ໃນຕອນເຊົ້າ ຂອງວັນທີ 29 ກໍລະກົດ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ພາຍໃຕ້ການເປັນປະທານ ຂອງທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານ ຄະນະກົມ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ທັງໝົດ ເຂົ້າຮ່ວມ.
ການປະກາດການຈັດຕັ້ງຄັ້ງນີ້, ທ່ານ ຄົມສັນ ໄຊຍະສານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານບັນດາເອກະສານ ຄື: ຄຳສັ່ງຂອງນາຍົກລັດຖະມົນຕີ ຍົກຍ້າຍທ່ານ ລິນຄຳ ດວງສະຫວັນ, ຫົວໜ້າກົມຄົ້ນຄວ້າ-ສັງລວມ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງກະສິກຳ ແລະ ປ່າໄມ້; ຜ່ານດຳລັດຂອງນາຍົກລັດຖະມົນຕີ ແຕ່ງຕັ້ງທ່ານ ສະຖິດ ເພັດສິງເລືອງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ອະນຸມັດໃຫ້ທ່ານ ຄຳຜອງ ແສງປະເສີດ, ຮອງຫົວໜ້າກົມນິຕິກຳ ອອກພັກການ ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ກໍລະກົດ ເປັນຕົ້ນໄປ; ຍົກຍ້າຍທ່ານ ໂພສີ ຈັນມິ່ງ, ຮອງຫົວໜ້າກົມເລຂາ ໄປປະກອບສ່ວນວຽກງານ ຢູ່ກະຊວງສຶກສາທິການ ແລະ ກິລາ; ແຕ່ງຕັ້ງທ່ານ ສີສູນໄທ ແກ້ວໂພໄຊ, ຮອງຫົວໜ້າກົມ, ເລຂາປະຈຳທ່ານນາຍົກລັດຖະມົນຕີ ເປັນຮັກສາການຫົວໜ້າກົມເລຂາ ຫສນຍ.
ໃນຕອນທ້າຍ, ທ່ານເພັດພົມພິທັກ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ກໍ່ຄືຜົນງານ, ຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ ແລະ ອື່ນໆ ຂອງບັນດາທ່ານ ທີ່ໄດ້ຮັບການປະກາດການຈັດຕັ້ງໃນຄັ້ງນີ້. ພ້ອມກັນນັ້ນ, ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ບັນດາສະຫາຍ ທີ່ໄດ້ຮັບການປະກາດລາຍຊື່ ໃນການແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ, ທັງມີການມອບ-ຮັບວຽກໃຫ້ກັນ ແລະ ກັນ ເປັນລາຍລັກອັກສອນ, ມີການປຶກສາຫາລື ແລະ ສົ່ງຂ່າວເຊິ່ງກັນ ແລະ ກັນຄັກແນ່; ສືບຕໍ່ບຸກບືນ, ຖອດຖອນບົດຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມກ້າວໜ້າຢູ່ສະເໝີ; ໃຫ້ບັນດາກົມ ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດ ກັບພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງ ຕໍ່ວຽກງານ, ມີຄວາມສາມັກຄີກັນແໜ້ນແຟ້ນ, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ; ພະນັກງານ-ລັດຖະກອນທັງໝົດ ຈົ່ງເປັນເຈົ້າການ ປະຕິບັດບັນດາມາດຕະການ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ວາງອອກ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍ່ຕ້ອງໄດ້ສຶກສາອົບຮົມຄອບຄົວ-ລູກຫຼານຂອງຕົນ ໃຫ້ມີຄວາມລະມັດລະວັງ ແລະ ເຂົ້າຮ່ວມ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕ່າງໆ ເປັນຢ່າງດີ; ໃຫ້ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຊັບຊ້ອນ ພາຍໃນ ຫສນຍ ຈົ່ງປັບປຸງແບບແຜນວິທີເຮັດວຽກ, ປັບປຸງວຽກງານຂອງກົມ ໃຫ້ດີຂຶ້ນກວ່າເກົ່າ, ມີການຮ່ວມດຳເນີນຊີວິດ ໃຫ້ເປັນປົກກະຕິ, ຮັບປະກັນໄດ້ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ຄວາມວ່ອງໄວ, ທັນສະໄໝ, ປອດໄພ, ໂປ່ງໃສ ແລະ ຍຸຕິທຳ; ໃຫ້ບັນດາອານຸກຳມະການ ທີ່ຮັບຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ v ກະກຽມທາງດ້ານຕ່າງໆ ຕາມການມອບໝາຍ ໃຫ້ມີຜົນສຳເລັດ ໂດຍສະເພາະ ດ້ານເນື້ອໃນ ແລະ ບຸກຄະລາກອນ.
ຂ່າວ,ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ