ໃນລະຫວ່າງວັນທີ 2-7 ພະຈິກ 2022 ນີ້, ໃນນັ້ນ ວັນທີ 4 ພະຈິກ ໄດ້ເຂົ້າຢ້ຽມຢາມທ່ານ ບຸນຍັງ ວໍລະຈິດ, ທ່ານ ຈູມ ມາລີ ໄຊຍະສອນ ເຊິ່ງທັງສອງ ທ່ານຄືອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ ປະຊາຊົນປະ ຕິວັດລາວ, ປະ ທານ ປະເທດແຫ່ງ ສປປ ລາວ, ຢ້ຽມຢາມຄອບຄົວ ທ່ານ ສະໝານ ວິຍະເກດ, ຢ້ຽມ ຢາມໂຮງຮຽນທິດສະ ດີການເມືອງກອງ ທັບ ແລະ ວັນ ທີ 5 ພະຈິກ ເຂົ້າຢ້ຽມຢາມຄອບ ຄົວທ່ານ ສີສະຫວາດ ແກ້ວບຸນພັນ, ຄອບຄົວ ທ່ານ ໄກສອນ ພົມ ວິຫານ ແລະ ຄອບຄົວ ທ່ານ ສຸພານຸວົງ. ໃນການຕ້ອນຮັບເຂົ້າຢ້ຽມ ຢາມຂອງຄະນະອະດີດທະ ຫານອາສາສະໝັກ- ຊ່ຽວຊານການທະ ຫານຊ່ວຍການປະ ຕິວັດລາວຂອງທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຢ່າງຊຸດຊຶ້ງ ທີ່ຄະນະປະສານງານທົ່ວປະ ເທດ ອະດີດທະຫານອາສາສະໝັກ-ຊ່ຽວ ຊານການທະຫານຊ່ວຍການປະຕິວັດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງສອງປະເທດລາວ-ຫວຽດນາມ ເປັນປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ມີສາຍນ້ຳແລະສັນພູຕິດຈອດກັນແຕ່ເໜືອເຖິງໃຕ້, ເປັນປະເທດທີ່ມີຄວາມສາມັກຄີອັນຍິ່ງໃຫຍ່ ໄດ້ກາຍເປັນມູນເຊື້ອອັນດີງາມນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນຮອດ ປັດຈຸບັນ.

ການຢ້ຽມຢາມຄັ້ງນີ້ແມ່ນສຸດທີມີຄວາມໝາຍສຳຄັນ ເຊິ່ງອະດີດທະຫານອາສາສະ ໝັກ-ຊ່ຽວຊານການທະຫານຊ່ວຍ ແມ່ນໜຶ່ງໃນຜູ້ທີ່ຜ່ານຜ່າຄວາມຫຍຸ້ງຍາກລຳບາກອັນລະອິດລະອ້ຽວໃນການຕ້ານການຮຸກຮານໃນສອງດິນແດນ, ສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບອັນແທ້ຈິງ, ເຖິງແມ່ນວ່າອະດີດທະຫານອາສາສະໝັກ-ຊ່ຽວຊານການທະຫານຊ່ວຍການປະຕິວັດລາວຈຳນວນຫຼາຍທ່ານໄດ້ລ່ວງລັບໄປແລ້ວ, ມີຫຼາຍທ່ານໄດ້ເປັນນັກຮົບເກົ່າ ແລະ ອະດີດການນຳ ຍັງສືບຕໍ່ຢ້ຽມຢາມ ສປປ ລາວ, ນີ້ສະແດງໃຫ້ເຫັນເຖິງການເປັນມິດອັນແທ້ຈິງ, ເປັນແບບຢ່າງທີ່ດີໃຫ້ແກ້ຄົນຮຸ່ນຕໍ່ໆໄປ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ວິງດັກເຮືອງ ອະ ດີດທະຫານອາສາສະ ໝັກ-ຊ່ຽວ ຊານການທະຫານຊ່ວຍການປະຕິວັດລາວໄດ້ສະແດງຄວາມຂອບໃຈຢ່າງອົບອຸ່ນ ມາຍັງອະ ດີດການນຳ, ແລະ ຄອບຄົວອະ ດີດການນຳ, ເຊິ່ງ 40 ກວ່າປີ ແຫ່ງການສະຖາປະນາ ສປປ ລາວ, ປະ ເທດລາວແມ່ນມີການ ພັດທະນາຢ່າງໄວວາສົມຄວນ, ເມື່ອຫວນຄືນ 50 ປີກ່ອນ, ປະ ເທດລາວແມ່ນມີຄວາມຫຍຸ້ງຍາກຫຼາຍດ້ານ, ເຊິ່ງສະຫາຍເປັນໜຶ່ງໃນອະ ດີດທະຫານອາສາສະໝັກ-ຊ່ຽວຊານການທະຫານຊ່ວຍການປະຕິວັດລາວ, ເຄີຍເສຍສະລະເຫື່ອແຮງເພື່ອຜືນແຜ່ນດິນສອງຊາດ ຫວຽດນາມ-ລາວ ອັນລະອິດລະອ້ຽວກວ່າຈະມີວັນນີ້. ໃນການມາຢ້ຽມຢາມລາວໃນຄັ້ງນີ້, ສິ່ງທີ່ສະຫາຍພາກພູມໃຈທີ່ສຸດຄື: ເຖິງວ່າວັນເວລາລ່ວງເລີຍໄປ, ອາຍຸກະສຽນບໍ່ສາມາດຢຸດໄວ້ໄດ້, ແຕ່ຄວາມສາມັກຄີ, ຄວາມຄິດຮອດຄິດເຖິງຂອງອ້າຍນ້ອງຮ່ວມຊາ ຕາກຳ ແມ່ນຍັງຝັງຢູ່ໃນໃຈຕະຫຼອດມາ, ເຖິງແມ່ນວ່າສອງຊາດລາວ-ຫວຽດນາມ ຈະມີສັນຕິພາບມາຫຼາຍສິບປີແລ້ວກໍຕາມ, ແຕ່ຄວາມຜູກພັນລະຫວ່າງສອງປະເທດແແມ່ນຍັງແໜ້ນແຟ້ນຄືກັບສະໄໝສອງປະເທດຮ່ວມກັນຕໍ່ສູ້ກູ້ຊາດ, ສະ ຫາຍຫວັງວ່າ ຄົນຮຸ່ນຕໍ່ໆໄປຈະຮັກສາມິດຕະ ພາບອັນລ້ຳຄ່ານີ້ໄວ້ໃຫ້ຢູ່ຄູ່ກັບລູກຫຼານສອງ ຊາດ ຫວຽດນາມ-ລາວຕະຫຼອດໄປ.