ໃນວັນທີ 23 ກັນຍາ 2022ນີ້ ທີ່ຫ້ອງປະ ຊຸມໂຮງແຮມຮວ່ງແອ໋ງ ອັດຕະປື ພະແນກກະສິກຳ ແລະປ່າໄມ້ ແຂວງອັດຕະປື ສປປ ລາວ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກອນຕູມ ສສ ຫຽດນາມ ໄດ້ຈັດກອງປະຊຸມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທືກຊ່ວຍຈໍາ ການຮ່ວມມືກ່ຽວກັບການເພີ່ມທະວີການຄຸ້ມຄອງ,ປົກປັກຮັກສາປ່າໄມ້ ຢູ່ເຂດຊາຍແດນຕິດຈອດຂອງສອງແຂວງ,ຝ່າຍແຂວງອັດຕະປື ເຂົ້າ ຮ່ວມມີທ່ານ ເພັດທະນົງສັກ ຄໍາພູນວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ ແຂວງອັດຕະປື ພ້ອມຄະນະ,ຝ່າຍແຂວງ ກອນຕູມ ເຂົ້າຮ່ວມມີທ່ານ ຟ້າມ ຊວນຂັນ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກອນຕູມ ພ້ອມຄະນະ.
ຢູ່ໃນວາລະຂອງກອງປະຊຸມທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານ ແລະ ຕິລຄາຄືນຜົນການຈັດຕັ້ງປະຕິບັດ ເນື້ອໃນບົດບັນທືກຊ່ວຍຈໍາ ການຮ່ວມມືກ່ຽວກັບການເພີ່ມທະວີການຄຸ້ມຄອງ,ປົກປັກຮັກສາ ປ່າໄມ້ຢູ່ເຂດຊາຍແດນຕິດຈອດຂອງສອງແຂວງ. ໂດຍສະເພາະການຄຸ້ມຄອງ,ປົກປັກຮັກສາປ່າໄມ້,ເຄື່ອງປ່າຂອງດົງ ແລະ ພັນພືດ ແມ່ນໄດ້ຮັບການເອົາໃຈໃສ່ ເປັນພິເສດຈາກຫຼາຍພາກສ່ວນ ເປັນຕົ້ນ: ອຳ ນາດການປົກຄອງທຸກຂັ້ນ,ໃນນັ້ນ ພະ ແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ແລະ ພະແນກກະສິກຳ ແລະ ພັດທະ ນາຊົນະບົດ ແຂວງກອນຕູມ ໄດ້ມີການຈັດກອງປະຊຸມຮອບວຽນ ກ່ຽວກັບການຮ່ວມມືປ້ອງກັນປ່າໄມ້ ເຂດຊາຍແດນຂຶ້ນຈໍານວນ 3 ຄັ້ງ ແລະ ກອງກວດກາປ່າໄມ້ແຂວງອັດຕະປື ທີ່ປະຈໍາຢູ່ດ່ານ ໄດ້ກວດກາເອກະສານການເຄື່ອນຍ້າຍໄມ້,ຜະ ລິດຕະພັນໄມ້ ທີ່ສົ່ງອອກໄປ ສສ ຫວຽດນາມ ໃນໄລຍະຜ່ານມາ ຈຳນວນ 288 ຄັ້ງ,ບໍ ລິມາດໄມ້ ຈໍານວນ 43.422 ກວ່າແມັດກ້ອນ,ກວດກາການເຄື່ອນຍ້າຍສັດປ່າ ທີ່ຜິດກົດໝາຍ ໄດ້ກັກຢຶດຊິ້ນສ່ວນສັດປ່າຈໍານວນ 289 ກິໂລກະລາມ,ຈາກນັ້ນ ຜູ້ແທນທັງສອງຝ່າຍໄດ້ປະກອບຄິດເຫັນແລກປ່ຽນບົດຮຽນ ເຊິ່ງ ແລະ ກັນ,ພ້ອມທັງໄດ້ວາງແຜນການສືບຕໍ່ການຮວ່ມມືກ່ຽວກັບການເພີ່ມທະວີການຄຸ້ມຄອງ,ປົກປັກຮັກສາ ປ່າໄມ້ ຢູ່ເຂດຊາຍແດນຂອງສອງແຂວງ,ໂອກາດດັ່ງກ່າວທັງສອງຝ່າຍ ຍັງໄດ້ເປັນເອກະພາບລົງນາມເຊັນບົດບັນທືກຊ່ວຍຈໍາທັງຝາຍຕື່ມ ,ເພື່ອເປັນບ່ອນອີງຂອງການຮ່ວມມືດ້ານວຽກງານຄຸ້ມ ຄອງ ແລະ ປົກປັກຮັກສາປ່າໄມ້,ເຄື່ອງປ່າຂອງດົງ ແລະ ພັນພືດ ຕາມບໍລິເວນຊາຍແດນ.
ຂ່າວ: ໄຊຈະເລີນ
May be an image of 2 people and people standing
May be an image of 10 people, people sitting, people standing and indoor
May be an image of 6 people and indoor
Loading...