີຝົນຕົກ, ຟ້າລົມແຮງ ແລະໝາກເຫັບຂະໜາດໃຫຍ່ຕົກຢູ່ຫຼາຍບ້ານ ລວມທັງເຂດເທດ ສະບານເມືອງນ້ຳບາກ, ສ້າງຄວາມເສຍຫາຍຫຼາຍສົມຄວນ. ທ່ານ ວິຈິດ ແກ້ວສະຫວັດ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ລາຍງານໃຫ້ຮູ້ວ່າ: ເຫດການໄດ້ເກີດຂື້ນ ເຮັດໃຫ້ຫງ່າໄມ້ຫັກ, ຕົ້ນໄມ້ລົ້ມ, ເຮືອນຂອງປະຊາຊົນຈຳນວນໜື່ງ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ ຢູ່ບ້ານກີວຫາ, ກຸ່ມບ້ານນ້ຳສັດ ມີໂຄງຫຼັງຄາເຮືອນເສຍ ຫາຍ ຈຳນວນ 13 ຫຼັງ, ລະບົບໂທລະໂຄງຂອງບ້ານໃຊ້ການບໍ່ໄດ້ ແລະເຂດເທດ ສະບານເມືອງ ມີເຮືອນຂອງປະຊາຊົນບ້ານໂຄ້ງ ຫຼັງຄາເສຍຫາຍ 3 ຫຼັງ, ເຮືອນລົ້ມ 1 ຫຼັງ, ປະຊາຊົນໄດ້ຮັບບາດເຈັບ 2 ຄົນ, ນອກຈາກນີ້ ຍັງມີບ້ານຟ້າ, ບ້ານໂພນສະອາດ, ບ້ານບົມ, ບ້ານນ້ຳລາ ມີສັງກະສີ, ກະເບື້ອງຢູ່ເຮືອນຂອງປະຊາຊົນຖືກລົມອອກບາງບ່ອນ, ປ້າຍໂຄສະນາເປເພ, ຮົ້ວລົ້ມ, ຖຽງສວນ ແລະຜົນລະປູກ ຈໍານວນໜື່ງ ໄດ້ຮັບຄວາມເສຍຫາຍ ມາຮອດປັດຈຸບັນນີ້ ຍັງບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍໄດ້ເທື່ອ.
ຂ່າວ: ພອນສັກ ສິງດາລັກ (ນັກຂ່າວເມືອງນ້ຳບາກ)