ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນ ຢູ່ສູນຂ່າວຫຼັກງານກິລາໂອລິມປິກລະດູໜາວປັກກິ່ງໃນວັນທີ 12 ກຸມພານີ້, ທ່ານມັກ ອາດາມສ ໂຄສົກຄະນະກຳມະການໂອລິມປິກສາກົນກ່າວວ່າ: ກ່ອນວັນທີ 10 ກຸມພານີ້, ມີຜູ້ຊົມ 515 ລ້ານຄົນຢູ່ແຜ່ນດິນໃຫຍ່ ແລະ ເຂດມາເກົາຈີນໄດ້ຮັບຊົມງານກິລາໂອລິມປິກລະດູໜາວປັກກິ່ງໂດຍຜ່ານ CCTV ຈີນ; ຢູ່ອາເມຣິກາ, ມີຜູ້ຊົມຫຼາຍກວ່າ 100 ລ້ານຄົນໄດ້ຮັບຊົມງານກິລາໂອລິມປິກລະດູໜາວປັກກິ່ງໂດຍຜ່ານເຄືອຂ່າຍທົ່ວໂລກຂອງບໍລິສັດກະຈາຍສຽງທົ່ວປະເທດອາເມຣິກາ ຫຼື NBC.
ໃນວັນທີ10 ກຸມພານີ້, ທ່ານຢຽນນິສ ເອກຊາໂຄສ ຫົວໜ້າຝ່າຍບໍລິຫານຂອງບໍລິສັດບໍລິການການຖ່າຍທອດໂອລິມປິກ ຫຼື OBS ເຄີຍກ່າວວ່າ: ງານໂອລິມປິກລະດູໜາວປັກກິ່ງໄດ້ກາຍເປັນງານໂອລິມປິກລະດູໜາວທີ່ມີອັດຕາຮັບຊົມທາງໂທລະພາບສູງທີ່ສຸດໃນປະຫວັດສາດ, ສ່ວນຢູ່ຕາມສື່ດີຈີຕອນທີ່ສັງກັດບໍລິສັດກະຈາຍສຽງທົ່ວປະເທດອາເມ ຣິກາ ຫຼື NBC, ງານກິລາໂອລິມປິກລະດູໜາວປັກກິ່ງກໍໄດ້ກາຍເປັນງານກິລາໂອລິມປິກລະດູໜາວທີ່ມີອັດຕາຮັບຊົມທີ່ສູງທີ່ສຸດໃນປະຫວັດສາດ.
May be an image of 2 people and people skiing
May be an image of 2 people and people skiing
Loading...