ໃນຕອນແລງ ວັນທີ 25 ທັນວາ 2021 ທີ່ ກົມພົວພັນຕ່າງປະ ເທດ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມມອບໃຫ້ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໃຫ້ກຽດມອບໂດຍສະຫາຍ ພົນຈັດຕະວາ ເຈີ່ນ ວັນໂຊ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສ ນາທິການ ກອງທັບປະຊາຊົນຫວຽດ ນາມ ແລະ ຕາງໜ້າໃຫ້ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກ່າວຮັບໂດຍສະ ຫາຍ ພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາປ້ອງກັນຊາດລາວ ປະຈຳ ຫວຽດນາມ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງສະຫາຍ ພັນເອກ ຟາມ ແມັງ ຖັງ, ຮອງຫົວ ໜ້າກົມ ພົວພັນຕ່າງປະເທດ ກະ ຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງຂອງທັງສອງຝ່າຍ ລາວ – ຫວຽດນາມ.
ເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ແມ່ນອຸປະກອນຮັບໃຊ້ວຽກງານຫ້ອງ ການສູນບັນຊາ, ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ເຈີ່ນ ວັນ ໂຊ ໄດ້ມີຄຳເຫັນວ່າເຄື່ອງຊ່ວຍ ເຫຼືອໃນຄັ້ງນີ້ ເປັນການຊ່ວຍເຫຼືອປະຈຳປີ ດ້ວຍຄວາມຈິງໃຈຈາກ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ກົມສູ້ຮົບ ກົມໃຫຍ່ເສນາ ທິການ ກອງທັບປະຊາຊົນລາວ ເພື່ອເປັນການປະກອບ ສ່ວນໃນການປັບປຸງ ແລະ ຍົກລະດັບຄວາມ ອາດສາມາດຂອງສູນບັນ ຊາ ຢູ່ ກົມສູ້ຮົບ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນສູງຂຶ້ນ.
ສະຫາຍ ພັນເອກ ວົງໄຊ ອິນທະຄຳ, ຕາງໜ້າ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ກ່າວຄຳເຫັນຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ກົມສູ້ຮົບ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອອຸປະ ກອນສູນບັນຊາ ເຖິງແມ່ນວ່າທັງ ສອງປະເທດ ລາວ – ຫວຽດນາມ ຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19, ແຕ່ກະຊວງປ້ອງກັນປະເທດຫວຽດນາມ ເວົ້າລວມ, ເວົ້າສະ ເພາະ ກົມສູ້ຮົບ ກົມໃຫຍ່ເສນາ ທິການ ກອງທັບປະຊາຊົນຫວຽດ ນາມ ຍາມໃດກໍ່ຄຽງບ່າຄຽງໄລ່ ແລະ ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ຕະຫຼອດມາ, ນີ້ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະ ພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ລະ ຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ຢ່າງສະ ເໝີຕົ້ນສະເໝີປາຍ.
ຂ່າວ, ພາບ: ພັນຕີ ທະວີເດດ ສະແຫວງວິໄລ
Loading...