ທ່ານ ນາງ ຈັນເພັນ ມະນີແສງ, ຫົວໜ້າກົມປົກປ້ອງແຮງ ງານ, ສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ໃນໂອກາດກ່າວຄໍາເຫັນໃນພິທີຖະແຫລງຂ່າວກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີການປິດໂຮງຈັກ-ໂຮງງານຊົ່ວ ຄາວ, ບາງແຫ່ງໄດ້ປິດຕົວລົງຍ້ອນໄດ້ຮັບຜົນກະທົບໜັກໜ່ວງ, ບາງແຫ່ງມີການຍົກເລີກ ຫລື ຫລຸດຜ່ອນກໍາລັງແຮງງານລົງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງ ແລະ ກາຍເປັນຜູ້ວ່າງງານ. ປັດຈຸບັນ ເຖີງວ່າລັດຖະບານ ມີມາດຕະ ການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ແລ້ວກໍຕາມ ແຕ່ບາງໂຮງຈັກ-ໂຮງງານ ຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ ຈິ່ງເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ແລະ ເຮັດໃຫ້ອັດຕາການວ່າງງານຢູ່ ສປປ ລາວ ເພີ່ມຂຶ້ນ ຈາກ 9,24% ມາເປັນ 21,8% ໃນປີ 2021 ຜ່ານມາ ໂດຍມີຜູ້ວ່າງງານຫລາຍກວ່າ 400.000 ຄົນ.
ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ສະພາບການທີ່ເກີດຂຶ້ນ, ອົງການກໍາມະບານລາວ ໃນນາມເປັນຕົວແທນປົກປ້ອງຜູ້ອອກ ແຮງງານສຸດທີ່ມີຄວາມເປັນຫວ່ງເປັນໄຍ ໂດຍໄດ້ເຄື່ອນ ໄຫວຕິດຕາມໃຫ້ກໍາລັງໃຈ ແລະ ຊ່ວຍເຫລືອຜູ້ອອກແຮງ ງານຢູ່ບັນດາໂຮງຈັກ-ໂຮງງານຕາມຄວາມສາມາດຕົວຈິງ. ສ່ວນການແກ້ໄຂບັນຫາການວ່າງງານທີ່ເພີ່ມຂຶ້ນ ອົງການກໍາມະບານລາວ ຈະຮ່ວມກັບທຸກຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມການຈັດຫາງານດ້ວຍຫລາຍຮູບແບບເພື່ອໃຫ້ຜູ້ວ່າງງານ ສາມາດເຂົ້າເຖີງການຈ້າງງານ, ເຊີ່ງໃນລະຫວ່າງວັນທີ 16-20 ມີນາ 2022 ສູນກາງກໍາມະບານລາວ ຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ຈະຈັດງານມະ ຫາກໍາສົ່ງເສີມແຮງງານລາວ 2022 ເຊີ່ງເປັນງານສົ່ງເສີມແຮງງານລາວໃຫຍ່ຄັ້ງທໍາອິດຢູ່ປະເທດ ຄາດວ່າຈະເປັນໂອກາດດີໃຫ້ຜູ້ວ່າງງານໄດ້ເຂົ້າເຖີງການຈ້າງງານຕາມຄວາມສາມາດຂອງຕົນໄດ້ຫລາຍສົມຄວນ.
ອີງຕາມການຊີ້ແຈງຂອງ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ:
ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຮງງານລາວ ຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ. ໃນຂະນະທີຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ມີຈໍານວນ 496.000 ຄົນ, ເທົ່າກັບ 21,8%, ໃນນີ້ ກັບມາ ຈາກຕ່າງປະເທດ 56.918 ຄົນ ແລະ ວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ອັດຕາການວ່າງງານດັ່ງກ່າວນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ວາງຄາດໝາຍໂດຍຈະຮ່ວມກັບພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຫລຸດລົງເຫລືອ 19,4% ພາຍໃນປີ 2022 ນີ້.
Cr: ມົດແດງນ້ອຍ