ໃນວັນທີ 23 ມິຖຸນາ 2022 ນີ້ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ແຂວງກອນຕູມ ສສ ຫວຽດນາມ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈໍາການຮ່ວມມືຊ່ວຍເຫຼືອວຽກງານກູ້ຊີບ,ກູ້ໄພທາງທໍາມະຊາດ,ພິທີລົງນາມບົດບັນທຶກຊ່ວຍຈໍາໄດ້ຈັດຂື້ນທີ່ຫໍປະຊຸມໃຫຍ່ຂອງແຂວງ,ຕາງໜ້າໃຫ້ແຂວງອັດຕະປື ຮ່ວມລົງນາມເຊັນບົດບັນທຶກໂດຍທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື,ຝ່າຍແຂວງກອນຕູມລົງນາມເຊັນບົດບັນທຶກໂດຍທ່ານ ຫງວຽນ ຫືວ ຖາບ ຮອງປະທານຄະນະກໍາມະການປະຊາຊົນ ແຂວງກອນຕູມ,ໂດຍມີຄະນະນໍາທັງສອງແຂວງເຂົ້າຮ່ວມເປັນສັກຂີພິຍາຍ.
ສໍາລັບເນື້ອໃນບົດບັນທຶກຊ່ວຍຈໍາການຮ່ວມມືຊ່ວຍເຫຼືອວຽກງານກູ້ຊີບ,ກູ້ໄພທາງທໍາມະຊາດ ທີ່ສອງ ແຂວງອັດຕະປື ແລະ ແຂວງກອນຕູມ ໄດ້ເຊັນກັນຄັ້ງນີ້ ແມ່ນເພື່ອເປັນການເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້ປັບປຸງຟື້ນຟູບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຈໍາກັດ,ບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ,ຄວາມສາມາດຂອງແຕ່ລະແຂວງ,ສອງຝ່າຍ ໄດ້ເອກະພາບເນື້ອໃນການຮ່ວມມື ເພື່ອຜັນຂະຫຍາຍອະນຸສັນຍາ ວ່າດ້ວຍການຊ່ວຍເຫຼືອກູ້ຊີບຊ່ວຍເຫຼືອໃຫ້ພົ້ນໄພອັນ ຕະລາຍ ຈາກໄພທຳມະຊາດໃຫ້ມີປະສິດທິຜົນ ລະຫວ່າງກະຊວງປ້ອງກັນປະ ເທດ ແຫ່ງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກັບ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ລົງນາມຮ່ວມກັນໃນຄັ້ງວັນທີ 12 ທັນວາ 2021 ທີ່ ແຂວງກວາງຈີ້ ສສ ຫວຽດນາມ,ເຊິ່ງທັງສອງແຂວງ ອັດຕະປື ແລະ ແຂວງກອນຕູມ ໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື,ກໍານົດກົນໄກການຈັດຕັ້ງປະຕິບັດງານ,ກໍານົດວັນເວລາ,ສະຖານທີ່,ບຸກຄະລາກອນ,ພາຫານະຮັບໃຊ້ ແລະ ອື່ນໆເຂົ້າໃນວຽກງານການຝຶກຊ້ອມການຊ່ວຍເຫຼືອກູ້ຊີບ,ຊ່ວຍເຫຼືອໃຫ້ພົ້ນໄພອັນຕະລາຍ ຈາກໄພທຳມະຊາດ ໃຫ້ປະກົດຜົນເປັນຈິງ ເເລະ ມີປະສິດທິຜົນສູງ.ທັງນີ້ ກໍ່ເພື່ອເປັນການກະກຽມສະເຫຼີມສະຫຼອງ ປີສາມັກຄີ ພິເສດລາວ- ຫວຽດນາມ ກໍ່ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ,ທັງເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມື ຮອບດ້ານອັນດີງາມລະຫວ່າງສອງພັກ-ສອງລັດ ເວົ້າລວມ,ເວົ້າສະເພາະກໍ່ຄືສອງແຂວງອັດຕະປື-ແຂວງ ກອນຕູມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ວັດທະນາ


