ໃນວັນທີ 11 ພຶດສະພາ 2021, ທີ່ຫ້ອງວ່າການແຂວງ ໄຊຍະບູລີ ບັນດາບໍລິສັດ ແລະ ພະແນກການອ້ອມຂ້າງແຂວງ ໄດ້ນໍາເງິນສົດ ແລະ ເຄື່ອງປ້ອງກັນໂຄວິດ-19 ເຊັ່ນ: ຜ້າອັດປາກ-ດັງ, ເຈວລ້າງມື, ນໍ້າດື່ມ, ກາເຟ ແລະ ຫມີ່ແຫ້ງ ມາມອບໃຫ້ ຄະນະສະເພາະກິດ ປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແຂວງ ໄຊຍະບູລີ ໃນນັ້ນ: ບໍລິສັດ ຊໍການຊ່າງ ມອບເງິນສົດ ສະກຸນເງິນ ໄທຈໍານວນ 5 ແສນບາດ ແລະ ເຄື່ອງປ້ອງກັນ ໂຄວິດ-19 ມູນຄ່າ 5 ລ້ານກີບ, ມີບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມອບເງິນສົດຈໍານວນ 5 ແສນບາດ, ບໍລິສັດ ເກດສະໜາ ກໍ່ສ້າງ ຂົວ-ທາງ ມອບເງິນສົດ ຈໍານວນ 5 ລ້ານກີບ, ພະແນກ ກະສິກໍາແຂວງ ມອບເງິນສົດ ຈໍານວນ 1 ລ້ານກີບ, ພະແນກ ການຄ້າແຂວງ ມອບເງິນສົດຈໍານວນ 1 ລ້ານກີບ, ທະນາຄານ ພັດທະນາລາວ 8 ແສນກີບ, ອົງການ ໄອຍະການ ແຂວງ ມອບເງິນສົດ 5 ແສນກີບ ແລະ ສານປະຊາຊົນແຂວງ ມອບເງິນສົດ 5 ແສນກີບ, ຕາງໜ້າຮັບໂດຍມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ ແລະ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ


