ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 17 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທັບນັກກິລາກະຕໍ້ທີມຊາດລາວ ອອກເດີນທາງເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ຊີງແຊ໋ມນາໆຊາດ 2 ລາຍການໃຫຍ່ ທີ່ ສປ ຈີນ ຮັບກຽດເປັນເຈົ້າພາບ ຄື: ການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-27 ພະຈິກ 2023 ແລະ ການແຂ່ງຂັນກິລາກະຕໍ້ ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023
ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ ເປັນຜູ້ຈັດການທີມ.
ສຳລັບທັບນັກກິລາກະຕໍ້ທີມຊາດລາວ ເຂົ້າຮ່ວມແຂ່ງຂັນສອງງານດັ່ງກ່າວ ປະກອບມີ ຄະນະນໍາ, ຄູຝຶກ ແລະ ນັກກິລາ ຈໍານວນທັງໝົດ 16 ຄົນ,
ທັບນັກກິລາກະຕໍ້ທີມຊາດລາວ ໃນຊຸດນີ້ ແມ່ນມີນັກກິລາກະຕໍ້ທີມຊາດລາວໃນຊຸດໃຫຍ່ ແລະ ປະສົມປະສານກັບນັກກິລາຮຸ່ນສືບທອດຂອງໂຮງຮຽນພອນສະຫວັນກິລາ-ກາຍະກຳ ຊຶ່ງມີຜົນງານ ຄວ້າ 1 ຫຼຽນຄຳ, 4 ຫຼຽນເງິນ, 7 ຫຼຽນທອງ ລວມ 12 ຫຼຽນ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເມື່ອຕົ້ນປີ 2023 ແລະ ຜົນງານຫຼ້າສຸດ 3 ຫຼຽນທອງ ໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ ສປ ຈີນ ເປັນເຈົ້າພາບ ເມື່ອບໍ່ດົນມານີ້.
ຂ່າວ : ສົງການ ພັນແພງດີ.