ວັນທີ 7 ກໍລະກົດ 2021 ນີ້, ຢູ່ຫ້ອງວ່າການສູນກາງພັກ, ໄດ້ຈັດພິທີປະກາດ ພະ ນັກງານຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຕຳແໜ່ງພະນັກ ງານບໍລິຫານຂັ້ນກົມ ພາຍໃນຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າສູນກາງພັກ, ມີບັນດາຄະນະພັກ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງຫ້ອງການດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ສະຫາຍ ດວງດາ ຈູມພາວັນ ຫົວ ໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະ ນະເລຂາທິການສູນພັກ ວ່າດ້ວຍການອະ ນຸມັດໃຫ້ ສະຫາຍ ນາມ ວິຍະເກດ ກໍາມະການສູນກາງພັກ ສະໄໝທີ X, ຮອງປະ ທານທິດສະດີສູນກາງພັກ, ຫ້ອງວ່າການສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ, ສະຫາຍ ຫລີ ບຸນຄໍ້າ ຜູ້ຊ່ວຍວຽກສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຫ້ອງວ່າການສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ, ສະຫາຍ ບົວໄລ ບຸນເຕີມ ກໍາມະການຄະນະພັກ, ຫົວໜ້າກົມກໍ່ສ້າງຮາກ ຖານການເມືອງ, ຫ້ອງວ່າການສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ.

ພ້ອມນີ້, ກໍໄດ້ປະກາດການແຕ່ງຕັ້ງຕຳ ແໜ່ງບໍລິຫານຂັ້ນກົມພາຍໃນຫ້ອງວ່າການສູນກາງພັກ ຈາກຮັກສາການຫົວໜ້າກົມ ຂຶ້ນເປັນຫົວໜ້າກົມຈຳນວນ 3 ສະ ຫາຍ ຄື: ສະ ຫາຍ ນາງ ລາພອນ ເພັດສະວົງ ຮັກສາການຫົວໜ້າກົມສຳເນົາເອກະ ສານ ຂຶ້ນເປັນຫົວໜ້າກົມສຳເນົາເອກະ ສານ, ສະຫາຍ ນາງ ບົວເງິນ ດາລາແສນ ຮັກສາການຫົວໜ້າກົມການເງິນ ຂຶ້ນເປັນຫົວໜ້າກົມການເງິນ, ສະຫາຍ ກິຫລຽນທອງ ແກ້ວນໍລະສິງ ຮັກສາການຫົວໜ້າກົມເລຂານຸການ-ການນຳ ຂຶ້ນເປັນຫົວໜ້າກົມເລຂານຸການ-ການນຳ ແລະ ໄດ້ປະ ກາດພະນັກງານອອກພັກການ-ຮັບອຸດ ໜູນບຳນານ ຂັ້ນຫ້ອງວ່າການສູນກາງພັກຄຸ້ມຄອງຈຳນວນ 2 ສະຫາຍ ຄື: ສະຫາຍ ສີທອນ ຈັນທະວົງ ແລະ ສະຫາຍ ແພງສີ ນໍລະສິງ.
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ໂອ້ລົມຕໍ່ພິທີວ່າ: ບັນດາສະຫາຍທີ່ໄດ້ຮັບນະໂຍບາຍອອກພັກການ-ອອກອຸດໜູນບໍານານຄັ້ງນີ້, ລ້ວນແຕ່ແມ່ນຜູ້ທີ່ໄດ້ປະກອບ ສ່ວນ ແລະ ເສຍສະຫລະທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ມີຜົນງານຢ່າງໃຫຍ່ຫລວງ, ແຕ່ການຮັບນະ ໂຍບາຍນີ້ ແມ່ນໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບ ແຜນການນໍາພາຂອງພັກເຮົາ. ສ່ວນການປັບປຸງກົງຈັກພະນັກງານ ແມ່ນວຽກງານປົກກະຕິ ແລະ ແມ່ນຍຸດທະສາດຂອງພັກ ແລະ ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງວິສາມັນ ກໍໄດ້ຄົ້ນຄວ້າປຶກສາຫາລື ແລະ ໃຫ້ທິດຊີ້ນໍາວຽກພັກ -ພະນັກງານ ພາຍໃຕ້ຫົວຂໍ້ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ໃນທຸກຂອດວຽກງານພະນັກງານ, ເຊິ່ງກອງປະຊຸມໄດ້ໃຫ້ທັດສະນະວ່າ: “ການຫັນປ່ຽນໃນວຽກງານພະນັກງານ ແມ່ນບັນຫາສໍາຄັນທີ່ສຸດ ທີ່ພົວພັນເຖິງການກໍາອໍານາດຂອງພັກເຮົາ ກໍຄື ຜົນສໍາເລັດຂອງພະລາກິດປ່ຽນແປງໃໝ່, ທັງແມ່ນບັນຫາຮີບດ່ວນສະເພາະໜ້າ ແລະ ທັງແມ່ນບັນຫາພື້ນ ຖານຍາວນານ ເພື່ອສ້າງໃຫ້ກໍາລັງຖັນແຖວພະນັກງານມີຄວາມໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີ ເພື່ອສືບຕໍ່ພະລາກິດປະຕິວັດຂອງພັກເຮົາ ໃຫ້ມີຜົນສໍາເລັດ”.
ຂ່າວ: ສຸພາສະຫວັນ
ພາບ: ຂັນໄຊ