ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ມີນາ 2023 ແຂວງອັດຕະປື ໄດ້ກອງປະຊຸມ ສະຫຼຸບການຈັດຕັັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ຂຶ້ນທີ່ຫ້ອງວ່າການປົກຄອງແຂວງ,ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ມີພະແນກການອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ .
ໃນກອງປະຊຸມພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປີຜ່ານມາ,ໃນນັ້ນ: ວຽກງານສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະເປັນສິນຄ້າສົ່ງອອກ, ສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ,ໄດ້ສົ່ງເສີມການຜະລິດເປັນສິນຄ້າ ຕາມທ່າແຮງ ແລະ ຄວາມຕ້ອງການຂອງຕະຫຼາດ,ຊຶ່ງສາມາດປະຕິບັດໄດ້ 52 ພັນກວ່າເຮັກຕາ,ເນື້ອທີ່ເສຍຫາຍຈາກນໍ້າຖ້ວມມີ 658 ເຮັກຕາ,ເນື້ອທີ່ເກັບ ກ່ຽວຕົວຈິງມີ 51 ພັນກວ່າເຮັກຕາ,ຜົນຜະລິດລວມໄດ້ 1 ລ້ານ 3 ແສນກວ່າໂຕນ,ເທົ່າກັບ 95%ຂອງແຜນການທີມະຕິສະພາຮັບຮອງ,ວຽກງານສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ ສາມາດເກັບລາຍຮັບງົບປະມານໄດ້ 398 ຕື້ກວ່າກີບ,ລື່ນແຜນ 126 ກວ່າ%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 71 ກວ່າຕື້ກີບ,ທຽບໃສ່ແຜນສູ້ຊົນຂອງແຂວງ ປະຕິບັດໄດ້ລື່ນແຜນ 88 ກວ່າ%,ວຽກສົ່ງເສີມການປະຢັດ,ຕ້ານການຟຸມເຟືອຍ,ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະທດ ສະພາບການລົງທຶນລວມທົ່ວສັງຄົມ ທຶນຈາກງົບປະມານພາຍໃນ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ,ທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ,ການສະໜອງສິນເຊື່ອຂອງທະນາຄານ ປະຕິບັດໄດ້ 3.412 ກວ່າຕື້ກີບ,ລື່ນແຜນ 116% ທີ່ມະຕິສະພາຮັບຮອງ,ນອກນັ້ນຍັງໄດ້ລາຍງານກ່ຽວກັບການອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ໂດຍຜ່ານກົນໄກປະຕູດຽວ,ລາຍງານກ່ຽວກັບການສ້າງສະຖຽນລະພາບດ້ານເງິນຕາ ແລະ ລາຍງານກ່ຽວກັບການຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ .
ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນ ເຂົ້າໃສ່ການລາຍງານ ວຽກງານແຕ່ລະຈຸດສຸມ ເພື່ອເຮັດໃຫ້ ທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນຕໍ່ໜ້າ ໃຫ້ເປັນແຜນວຽກ ແລະໂຄງການ ເພື່ອຮັບປະກັນໃຫ້ວຽກງານຈຸດສຸມທີ່ກຳນົດໄວ້ມີຜົນສໍາເລັດ ແລະເປັນຮູບປະທຳ .
ຂ່າວ: ສິດຕິພອນ