ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ເມສາ 2022 ນີ້, ຢູ່ທີພະແນກໂຍທາທີການ ແລະ ຂົນສົ່ງແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປະເມີນຜົນການໂຄງການກໍ່ສ້າງຄວາມຄຶບໜ້າໂຄງການກໍ່ສ້າງຢູ່ເມືອງຫຼວງນໍ້າທາແຂວງຫຼວງນໍ້າທາໂດຍການເປັນປະທານຂອງທ່ານ ຄໍາລາ ຂານສະຫງ່າ ກໍາມະການພັກແຂວງ ຫົວໜ້າພະແນກໂຍທາທີການ ແລະ ຂົນສົ່ງແຂວງຫຼວງນໍ້າທາ, ທ່ານ ນາງ ວິສາພອນ ອີທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ພ້ອມດ້ວຍທີ່ມງານ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງຕະຫຼອດຮອດພະນັກງານລັດຖະກອນທີ່ກຽ່ວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານຂໍ້ ຕົກ ລົງ ຂອງລັດຖະມົນຕີກະຊວງໂຍທາທີການ ແລະ ຂົນສົ່ງ ສະບັບເລກທີ099/ຍທຂ ລົງວັນທີ 22/1/2013 ວ່າດ້ວຍການແຕ່ງຕັ້ງຄະນະ ແລະ ພະນັກງານຊ່ວຍວຽກຫ້ອງການປະສານງານໂຄງການກໍ່ສ້າງພັດທະນາຕົວເມືອງ ທີ່ໄດ້ຮັບທືນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ຫ້ອງການປະສານງານໂຄງການກໍ່ສ້າງພັດທະນາຕົວເມືອງ ກົມເຄຫາ ແລະ ຜັງເມືອງ, ຫ້ອງ ການປະສານງານໂຄງການ ໄດ້ນໍາພາຕ່າງໜ້າກະຊວງແຜນການ ແລະ ການລົງທືນ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມຄວາມຄືບໜ້າວຽກ ງານຂອງໂຄງການ ພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 2, ໂຄງການກໍ່ສ້າງ LNT A1 ໄດ້ລົງມືກໍ່ສ້າງແຕ່ 19 ມີນາ 2019 ຄາດວ່າຈະໃຫ້ສໍາເລັດ 31 ມັງກອນ 2022 ມາ ຮອດປັດຈຸບັນສໍາເລັດໄປແລ້ວ 90,9%, ໂຄງການກໍ່ສ້າງ LNT A2 ໄດ້ລົງມືກໍ່ສ້າງແຕ່ 27 ກັນຍາ 2019 ຄາດວ່າຈະໃຫ້ສໍາເລັດ 31 ພຶດສະພາ 2022 ມາຮອດປັດຈຸບັນສໍາເລັດໄປແລ້ວ 86,8%, ໂຄງການກໍ່ສ້າງ LNT A3 ໄດ້ລົງມືກໍ່ສ້າງແຕ່ 19 ມີນາ 2019 ຄາດ ວ່າຈະໃຫ້ສໍາເລັດ 31 ທັນວາ 2021 ມາຮອດປັດຈຸບັນໄດ້ 62,8% ບໍ່ໄດ້ຕາມແຜນ, ໂຄງການກໍ່ສ້າງ LNT A4 ໄດ້ລົງມືກໍ່ສ້າງແຕ່ 12 ທັນວາ 2019 ຄາດວ່າຈະໃຫ້ສໍາເລັດ 31 ທັນວາ 2021 ມາຮອດປັດຈຸບັນໄດ້ 48,1% ບໍ່ໄດ້ຕາມແຜນ, ໂຄງການກໍ່ສ້າງ LNT A5 ໄດ້ລົງມືກໍ່ສ້າງແຕ່ 21 ທັນວາ 2020 ຄາດວ່າຈະໃຫ້ສໍາເລັດ 20 ມິຖຸນາ 2021 ມາຮອດປັດຈຸບັນສໍາເລັດໄປແລ້ວ 81,7%, ໂຄງການກໍ່ສ້າງ LNT B1 ໄດ້ລົງມືກໍ່ສ້າງແຕ່ 11 ຕຸລາ 2019 ຄາດ ວ່າຈະໃຫ້ສໍາເລັດ 31 ທັນວາ 2021 ມາຮອດປັດຈຸບັນສໍາເລັດໄປແລ້ວ 99,9%, ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີຜົນຂອງການຈັດຕັ້ງປະຕິບັດໂຄງການ ຈີເອັມເອສ 2 ຈາກທີມງານທີປືກ ສາໂຄງການ ແລະ ການຈັດຕັ້ງປະຕິບັດ ແລະ ການບູລະນະຮັກ ສາຜົນໄດ້ຮັບຂອງໂຄງການ ຈີເອັມເອສ 2 ຈາກນັ້ນຍັງໄດ້ລົງຕິດຕາມການກໍ່ສ້າງຂອງບັນດາສັນຍາຍ່ອຍໃນເມືອງຫຼວງນໍ້າທາຕຶ່ມອິກ.
ຂ່າວ: ອຸ້ມ ສົມນໍວັນ