ພິທີໄຂສົກຮຽນຮຽນໃໝ່ ສົກຮຽນ 2022-2023 ທົ່ວເມືອງລະຄອນເພັງ ໄດ້ຈັດຂຶ້ນ ມີ່ ສະໂມສອນ ຂອງໂຮງຮຽນ ມ.ສ ລະຄອນສີ ໃນວັນທີ 1 ກັນຍາ 2022 ນີ້ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ກັນຍາ ໄຊຍະໂອຊະ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງ, ມີຄະນະພັດທະນາການສຶກສາ, ຜູ້ບໍລິຫານການສຶກສາທົ່ວເມືອງ, ແຂກຮັບເຊີນ, ຄູ ແລະນັກຮຽນຂອງໂຮງຮຽນ ມສ ລະຄອນສີເຂົ້າຮ່ວມ.
ທ່ານ ດົນບັນດານ ໄຊຍະຜົນ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການສຶກສາທິການ ແລະກິລາເມືອງໄດ້ລາຍງານການກະກຽມຄວາມພ້ອມໃຫ້ແກ່ການໄຂສົກຮຽນໃໝ່ ໂດຍໄດ້ເລີ່ມການກະກຽ້ມມາແຕ່ທ້າຍເດືອນສິງຫາຜ່ານເປັນຕົ້ນ: ການສ້ອມແປງອາຄານຮຽນ, ໂຕະຕັ່ງ ແລະອຸປະກອນຮັບໃຊ້ການຮຽນ-ສອນຕ່າງໆ ໂດຍມາຮອດປັດຈຸບັນ ເຫັນວ່າທຸກໂຮງຮຽນມີຄວາມ 100% ຄ່ຽງຄູ່ກັນນັ້ນຫ້ອງການສຶກສາທິການ ແລະກິລາເມືອງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສະໜອງອຸປະກອນຮັບໃຊ້ຕ່າງໆເປັນຕົ້ນ: ສະໜອງປື້ມແຕ່ງບົດສອນໃຫ້ຄູ, ປື້ມຕິຕາມການຮຽນຂອງນັກຮຽນ, ປື້ມຮຽກຊື່ – ບັນທຶກຄະແນນ, ປື້ມຄູ່ມືການສອນ ແລະປຶ້ມຕໍາລາຮຽນ, ສໍຂາວ. ນອກນີ້, ຍັງໄດ້ມອບອຸປະກອນສື່ສານ(ແທັບເລັດ ໂຄງການອາຫານທ່ຽງໃນໂຮງຮຽນ ຈໍານວນ 66 ຊຸດ ໃຫ້ 66 ໂຮງຮຽນທີ່ນອນໃນໂຄງການ, ມອບສັງກະສີປະກອບສ່ວນໃນການປຸກສ້າງອາຄານຮຽນໆລໆ…
ຈາກນັ້ນ, ໃນພິທີໄດ້ປະກາດພະນັກງານຂັ້ນກະຊວງ, ຂັ້ນແຂວງ ແລະຂັ້ນເມືອງ ລົງກໍ່ສ້າງຮາກຖານ ປະຈໍາເມືອງ, ປະກາດສັບຊ້ອນ, ຍົກຍ້າຍບ່ອນປະຈໍາການ ຂອງຄູ ປະຈໍາສົກ 2022-2023 ແລະຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານຮອງເຈົ້້າເມືອງລະຄອນເພັງຕື່ມອີກ.


