ໃນວັນທີ 20 ເມສາ 2022 ນີ້ທີ່ຫ້ອງວ່າການປົກຄອງແຂວງ ອັດ ຕະປື ໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະແຕ່ປີ 2022-2026 ລະຫວ່າງ ອົງການປົກຄອງແຂວງ ອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກຳ ມະການປະຊາຊົນແຂວງ ແຄ໋ງຮວ່າ ແຫ່ງ ສສ ຫວຽດນາມ,ຝ່າຍແຂວງອັດຕະປື ນໍາໂດຍສະຫາຍນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ອັດຕະປື ພ້ອມຄະນະ,ຝ່າຍແຂວງ ແຄ໋ງຮວ່າ ນໍາໂດຍສະຫາຍ ຮ່າ ກວັກ ຈີ້ ຮອງເລຂາພັກແຂວງ ແຄ໋ງຮວ່າ ພ້ອມຄະນະ.
ເຊິ່ງກ່ອນການເຊັນບົດບັນທຶກ ທັງສອງຝ່າຍກໍ່ໄດ້ລາຍງານສະ ພາບການພັດທະນາເສດຖະ ກິດ- ສັງຄົມໃຫ້ກັນຊາບ ແລະ ໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກ ປ່ຽນບົດຮຽນ ພ້ອມທັງທົບທວນຄືນຜົນການຮ່ວມມືໃນໄລຍະທີ່ຜ່ານມາຂອງສອງແຂວງ, ອັດຕະປື-ແຄ໋ງຮວ່າ,ເຊິ່ງເຫັນວ່າຕະຫຼອດໄລຍະທີ່ຜ່ານມາທັງສອງແຂວງ ແມ່ນໄດ້ມີການພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ທັງສອງແຂວງໄດ້ເອົາໃຈໃສ່ເພີ່ມ ພູນຄູນສ້າງຄວາມສາມັກຄີ ມີ ການແລກປ່ຽນຖອດຖອນບົດຮຽນນໍາກັນຢູ່ເປັນປະຈໍາ ແລະ ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມ ຕີຈິດມິດຕະພາບ ແລະ ການຮ່ວມ ມືຮອບດ້ານບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່າທຽມກັນ.
ໂອກາດດັ່ງກ່າວທັງສອງຝ່າຍ ກໍ່ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມືໄລຍະປີ 2022- 2026 , ເຊິ່ງເນື້ອໃນບົດບັນທຶກໄດ້ລະບຸໄວ້ວ່າ: ທັງສອງຝ່າຍ ກໍ່ຄືສອງແຂວງ ອັດຕະປື ແລະ ແຂວງ ແຄ໋ງຮວ່າ ຈະສືບຕໍ່ການແລກ ປ່ຽນບົດຮຽນຂອງຄະນະຜູ້ແທນຂອງສອງແຂວງ,ສືບຕໍ່ການຮ່ວມ ມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນ,ການຮ່ວມມືໃນຂົງ ເຂດກະສິກຳ ແລະ ການປະມົງ, ສືບຕໍ່ຮ່ວມືໃນຂົງເຂດສາທາລະ ນະສຸກ,ຂົງເຂດຍຸຕິທຳ,ຂົງເຂດວັດທະນະທຳ,ກິລາ,ການທ່ອງ ທ່ຽວ,ການກໍ່ສ້າງຊັບພະຍາກອນມະນຸດ,ການແລກປ່ຽນການທູດປະຊາຊົນ ແລະ ເພີ່ມທະວີການເຄື່ອນໄຫວແລກປ່ຽນການທູດປະຊາຊົນ.ເຊິ່ງການເຊັນບົດບັນທຶກຊ່ວຍຈຳການຮ່ວມມືດັ່ງກ່າວ ກໍ່ເພື່ອຈຸດໝາຍລວມຂອງສອງພັກສອງລັດ ເວົ້າລວມເວົ້າສະເພາະ ກໍ່ຄືປະຊາຊົນທັງສອງແຂວງ ອັດຕະປື ແລະ ແຂວງ ແຄ໋ງຮວ່າ ໃຫ້ມີຄວາມຢູ່ດີກິນດີຕະຫຼອດໄປ.
ຂ່າວ: ສິດຕິພອນ

