ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຂອງສະພາແຫ່ງຊາດ ວັນທີ 22 ມິຖຸນາ 2022 ໂດຍການເປັນປະ ທານຂອງ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພາຍຫລັງທີ່ ບັນດາ ສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ບົດລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດແລ້ວ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປລ) ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນຫລາຍບັນຫາສຳຄັນ ໂດຍສະເພາະການແກ້ໄຂບັນຫາຄະດີຫາຢາເສບຕິດ ໃຫ້ຖືກຕ້ອງ, ສອດ ຄ່ອງ ແລະ ບັນຫາສຳຄັນອື່ນໆ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ຮູ້ວ່າ: ອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄໍາສັ່ງ ເຖິງອົງການໄອຍະການໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີດຳເນີນຂະດີຢາເສບຕິດໃຫ້ເຂັ້ມງວດກວ່າເກົ່າ, ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ສ້າງກົນໄກປະສານງານ, ເຮັດວຽກຮ່ວມກັນໃນການແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້ເຫັນດີໃຫ້ພະນັກງານໄອຍະການແຕ່ລະແຂວງ, ແຕ່ລະເຂດ ສາ ມາດເຂົ້າຮ່ວມຕິດຕາມກວດ ກາການດຳເນີນຄະດີຢາເສບຕິດແຕ່ຫົວທີ ເພື່ອຮັບປະກັນໃຫ້ການກຳເນີນຄະດີ ສອດ ຄ່ອງ ຕາມລະບຽບກົດໝາຍ ແລະ ວ່ອງ ໄວຂຶ້ນກວ່າເກົ່າ. ພ້ອມນັ້ນ, ອົງການໄອຍະການຍັງຈະສຸມໃສ່ອອກຄຳສັ່ງ, ຄຳເນາະນຳ ຂອງອົງການໄອຍະການ ເພື່ອໃຫ້ອົງການປະຊາຊົນແຂວງ ໃນຂອບເຂດທົ່ວປະເທດ ຫັນລົງສູ່ເມືອງ, ສູ່ເຂດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕື່ມກ່ຽວກັບວ່າລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ. ປັດຈຸບັນ ອົງການໄອຍະການກຳລັງສຸມໃສ່ຕີລາຄາຄືນ ການແກ້ໄຂບັນຫາພະນັກງານໄອຍະການເຂດ ໃຫ້ໄປປະຈຳຢູ່ເມືອງ ຫລື ຫັນໄປເປັນພະນັກ ງານໄອຍະການປະຈຳເມືອງ ແຕ່ເພີ່ມບຸກຄະລາກອນ, ເພີ່ມສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບໂຕໄດ້, ປ່ອຍໂຕໄດ້, ຕິດຕາມກວດກາຄ້າຍຄຸມຂັງໄດ້, ຕິດຕາມການປະຕິບັດໜ້າທີ່ຂອງເຈົ້າ ໜ້າທີ່ໄດ້ ຄືກັບອົງການໄອຍະການປະຊາຊົນເຂດ, ພ້ອມທັງ ປັບປຸງຄືນກົນໄກແບບແຜນວິທີເຮັດວຽກ ຂອງອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການປະຈຳແຕ່ລະເມືອງ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.
ສຳລັບ ການຕິດຕາມກວດກາສະຖານທີ່ຄຸມຂັງດັດສ້າງ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ເຊັນບົດບັນທຶກການຮ່ວມມືກັນ ໂດຍໄດ້ຕົກລົງເຫັນດີເປັນເອກະພາບ ໃຫ້ພະນັກງານໄອຍະການ ແລະ ພະນັກງານປະຕິບັດຄຳຕັດສິນຂອງສານ ລົງໄປປະຕິບັດໜ້າທີ່ ຢູ່ສະຖານ ທີ່ດັດສ້າງ ເພື່ອເກັບກຳສະຖິຕິນັກໂທດ, ຜູ້ຕ້ອງຫາ, ເກັບກຳການປັບໃໝຄ່າເສຍຫາຍຕ່າງໆຢູ່ກັບທີ່, ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ໄອຍະການ ກຳໄດ້ສະພາບຂອງນັກ ໂທດ, ຂອງຜູ້ຕ້ອງຫາ, ຂອງຜູ້ຖືກກັກຂັງ, ເຫັນບັນຫາທີ່ເກີດຂຶ້ນ ແລະ ພ້ອມກັນປຶກສາຫາລື ຮ່ວມກັບເຈົ້າໜ້າທີ່ ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໄດ້ຢ່າງທັນການ.
ທ່ານ ໄຊຊະນະ ໂຄດພູທອນ ຍັງໃຫ້ຮູ້ອີກວ່າ: ໃນຕົ້ນເດືອນສິງຫາ 2022 ນີ້, ອົງການໄອຍະການ ຈະທົດລອງສ້າງອົງການໄອຍະການເຂດ ປະຈຳເມືອງປາກງື່ມ ເພື່ອແກ້ໄຂບັນຫາຕ່າງໆ ໂດຍສະເພາະການຈັບ, ການປັບໃໝບໍ່ຖືກຕ້ອງ, ການຕິດ ຕາມກວດກາ, ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຂອງໄອຍະການບໍ່ຮອບດ້ານ, ບໍ່ຄົບຖ້ວນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ສຳລັບ ບຸກຂະລາກອນໃນເບື້ອງຕົ້ນ ແມ່ນ 7 ຄົນ, ຈະປະກອບວັດຖຸ, ອຸປະກອນ, ພາຫະນະ ແລະ ງົບປະມານ ພ້ອມກັບ ປະກອບສິດອຳນາດ ໃຫ້ເຂົາເຈົ້າສາມາດອອກຄຳສັ່ງຈັບໂຕໄດ້, ກວດຄົ້ນໄດ້, ກັກຂັງໄດ້, ປ່ອຍໂຕໄດ້, ສາມາດຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ຄ້າຍກັກຂັງຊົ່ວຄາວ ຂອງເມືອງ, ສາມາດຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງອົງການສືບສວນສອບສວນ ຂອງເຈົ້າໜ້າທີ່ຕຳຫລວດໄດ້, ເຊິ່ງຈະທົດລອງ ຈັດຕັ້ງປະຕິບັດເປັນເວລາ 3 ເດືອນ, ຖ້າການຈັດຕັ້ງປະຕິບັດມີປະສິດທິຜົນ, ຮັບປະກັນການປະຕິບັດໜ້າທີ່ ຖືກຕາມກົດໝາຍ ອົງການໄອຍະການ ຈະເສີມຂະຫຍາຍອອກໄປບັນດາເມືອງ ທີ່ມີພື້ນຖານ, ເງື່ອນໄຂຄົບຖ້ວນ ຕື່ມອີກ.
ຂ່າວ: ທະນູທອງ
ພາບ: ຂັນໄຊ