ໂດຍປະຕິບັດຕາມຄຳສັ່ງ ສະບັບເລກທີ 227/ຈມ.ຄຄ ລົງວັນທີ 01 ກັນຍາ 2021  ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ແລະ ແຈ້ງການ ສະບັບເລກທີ 230/ຈມ.ຄຄ ລົງວັນທີ 08 ກັນຍາ 2021  ກ່ຽວກັບການປະກາດ ບ້ານຄູນແກ້ວ ເປັນພື້ນທີ່ສີແດງ (ເຂດທີ່ມີຄວາມສ່ຽງຂອງການແຜ່ລະບາດພະຍາດໂຄວິດ-19) ດັ່ງນັ້ນ, ໃນວັນທີ 09-10 ກັນຍາ 2021 ທີ່ຜ່ານມານີ້ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຫ້ອງການສາທາລະນະສຸກເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງຄູນຄໍາ ໄດ້ລົງເຄື່ອນໄຫວໂຄສະນາໃຫ້ຄວາມຮູ້ສຸຂະສຶກສາ ແລະ ວຽກງານປ້ອງກັນ ການແຜ່ລະບາດພະຍາດໂຄວິດ -19 ຢູ່ບ້ານເທສະບານຂອງເມືອງຄູນຄໍາ.

ຈຸດປະສົງ ການລົງເຄື່ອໄຫວໃນຄັ້ງນີ້ກໍ່ເພື່ອໂຄສະນາ ເຜີຍແຜ່ກ່ຽວກັບໄພອັນຕະລາຍ, ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີການຈັດຕັ້ງປະຕິບັດ ເພື່ອປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍເຈວ ຫຼື ນ້ຳຢາຂ້າເຊື້ອ, ຫຼີກລ້ຽງການໄປໃນບ່ອນທີ່ມີຊຸມຊົນແອອັດ ແລະ ອື່ນໆ, ລວມເຖິງການປະຕິບັດ ຄຳສັ່ງ 227/ຈມ.ຄຄ, ແຈ້ງການ 230/ຈມ.ຄຄ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດຂອງເມືອງ ວາງອອກຢ່າງເຂັ້ມງວດ ໂດຍປະກອບມີ 13 ມາດຕະການສຳຄັນເປັນຕົ້ນແມ່ນ: ການປິດການເດີນທາງເຂົ້າ-ອອກ (Lock down) ເມືອງຄູນຄໍາ ເປັນເວລາ 14 ວັນ ນັບເເຕ່ວັນທີ 01 ກັນ ເຖິງ 14 ກັນຍາ 2021, ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ, ກິດຈະກຳທາງສາສະໜາ, ງານລ້ຽງ, ງານດອງ ແລະ ອື່ນໆ, ສືບຕໍ່ປິດທຸກກິດຈະການທີ່ເປັນການບໍລິການ (ຍົກເວັ້ນຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ, ຮ້ານອາຫານ ແຕ່ຕ້ອງປະຕິບັດມາດຕະການ ເເລະ ເວລາທີ່ກຳນົດໄວ້), ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ, ຫ້າມໂຄສະນາເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ແລະ ອື່ນໆ.

       ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ແຮງານທີ່ຢູໃນສູນກັກກັນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ, ໃຫ້ການຮ່ວມມື ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ບັນດາມາດຕະການທີ່ທາງຄະນະສະເພາະກິດຂອງເມືອງວາງອອກ, ສາມາດຕໍ່ສູ້ກັບໄພອັນຕະລາຍ ຂອງໂຄວິດ-19 ໃຫ້ໝົດໄປ ແລະ ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ.

ພາບ/ຂ່າວ : ລັດສະໝີ ຈູມໂພຄໍາ.

 

Loading...