ວັນທີ21 ຕຸລາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການສົ່ງເສີມກະສິກຳເມືອງປາກລາຍແຂວງໄຊຍະບູລີໄດ້ເປີດກອງປະຊຸມວຽກງານສົ່ງເສີມການລ້ຽງສັດ, ເກັບຊື້-ສົ່ງອອກ ແລະ ການຂ້າສັດສະ ໜອງຊີ້ນພາຍໃນເມືອງໂດຍການເປັນປະທານຂອງທ່ານ ກອງສີ ວົງສີ ກຳ ມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ, ມີຫົວໜ້າຫ້ອງການ, ຜູ້ປະກອບການ, ວິຊາການ ສະມາຄົມກຸ່ມລ້ຽງສັດພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ທ່ານ ສຸລິຈັນ ສີປະມວນ ຫົວໜ້າຫ້ອງການສົ່ງເສີມກະສິກໍາແລະປ່າໄມ້ເມືອງປາກລາຍ ໄດ້ຂື້ນສະເໜີບົດລາຍງາຍປີ2021, ຈຸດປະສົງ ແມ່ນກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດ ຕັ້ງ,ການຄຸ້ມຄອງ,ການເຄື່ອນໄຫວ,ການກວດກາ ການລ້ຽງສັດ ແລະ ການສັດຕະວະແພດເພື່ອຊຸກຍູ້ສົ່ງເສີມ,ພັດທະນາທ່າແຮງ ຂອງຊາດດ້ານການລ້ຽງສັດແລະຊັບ ພະຍາກອນສັດລ້ຽງແນໃສ່ ຮັບປະກັນສະໜອງສະບຽງອາຫານໃຫ້ພຽງພໍແລະຜະລິດເປັນສິນ ຄ້າທີ່ມີຄຸນນະພາບແລະມີຄວາມປອດໄພຕໍ່ຜູ້ບໍລິໂພກທັງເປັນການ ສ້າງເງື່ອນໄຂໃຫ້ແກ່ການສ້າງແລະຂະຫຍາຍອຸດສາຫະກໍາປຸງ ແຕ່ງຜະລິດຕະພັນສັດປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຊອງຊາດໃຫ້ເຂັ້ມແຂງ ແລະ ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນໄປຄຽງຄູ່ກັບການປົກປັກຮັກສາ ສະພາບແວດລ້ອມໃຫ້ຍືນຍົງ. ການລ້ຽງສັດເພື່ອສະໜອງຊີ້ນພາຍໃນເມືອງສະມາຄົມລ້ຽງສັດຂອງພວກເຮົາແມ່ນມີທ່າແຮງຫຼາຍດ້ານໃນການປູກຝັງ-ລ້ຽງສັດເປັນສິນຄ້າ,ເຊິ່ງທົ່ວເມືອງມີເນື້ອທີ່ດິນກະສິກຳທັງໝົດ 44.049 ເຮັກຕ່າ, ມີສັດລ້ຽງທັງໝົດ 556.171 ໂຕໃນນີ້ມີ ຊ້າງ 26 ໂຕ, ຄວາຍ 19.333 ໂຕ, ງົວ 33.333 ໂຕ, ມ້າ 8 ໂຕ, ແກະແບ້ 3.000 ໂຕ, ໝູ 19.000 ໂຕ, ໝາ 10.000 ໂຕ ແລະ ສັດປີກ 466.664 ໂຕ, ມີໜອງປາ 1.533 ໜອງ, ໃນເນື້ອທີ່ 169.48 ເຮັກຕາ, ຄາດໜາຍສູ້ຊົນແຕ່ນີ້ຮອດ 2025 ໃນທົ່ວເມືອງໃຫ້ມີສັດລ້ຽງທັງໝົດ 626.287 ໂຕໃນນີ້ ຊ້າງ 26 ໂຕ, ຄວາຍ 19.700 ໂຕ, ງົວ 45.792 ໂຕ, ມ້າ 10 ໂຕ, ແກະແບ້ 3.556 ໂຕ, ໝູ 21.717 ໂຕ, ໝາ 10.000 ໂຕ ແລະ ສັດປີກ 535.487 ໂຕ, ມີໜອງປາ 1.600 ໜອງ, ໃນເນື້ອທີ່ 180 ເຮັກຕາ, ກອງປະຊຸມຍັງໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນຂອງກຸ່ມລ້ຽງສັດຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກລາຍກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍກຸ່ມລ້ຽງສັດທີ່ສາມາດຕອບສະໜອງຊີ້ນພາຍໃນເມືອງໃນໄລຍະຜ່ານມາໄດ້ດີພໍສົມຄວນ ແລະ ຮຽກຮ້ອງໃຫ້ປຸ່ມລ້ຽງສັດເຮັດໃຫ້ສູງສັດຈະຫຍາຍຕົວຕໍ່ເນື່ອງໃຫ້ໄດ້ໃນອັດຕາສະເລ່ຍ 3.5 % ຕໍ່ປີ ແລະ ຕ້ອງສາມາດສະໜອງທາດຊີ້ນໃຫ້ໄດ້ 45 ກິໂລຕໍ່ຄົນຕໍ່ປີ, ທັງນີ້ກໍ່ເພື່ອຕອບສະໜອງທາດຊີ້ນພາຍໃນເມືອງໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ບໍ່ໃຫ້ຂາດ ແລະ ສົ່ງອອກຢ່າງຕໍ່ເນື່ອງເພື່ອເຮັດໃຫ້ເສດຖະກິດພາຍໃນເມືອງຂະຫຍາຍຕົວຂື້ນເລື່ອຍໆຄ່ຽງຄູ່ກັບການພັດທະນາລະບົບການລ້ຽງສັດ,ການລ້ຽງສັດຊຶ່ງປະກອບດ້ວຍການ ອະນຸລັກແລະປົກປັກຮັກສາພັນສັດພື້ນເມືອງ,ການປັບປຸງພັດທະນາ ແລະສະຫງວນພັນສັດນັບທັງການພັດທະນາດ້ານອາຫານສັດ,ຮູບ ແບບ,ເຕັກນິກແລະການບໍລິຫານຈັດການການລ້ຽງສັດທີ່ມີປະສິດ ທິພາບ. ບຸກຄົນ,ຄອບຄົວແລະການຈັດຕັ້ງສາມາດດໍາເນີນການປັບ ປຸງແລະຂະຫຍາຍພັນສັດ,ຜະລິດອາຫານສັດທຸກປະເພດແລະຫັນຮູບ ແບບການລ້ຽງສັດແບບທໍາມະຊາດໄປສູ່ການລ້ຽງສັດທີ່ມີການຄຸ້ມ ຄອງແລະນໍາໃຊ້ເຕັກນິກວິທະຍາສາດຢ່າງເໝາະສົມ. ຂະແໜງການກະສິກໍາແລະປ່າໄມ້ເປັນເຈົ້າການປະສານສົມ ທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດໍາເນີນການພັດທະນາລະບົບການລ້ຽງສັດແຕ່ລະປະເພດໃຫ້ກ້າວ ໜ້າທັນສະໄໝເທື່ອລະກ້າວເພື່ອສະໜອງແນວພັນແລະມີອາຫານ ສັດຢ່າງພຽງພໍ,ມີເຕັກນິກແລະວິທີການລ້ຽງສັດແຕ່ລະປະເພດທີ່ດີ ແທດເໝາະກັບເງື່ອນໄຂແລະສະພາບແວດລ້ອມຂອງແຕ່ລະເຂດ ແນໃສ່ຍົກຜະລິດຕະພາບຂອງສັດລ້ຽງແລະເພີ່ມຜົນຜະລິດຂອງການ ລ້ຽງສັດໃຫ້ສາມາດຕອບສະໜອງຄວາມຕ້ອງການພາຍໃນຢ່າງ ພຽງພໍແລະເປັນສິນຄ້າສົ່ງອອກຕື່ມອີກ.
(ຂ່າວ-ພາບ : ເກດ ອານຸສອນ ນັກຂ່າວກອງພັນໃຫ່ຍ201)


