ບັນດາອະດີດນັກສຶກສາຈາກສະຫະພາບໂຊຫວຽດ ປະຈຳຢູ່ເມືອງຕັດສະເກນ (ປັດຈຸບັນເອີ້ນວ່າ ປະເທດລັດເຊຍ) ເກືອບ 300 ຄົນ ໃນຂອບເຂດທົ່ວປະເທດ ໄດ້ລະດົມນໍ້າໃຈໄດ້ຮັບເງິນຈຳນວນ 14 ລ້ານກວ່າກີບ ນຳໄປຈັດຊື້ອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນຫຼາຍລາຍການ ໄປຊ່ວຍເຫຼືອນັກຮົບເສື້ອຂາວ (ແພດ-ໝໍ) ຈາກ 3 ໂຮງໝໍໃຫຍ່ ກໍຄື ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍມະໂຫສົດ ແລະ ໂຮງໝໍເສດຖາທິຣາດ ເພື່ອຊຸກຍູ້ໃຫ້ມີກຳລັງໃຈໃນການປິ່ນປົວພໍ່ແມ່ປະຊາຊົນ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ໋ໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງໃນສັງຄົມລາວປັດຈຸບັນ.
ພິທີມອບ-ຮັບການຊ່ວຍເຫຼືອມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນຫຼາຍລາຍການຂອງ ກຸ່ມອະດິດນັກສຶກສາຈາກສະຫະພາບໂຊຫວຽດ ປະຈຳຢູ່ເມືອງຕັດສະເກນ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 15 ຕຸລາ ຜ່ານມາ ທີ່ 3 ໂຮງໝໍດັ່ງກ່າວ ນຳໂດຍທ່ານ ດຣ ພູທອນ ວັງກອນວິໄລ ອະດິດອະທິການບໍດີອມະຫາວິທະຍາໄລວິທະຍາສາດສຸຂະພາບ, ຮອງປະທານສະພາຄຸມຄອງວິຊາຊີບປິ່ນປົວ ທັງເປັນປະທານສະມາຄົມນັກສາທາລະນະສຸກສາດລາວ ພ້ອມດ້ວຍຄະນະ ແລະ ມີບັນດາຄະນະອຳນວຍການ, ພະນັກງານທີ່ກ່ຽວຂ້ອງຈາກ 3 ໂຮງໝໍໃຫຍ່ ກໍຄື ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍມະໂຫສົດ ແລະ ໂຮງໝໍເສດຖາທິຣາດ ເຂົ້າຮ່ວມຮັບເອົານໍ້າໃຈຢ່າງປື້ມປິຕິຊົມຊື່ນ.
ທ່ານ ດຣ ພູທອນ ວັງກອນວິໄລ ໃຫ້ສຳພາດວ່າ: ປັດຈຸບັນກຸ່ມອະດິດນັກສຶກສາ ເມືອງຕັດສະເກນ ມີສະມາຊິກຮ່ວມກັນທັງໝົດເກືອບ 300 ທ່ານ, ໃນນັ້ນ ກໍໄດ້ກະແຈກກະຈ່າຍກັນຢູ່ພາຍໃນຂອບເຂດທົ່ວປະເທດ ສະນັ້ນ ເນື່ອງຈາກພະຍາດໂຄວິດ-19 ໄດ້ມີການແຜ່ລະບາດເປັນວົງກວ້າງ ແລະ ຫຼາຍຂະແໜງການໃນລາວ ເວົ້າສະເພາະແມ່ນນັກຮົບເສື້ອຂາວ ທີ່ກຳລັງປະເຊີງໜ້າຕໍ່ສູ້ກັບເຊື້ອພະ ຍາດດັ່ງກ່າວຢ່າງຫ້າວຫັນ ຈຶ່ງເຫັນໄດ້ຄວາມສຳຄັນຢາກປະກອບສ່ວນເປັນວັດຖຸເງິນຄຳ ເພື່ອຍູ້ແຮງໃຫ້ແພດ-ໝໍເຮົາມີກຳລັງໃຈ ຈຶ່ງໄດ້ຮີບໂຮມລະດົມທຶນກັນພາຍໃນກຸ່ມເລີ່ມມາແຕ່ກາງເດືອນກັນຍາຜ່ານມາ ຈົນມາຮອດປັດຈຸບັນກໍສາມາດລະດົມທຶນໄດ້ 14 ລ້ານກວ່າກີບ ໄດ້ນຳໄປຈັດຊື້ວັດຖຸອຸປະກອນທີ່ຈະນຳໃຊ້ໃນແຕ່ລະວັນ ເຊັ່ນຜ້າປິດປາກ ແລະ ອື່ນໆ ໄປຊຸຸກຍູ້ເພື່ອເປັນກຳລັງໃຈໃຫ້ແພດ-ໝໍມີກຳ ລັງໃຈຕໍ່ສູ້ກັບເຊື້ອພະຍາດດັ່ງກ່າວຢ່າງມີໄຊ.ແນວໃດກໍດີ, ຕະຫຼອດໄລຍະ 30 ປີ ຜ່ານມາ ກຸ່ມອະດິດນັກສຶກສາ ເມືອງຕັດສະເກນ ກໍຍັງໄດ້ຮີບໂຮມກັນລະ ດົມທຶນຊ່ວຍສັງຄົມມາຫຼາຍຄັ້ງ ໂດຍສະເພາະໄດ້ໄປຊ່ວຍເຫຼືອພໍ່ແມ່ປະຊາ ຊົນ ທີ່ປະສົບໄພທຳມະຊາດນໍ້າຖ້ວມທີ່ເຂດພາກໃຕ້ ແລະ ໃນຕໍ່ໜ້ານີ້ ກໍຈະພາກັນສືບຕໍ່ຮີບໂຮມລະດົມທຶນຕື່ມອີກ ເພື່ອຈະໄດ້ຊ່ວຍເຫຼືອໃຫ້ແກ່ກະຊວງສາທາລະນະສຸກ. ສຳລັບນໍ້າໃຈໃນການລະດົມທຶນຂອງກຸ່ມອະດິດນັກສຶກສາ ເມືອງຕັດສະເກນ ຊ່ວຍເຫຼືອນັກຮົບເສື້ອຂາວ 3 ໂຮງໝໍໃຫຍ່ໃນຄັ້ງນີ້ ປະກອບມີໄຂ່ 150 ແຕະ, ນໍ້າດື່ມ 120 ແພັກ , ໝີ່ໄວໆ 60 ແກັດ, ຜ້າອັດປາກ 40 ແກັດ ແລະ ອື່ນໆ ລວມມູນຄ່າ 14 ລ້ານກວ່າກີບ.
Cr: ສົງການ

