ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອເປັນການຍ້ອງຍໍສັນລະເສີນຕໍ່ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໃນທົ່ວປະເທດໃນໄລຍະ 05 ປີ ( 2016 – 2020 ).
ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍຜົນງານ 05 ປີໃຫ້ບຸກຄົນທີ່ສັງກັດຢູ່ຫ້ອງວ່າການແຂວງຄໍາມ່ວນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2023 ຢູ່ຫ້ອງວ່າການແຂວງໂດຍການເປັນປະ ທານຮ່ວມຂອງທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະ ນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທ່ານ ໝັ້ນຍືນ ຄິນສະໝອນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ເຂົ້າຮ່ວມມີບັນດາສະຫາຍຮອງເຈົ້າແຂວງ , ຄະນະຫ້ອງວ່າການແຂວງ, ຄະນະຂະແໜງຕະຫຼອດເຖິງພະນັກງານວິຊາການແຕ່ລະພາກສ່ວນທີ່ຂຶ້ນກັບຫ້ອງວ່າການແຂວງເຂົ້າຮ່ວມ.
ທ່ານ ນາງ ອາລີ ບົວຈູມ ກໍາມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດສະບັບເລກທີ 160 / ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ ໃຫ້ບຸກຄົນໃນນີ້ ຫຼຽນ ໄຊແຮງງານຊັ້ນ 1 ຈໍານວນ 03 ທ່ານ, ຫຼຽນໄຊແຮງງານຊັ້ນ 2 ຈໍານວນ 04 ທ່ານ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 05 ທ່ານ,ຍິງ 01 ທ່ານ; ຜ່ານດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 369 / ນຍ,ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂັ້ນລັດຖະບານເຊິ່ງໃນນີ້ໄດ້ຮັບໃບຍ້ອງຍໍຂັ້ນລັດຖະບານຈໍານວນ 17 ທ່ານ,ຍິງ 09 ທ່ານ; ໃບຍ້ອງຍໍເຈົ້າແຂວງຈໍານວນ 41 ທ່ານ, ຍິງ 18 ທ່ານ. ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ 1, ຊັ້ນ 2 ແລະ ຊັ້ນ 3 ໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ , ໃຫ້ກຽດມອບໃບຍ້ອງຍໍຂັ້ນລັດຖະບານໂດຍທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ( ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ) ແລະ ໃຫ້ກຽດມອບໃບຍ້ອງຍໍຂັ້ນແຂວງໂດຍທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ( ຜູ້ຊີ້ນໍາວຽກງານເສດຖະກິດ ).
May be an image of 8 people, dais and text
May be an image of 7 people, dais and text