ໃນວັນທີ 10 ພຶດສະພາ 2021, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເປັນໜ້າກາກອະນາໄມ (ຜ້າອັດປາກ) ຈໍານວນ 1,000,000 ອັນ ຈາກຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ສປ ຈີນ ມອບໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ ແລະ ຫຼວງພະບາງ ແຂວງລະ 100,000 ອັນ ແລະ ມອບໃຫ້ກະຊວງການຕ່າງປະເທດ 600,000 ອັນເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ຊຽງ ຟ່າງ ສຽງ, ທີ່ປຶກສາສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍສະຫາຍ ໂພໄຊ ໄຂຄໍາພິທູນ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແຫ່ງ ສປ ຈີນ ກໍຄືຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະທັນການ ໃນຄັ້ງນີ້, ອັນເປັນການສະແດງໃຫ້ເຫັນເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດີ ກໍ່ຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ. ພ້ອມທັງກ່າວຕື່ມອີກວ່າຈະນໍາໃຊ້ໜ້າກາກອະນາໄມທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ເຂົ້າໃນວຽກງານປ້ອງກັນແລະ ຕ້ານກັບການລະບາດຂອງພະຍາດ ໂຄວິດ-19 ທີ່ພວມລະບາດຢ່າງຮ້າຍແຮງຮອບໃໝ່ນີ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ຊຶ່ງກະຊວງການຕ່າງປະເທດ ສປປ ລາວ ແລະ ຫ້ອງການພົວພັນຕ່າງປະເທດແຂວງຢູນນານ ມີກົນໄປການປະສານງານນຳກັນຢ່າງໄກຊີດ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຢຸນນານອີກໃນກໍລະນີຈໍາເປັນໃນຕໍ່ໜ້າ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ