ໃນສະໄຫມາສົງຄາມໂລກ ຄັ້ງທີ I ທີ່ເກີດຂຶ້ນໃນປີ 1914, ມີແຮງງານຈີນ 140.000 ຄົນ ຖືກສົ່ງໄປເອີລົບ, ໃນນັ້ນ ລວມມີແຮງງານຈາກເມືອງ ເຫວ໋ໄຫ່ (Weihai) ຫຼາຍກວ່າ 40.000 ຄົນ ເຊີ່ງເປັນການປະກອບສ່ວນສໍາຄັນຕໍ່ໄຊຊະນະຂອງສົງຄາມໂລກຄັ້ງທີ I. ເພື່ອເປັນການຈາລຶກເຖີງໄລຍະເວລາແຫ່ງປະຫວັດສາດດັ່ງກ່າວ, ເມືອງ Weihai ໄດ້ກໍ່ສ້າງຫໍອະນຸສອນຈາລຶກແຮງງານຈີນສະໄໝສົງຄາມໂລກ ຄັ້ງທີ I ຂຶ້ນ ເຊີ່ງເປັນສາຂາໜຶ່ງຂອງຫໍພິພິດຕະພັນ Weihai ຢູ່ສະຖານທີ່ຝຶກອົບຮົມໃນສວນສາທາລະນະ Weihai Haiyuan ເຊີ່ງເປັນຫໍອະນຸສອນທໍາອິດຂອງແຮງ ງານຈີນໃນສົງຄາມໂລກຄັ້ງທີ I.
ຫໍອະນຸສອນດັ່ງກ່າວ ຕັ້ງຢູ່ສວນສາທາລະນະ Haiyuan ມີເນື້ອທີ່ທັງຫມົດ 2.344 ຕາແມັດ ແລະ ມີເນື້ອທີ່ວາງສະ ແດງ 720 ຕາແມັດ ເຊີ່ງສ່ວນໃຫຍ່ເປັນອາຄານໃຕ້ດິນ, ຖ້າເບິ່ງຈາກທາງອາກາດແມ່ນເຫັນເປັນຮູບກາກະບາດທີ່ຊັດ ເຈນ, ພາຍໃນອາຄານມີຫ້ອງວາງສະແດງ, ຮ້ານກາເຟ, ຮ້ານຜະລິດຕະພັນວັດທະນະທໍາ, ພື້ນທີ່ຫ້ອງການ ແລະ ອື່ນໆ.
ຫົວຂໍ້ສໍາຄັນການວາງສະແດງແມ່ນ ” ແຮງງານແມ່ນສິ່ງສັກສິດ”, ເຊິ່ງແບ່ງອອກເປັນ 5 ພາກສ່ວນ ຄື: ການປ່ຽນ ແປງທີ່ຍິ່ງໃຫຍ່ຂອງສັດຕະວັດ, ສະຖານທີ່ທີ່ດີທີ່ສຸດສໍາລັບການຈ້າງງານ, ຫຼາຍພັນກິໂລແມັດເພື່ອໄປຫາກອງທັບ, ສະ ຖານທີ່ທີ່ຈະໄດ້ຮັບການສົ່ງກັບຄືນປະເທດ ແລະນໍ້າທະເລທີ່ສູງຂຶ້ນຂອງຕາເວັນອອກ.
ວັດຖຸບູຮານທາງດ້ານວັດທະນະທໍາເກືອບ 200 ຊະ ນິດໄດ້ນໍາມາວາງສະແດງອອກຢ່າງເປັນລະບົບ ເຊັ່ນ: ສາຍແຂນທອງແດງຂອງຄົນງານຈີນ, ປ້າຍຫມວກ, ເອກະສານ, ປື້ມບັນທຶກ ແລະ ຫຼຽນຄໍາທີ່ລະນຶກ ໄດ້ສະແດງໃຫ້ເຫັນປະຫວັດຂອງຜູ້ອອກແຮງງານຈີນ 140.000 ຄົນ ທີ່ມຸ່ງໜ້າສູ່ໄປທາງທິດຕາເວັນຕົກຂອງສົງຄາມໂລກຄັ້ງທີ I. ນັບແຕ່ເປີດຫ້ອງອະນຸສອນດັ່ງກ່າວມາໄດ້ດົນສົມຄວນ ມີນັກທ່ອງ ທ່ຽວໄປຢ້ຽມຊົມສະເລ່ຍຫຼາຍກວ່າ 200.000 ຄົນຕໍ່ປີ.
ປັດຈຸບັນ, ຫໍອະນຸສອນຈາລຶກແຮງງານຈີນສະໄໝສົງ ຄາມໂລກ ຄັ້ງທີ I ແຫ່ງນີ້ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ່ສໍາຄັນຂອງເມືອງ Weihai ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພາະນອກຈາກໄດ້ຊົມບັນ ດາຮູບພາບໃນຫໍດັ່ງກ່າວທີ່ສະແດງໃຫ້ເຫັນເຖີງນໍ້າໃຈແຫ່ງຄວາມເສຍສະຫລະຂອງແຮງງານຈີນ 140.000 ຄົນໃນສະໄໝສົງຄາມໂລກ ຄັ້ງທີ I, ນັກທ່ອງທ່ຽວຍັງໄດ້ຊົມທີວທັດທໍາມະຊາດ ແລະ ຖ່າຍຮູບເກັບໄວ້ເປັນທີ່ລະນຶກເພາະສະຖານທີ່ດັ່ງກ່າວຕິດແຄມທະເລທີ່ມີທີວທັດສວຍງາມ ແລະ ຖືເປັນບ່ອນພັກຜ່ອນທີ່ດີອີກແຫ່ງໜຶ່ງຂອງເມືອງ Weihai ທີ່ນັກທ່ອງທ່ຽວບໍ່ສາມາດພາດໂອກາດໄດ້ເມື່ຶອໄດ້ເດີນທາງໄປທ່ອງທ່ຽວເມືອງດັ່ງກ່າວ.
Cr: BT
Loading...