ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງ ແຜນການ ແລະ ການລົງທືນ ກັບ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໃນອາທິດຜ່ານມານີ້, ທ່ານ ສອນປະເສີດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດໄດ້ກ່າວວ່າ: ເພື່ອເປັນການຫັນ 02 ວາລະແຫ່ງຊາດເຂົ້າສູ່ການປະຕິບັດຕົວຈິງຄື: 1) ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, 2. ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ.ມາຜັນຂະຫຍາຍເປັນບົດບັນທຶກການຮ່ວມມື.
ດັ່ງນັ້ນ,ຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການແລະການລົງທຶນກັບກົມພັດທະນາວິຊາຊີບຊາວຫນຸ່ມ, ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືຮ່ວມກັນໃນ
ຄັ້ງວັນທີ 05 ຕຸລາ 2021 ທີ່ຜ່ານມາ ແລະ ທັງສອງຝ່າຍກໍ່ໄດ້ຮ່າງບົດບັນທຶກການຮ່ວມມືເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການໂຄສະນາໃຫ້ຊາວໜຸ່ມຮັບຮູ້ເຂົ້າໃຈກ່ຽວກັບບົດບາດຄວາມສຳຄັນຂອງວຽກງານພັດທະນາ
ວິຊາຊີບ,ຄວາມສຳຄັນຂອງວຽກງານການພັດທະນາເຂດເສດຖະກິດພິເສດຢູ່ສປປລາວ,ການສະຫນອງຂໍ້ມູນຄວາມຕ້ອງການທາງດ້ານແຮງງານຢູ່ໃນບັນດາຫົວໜ່ວຍແຮງງານ,ການຝຶກອົບຮົມວິຊາຊີບ,ການພັດທະນາສີມືແຮງງານ,ສ້າງວຽກເຮັດຢູ່ໃນບັນດາຫົວໜ່ວຍແຮງງານ, ແລະກິດຈະກໍາອື່ນໆເພື່ອເຮັດໃຫ້ຊາວໜຸ່ມມີຄ່ານິຍົມທີ່ຖືກຕ້ອງ, ມີໂອກາດພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີທັດສະນະແຮງງານ, ມີວິຊາຊີບໃດໜຶ່ງທີ່ແນ່ນອນຕາມຄວາມຕ້ອງການຂອງຕະຫຼາດແຮງງານ, ມີວຽກເຮັດງານທຳ, ມີລາຍຮັບກຸ້ມຕົນເອງແລະຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ອຍໂອກາດຕາມນະໂຍບາຍຂອງພັກ-ລັດວາງອອກ.
ໃນການຈັດຕັ້ງປະຕິບັດຕົວຈິງ,ຫ້ອງການສົ່ງເສີມ ແລະ ຄຸ້ມຄູອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທືຶນກໍ່ໄດ້ກໍານົດເອົາບາງໂຄງການລົງທືນຂະໜາດໃຫຍ່ຢູ່ໃນເຂດເສດຖະກິດພິເສດເຂົ້າໃນວາລະແຫ່ງຊາດເພື່ອເປັນການຊຸກຍູ້ໃຫ້ໂຄງການໄດ້ຮັບຜົນປະໂຫຍດໄວ ເຊັ່ນ: ໂຄງການAMATA SMART & ECO CITY ຢູ່ແຂວງຫລວງນໍ້າທາແລະແຂວງອຸດົມໄຊ, ໂຄງການກໍ່ສ້າງສະໜາມບິນສາກົນແຂວງບໍ່ແກ້ວ, ໂຄງການສ້າງພະໃຫຍ່ຢູ່ເຂດບຶງທາດຫລວງ, ໂຄງການຫລອມເຫລັກກ້າຢູ່ເຂດທ່າແຂກ, ໂຄງການພັດທະນາພື້ນຖານໂຄງລ່າງຢູ່ເຂດສາມຫລ່ຽມຄຳ, ເຂດບໍ່ເຕ່ນແດນງາມ, ເຂດກວມລວມໄຊເຊດຖາ, ເຂດບຶງທາດຫລວງເຂດພັດທະນາເສດຖະກິດໃໝ່ສີທັນດອນແລະອື່ນໆ.
ສະນັ້ນ,ເມື່ອໄດ້ເຊັ່ນບົດບັນທຶກສະບັບນີ້ແລ້ວ ຊາວໜຸ່ມຈະໄດ້ຝຶກວິຊາອາຊີບ ຫູັງຈາກນັ້ນ ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດຈະຮັບເອົາແຮງງານຊາວໜຸ່ມລາວຫລາຍພັນຕໍາແໜ່ງເຂົ້າເຮັດວຽກຢູ່ແຕ່ລະເຂດທີ່ຕ້ອງການແຮງງານຕາມຄວາມເໜາະສົມ.
ທ່ານ ສອນປະເສີດ ດາລາວົງ ກ່າວຕື່ມວ່າ: ການພັດທະນາເຂດເສດຖະກິດພິເສດຢູ່ສປປລາວໃນໄລຍະຜ່ານມາແມ່ນມີຄວາມສຳຄັນຫລາຍ, ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະແມ່ນການດຶງດູດການລົງທຶນ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ; ນັບແຕ່ປີ 2003 ເຖິງປັດຈຸບັນມີເຂດເສດຖະກິດພິເສດ21ຈຸດໃນ 7 ແຂວງ, ມີເນື້ອທີ່ພຽງ 15 ພັນເຮັກຕ່າ ຊຶ່ງມາຮອດປັດຈຸບັນ,ການພັດທະນາເຂດເສດຖະກິດພິເສດກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່ງຕໍ່ເນື່ອງປະກອບສ່ວນຕໍ່ກັບການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດອັນພົ້ນເດັ່ນແມ່ນການກໍ່ສ້າງພື້ນຖານໂຄງລ່າງພາຍໃນເຂດ, ການສ້າງຕົວເມືອງໃໝ່, ເຂດນິຄົມອຸດສາຫະກຳ, ເຂດການທ່ອງທ່ຽວທີ່ຕິດພັນກັບທຳມະຊາດແລະວັດທະນະທຳໂດຍສະເພາະແມ່ນການກໍ່ສ້າງອາຄານ, ເສັ້ນທາງ, ລະບົບໄຟຟ້າ, ນ້ຳປະປາ, ກັນຕາຝັ່ງເຈື່ອນ, ເສັ້ນທາງເຊື່ອມຕໍ່ເຂົ້າຫາເຂດໃຫ້ມີຄວາມສະດວກໃນການຄົມມະນາຄົມແລະອື່ນໆຊຶ່ງເຮັດໃຫ້ຊົນນະບົດມີໃບໜ້າໃໝ່, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບ່ອນເຂດເສດຖະກິດພິເສດຕັ້ງຢູ່ໃຫ້ດີຂຶ້ນເທື່ອລະກ້າວແລະມີບໍລິສັດເຂົ້າມາລົງທືນທັງຫມົດ 1.075 ບໍລິສັດສ່ວນໃຫຍ່ເປັນບໍລິສັດມາຈາກ ສປ ຈີນ, ຍີປຸ່ນ, ເດນມາກ, ຝຣັ່ງ, ໄທ ແລະ ອື່ນໆ ເຊັ່ນ: ບໍລິສັດນີຄອນ, ບໍລິສັດເອສຊີລໍ, ບໍລິສັດແອໂລເວີກ, ບໍລິສັດໂຮຢາ ແລະອື່ນໆ; ໄດ້ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 481 ຕື້ກວ່າກີບ; ໄດ້ສົ່ງອອກສິນຄ້າ 2,3 ຕື້ກວ່າໂດລາ; ໄດ້ສ້າງວຽກເຮັດງານທໍາ 52.319 ຄົນ (ລາວ 23.158 ຄົນ); ມີທ່າບົກ (Dry Port) ຈໍານວນ 3 ແຫ່ງ (ເຂດສະຫວັນ-ເຊໂນ, ເຂດວຽງຈັນໂລຈິດສຕິກ ແລະ ເຂດວັງເຕົາໂພນທອງ) ແລະ ສູນບໍລິການເຕົ້າໂຮມຄ່ຽນຖ່າຍສິນຄ້າ (ICD) ຈໍານວນ 2 ແຫ່ງ (ເຂດບໍ່ເຕ່ນແດນງາມ ແລະ ເຂດທ່າແຂກ, ສະນັ້ນເພື່ອສືບຕໍ່ສ້າງເງື່ອນໄຂ, ຊຸກຍູ້ການຈັດຕັ້ງປະຕິບັດແລະອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຢູ່ແຕ່ລະເຂດໂດຍສະເພາະແມ່ນການກໍານົດນະໂຍບາຍໃຫ້ມີຄວາມເໝາະສົມ, ຂັ້ນຕອນການບໍລິການໃຫ້ມີຄວາມຮັດກຸມແລະວ່ອງໄວ, ການສ້າງສີມືແຮງງານພາຍໃນເພື່ອສະຫນອງຄວາມຕ້ອງການແຮງງານຂອງແຕ່ລະເຂດໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການແລະການອອກແຮງງານກໍ່ແມ່ນປັດໃຈທີ່ສຳຄັນໃນການດຳລົງຊີວິດເຊິ່ງຈະເຮັດໃຫ້ຄຸນນະພາບຊີວິດດີຂຶ້ນ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດຮັບໃຊ້ສັງຄົມໂດຍສະເພາະແມ່ນກໍາລັງແຮງງານຂອງຊາວໜຸ່ມລາວກວມເອົາ 60% ຂອງພົນລະເມືອງຊຶ່ງເປັນກຳລັງທີ່ສຳຄັນທີ່ສຸດຕໍ່ການປົກປັກຮັກສາແລະພັດທະນາປະເທດຊາດ, ແຕ່ໃນຕົວຈິງເຫັນວ່າແຮງງານລາວທີ່ປະກອບຢູ່ບັນດາເຂດເສດຖະກິດພິເສດຍັງບໍ່ທັນພຽງພໍກັບຄວາມຕ້ອງການຕົວຈິງຖ້າທຽບໃສ່ການລົງທຶນນັບມື້ນັບເພີ່ມຂຶ້ນ.
ຂຽນໂດຍ: ຕະວິນຍາ