ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດວັນປູກປຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນປີ 2023 ນີ້ ເມືອງຄູນຄໍາ ປູກຕົ້ນໄມ້ທົດແທນທັງໝົດ 28,000 ຕົ້ນ. ໃນວັນທີ 02 ມິຖຸນາ 2023 ນີ້ຢູ່ທີ່ ຫ້ອງການບ້ານ ນາຂາມ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຈັດພິທີວັນປູກຕົ້ນໄມ້, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 43 ປີ ແລະ ສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023 ຂື້ນ, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ວັນນະຫົງ ທໍາມະວົງສາ ກໍາມະການພັກເມືອງ ຮອງເຈົ້າເມືອງໆຄູນຄໍາ, ມີທ່ານ ເພັດມະນີ ກອງມະນີ ຫົວໜ້າຫ້ອງການກະສິກໍາ – ປ່າໄມ້ເມືອງ, ທ່ານ ເອກກະພົນ ວິໄລ ຫົວໜ້າຫ້ອງການ ຊສ ເມືອງ ມີບັນທ່ານ ຫົວໜ້າຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ຫ້ອງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານນາຂາມ ເຂົ້າຮ່ວມ.
ໃນພິທີ ທ່ານ ເພັດມະນີ ກອງມະນີ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ເມືອງ ຂື້ນກ່າວເຖິງປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງ 02 ວັນດັ່ງກ່າວ ແລະ ຈຸດປະສົງຂອງການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້ ແມ່ນສ້າງຂະບວນການປູກຕົ້ນໄມ້ໃຫ້ເປັນປ່າ, ເພື່ອສ້າງສະຕິຮັກ, ຫວງແຫນໃນການປົກປັກຮັກສາ – ພັດທະນາປ່າໄມ້ ແລະ ເປັນການປົກປັກຮັກສາບູລະນະຟື້ນຟູສິ່ງແວດລ້ອມສ້າງຈິດສຳນຶກບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດໃຫ້ເຫັນຄວາມສໍາຄັນຂອງສິ່ງແວດລ້ອມສີຂຽວສະອາດ ງາມຕາ ປາສະຈາກມົນລະພິດ, ເພື່ອເປັນການປູກຕົ້ນໄມ້ໃຫ້ຫຼາຍຂື້ນໃນແຕ່ລະປີ ແລະ ເພື່ອເປັນການປະກອບສ່ວນເພີ່ມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ທົ່ວປະເທດ, ເຊິ່ງເບຍໄມ້ທີ່ນຳມາປູກໃນປີນີ້ມີຈໍານວນ 28,000 ເບ້ຍ, ປະກອບດ້ວຍ ໄມ້ອຸດສາຫະກຳ ມີ: ໄມ້ແຕ້ຄ່າ, ໄມ້ດູ່ໄຫຫຼໍາ, ໄມ້ວິກ ແລະ ເບ້ຍຫວາຍ.
ໂອກາດດັ່ງກ່າວ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງໆ ຄູນຄໍາ ຍັງໄດ້ມີຄໍາເຫັນໂອ້ລົມ ພ້ອມທັງໄດ້ຮຽກຮ້ອງ ແລະ ຂໍຄວາມຮ່ວມມືພາກສ່ວນທີ່ກ່ຽວຂ້ອງອົງການຈັດຕັ້ງພາກລັດ ແລະ ພໍ່ແມ່ປະຊາຊົນທຸກທົ່ວໜ້າ ໃຫ້ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການບໍາລຸງຮັກສາ, ເບິ່ງແຍງຕົ້ນໄມ້ທີ່ປູກໃຫ້ໃຫຍ່ສູງ, ຂຽວງາມ ເພື່ອເພີ່ມພື້ນທີ່ສີຂຽວໃຫ້ຫຼາຍຂຶ້ນ, ເພື່ອເປັນການປຸກຈິດສໍານຶກໃຫ້ລູກຫຼານໃຫ້ເຂົາເຈົ້າຮັກທຳມະຊາດ ແລະ ໄດ້ຊົມໃຊ້ຜົນປະໂຫຍດຂອງຕົ້້ນໄມ້ທີ່ພວກເຮົາປູກໃນມື້ນີ້ ແລະ ເປັນການຟື້ນຟູປ່າໄມ້ໃຫ້ມີປ່າໄມ້ປົກຄຸມຕະຫຼອດປີ ເພື່ອສ້າງຄວາມອຸດົມສົມບູນທາງດ້ານສິ່ງແວດລ້ອມ ແລະ ຊີວະນາໆພັນ. ດັ່ງຄໍາຂວັນທີ່ວ່າ : ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫລານໃນວັນໜ້າ ແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ ຫຼຸດຜ່ອນມົນລະຜິດທາງອາກາດ.
ພາບ/ຂ່າວ: ເດັ່ນ ດາລາເພັດ