ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຫໍວາງສະແດງຕໍ່ຕ້ານຢາເສບຕິດຢູ່ສະ ຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາດອນຊາວ ເຂດເສດ ຖະກິດພິເສດ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ເປັນຫ້ອງວາງສະແດງສໍາຄັນທີ່ຕ້ອງການສ່ອງແສງໃຫ້ຄົນຮຸ້ນໝຸ່ມເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນບັນ ຫາລວມຂອງວົງຄະນະຍາດສາກົນ ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ມວນມະນຸດ, ເປັນບໍ່ເກີດຂອງອາຊະຍາກໍາຕ່າງໆ ທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງຊາດ, ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ບຸກຄົນ, ຄອບ ຄົວຜູ້ຕົກເປັນທາດຂອງຢາເສບຕິດ; ສະ ນັ້ນຫໍວາງສະແດງແຫ່ງນີ້ຈີ່ງຮວບຮວມ ແລະ ຈໍາລອງເອົາຢາເສບຕິດປະເພດຕ່າງໆ, ອາການຂອງຜູ້ເສບຢາທີ່ສົ່ງຜົນກະທົບຕໍ່ຮ່າງກາຍ ແລະຈິດໃຈໃນແຕ່ລະໄລຍະ ລວມເຖິງການຈັດຕັ້ງປະຕິບັດວຽກງານຕ້ານຢາເສບຕິດຂອງບັນດາປະເທດໃນພາກພື້ນ ແນໃສ່ເຮັດໃຫ້ຜູ້ເຂົ້າຊົມຮັບຮູ້ໄດ້ເຖິງຄວາມເອົາຈີງເອົາຈັງໃນການແກ້ໄຂບັນຫາຢາເສບຕິດຂອງບັນດາປະເທດ, ສໍາລັບ ສປປ ລາວ ໄດ້ຍົກລະດັບເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ນັບແຕ່ປີ 2021 ເປັນຕົ້ນມາ ເຊິ່ງຕະຫຼອດ 1 ປີຜ່ານມາລັດຖະບານພວກເຮົາ ໄດ້ນໍາພາ, ຊີ້ນຳການຈັດຕັ້ງຜັນຂະຫຍາຍວຽກ ງານດັ່ງກ່າວຢ່າງຈົດຈໍ່ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ສ້າງຄວາມຮັບຮູ້ທົ່ວສັງຄົມ ເປັນຕົ້ນຊາວໜຸ່ມ-ເຍົາວະຊົນ ໃຫ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ, ຜົນຮ້າຍ ແລະຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ໂຄສະນາເຜີຍ ແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງຂອງພັກ, ລັດກ່ຽວກັບບັນຫາຢາເສບຕິດຜ່ານສື່ຕ່າງໆເປັນປົກກະຕິ, ຕໍ່ເນື່ອງ ແລະກວ້າງຂວາງ ເພື່ອສະກັດກັ້ນບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະເພີ່ມຄວາມຮຸນແຮງຂື້ນໃນຕໍ່ໜ້າ.
ຂ່າວ;ພາບ: ຈັນທະສອນ ສີຫານາດ
No photo description available.
May be an image of indoor
May be an image of rose and indoor
No photo description available.
No photo description available.