ເຫື່ອບົ່ງບອກອາການຂອງໂຣກໄດ້ ຫາກເຮົາຮູ້ຈັກສັງເກດຕົນເອງ ກໍ່ຈະຮູ້ວ່າມີອາການຜິດປົກກະຕິຫຍັງແດ່ເກີດຂຶ້ນກັບສຸຂະພາບຂອງເຮົາ. ການທີ່ເຫື່ອອອກຫຼາຍ ຫຼື ອອກຫຼາຍຈົນຜິດປົກກະຕິ ກໍ່ເປັນອາການທີ່ບົ່ງບອກໂຣກໄດ້ເຊັ່ນກັນ. ເຫື່ອທີ່ອອກມາຈາກຮ່າງກາຍເຮົານັ້ນ ເກີດຂຶ້ນເມື່ອຮ່າງກາຍໄດ້ສຳຜັດສິ່ງກະຕຸ້ນ 2 ຢ່າງຄື: ຄວາມຮ້ອນ ແລະ ອາລົມ. ສະນັ້ນໂຣກທີ່ເຮັດໃຫ້ເຫື່ອອອກຫຼາຍທີ່່ສຸດໄດ້ແກ່:
ໂຣກຄຽດ: ລັກສະນະຂອງເຫື່ອທີ່ອອກມາຈາກບໍລິເວນຝ່າມື, ຝາຕີນ ແລະ ໜ້າຜາກ ອາດຈະມີອາການອື່ນໆຮ່ວມມານຳເຊັ່ນ: ໃຈສັ່ນ, ຊີບພະຈອນເຕັ້ນໄວ ແລະ ມືສັ່ນ.
ຕ່ອມໄທຣອຍເປັນພິດ ຫຼື ຄໍພອກ ຈະມີເຫື່ອຊືມອອກມາທົ່ວຕົວ ແລະ ບໍລິເວນຝາມືທັງສອງຂ້າງ ອາດມີອາການຫງຸດຫງິດ, ມືສັ່ນ, ຕົກໃຈງ່າຍ, ຜົມຫຼົ່ນ ແລະ ມັກຫິວນໍ້າເລື້ອຍໆ
ວັນນະໂຣກ: ເຫື່ອອອກມາຫຼາຍທົ່ວລຳຕົວໃນເວລາກາງຄືນ ສະຫຼັບກັບມີອາການໄອຊໍ້າເຮື້ອຮ່ວມດ້ວຍ.
ໂຣກເບົາຫວານ: ຈະມີເຫື່ອຊືມທົ່ວຕົວໂດຍສະເພາະຝາມື, ຝາຕີນ, ໃຈສັ່ນ, ເມື່ອຍຫອບຄ້າຍຈະເປັນລົມ
ໂຣກຫົວໃຈ: ຈະມີອາການເຫື່ອແຕກຮ່ວມໃຈສັ່ນ ເມື່ອຍຫອບຂະນະອອກກຳລັງກາຍ ຫາກມີອາການແໜ້ນໜ້າເອິກ, ເຫື່ອອອກຕາມນິ້ວມືນິ້ວຕີນທຸກຄັ້ງທີ່ອອກກຳລັງກາຍ ສ່ຽງຕໍ່ການເປັນໂຣກຫົວໃຈສູງ.
ເຖິງແມ່ນວ່າອາການເຫື່ອທີ່ບົ່ງບອກອອກມານັ້ນ ອາດຈະຍັງບໍ່ໄດ້ເປັນການກະລັນຕີວ່າ ທ່ານປ່ວຍເປັນໂຣກຫຍັງແດ່ ເພາະມັນຈະຕ້ອງໄດ້ເບິ່ງປັດໃຈອື່ນໆຮ່ວມນຳ ແຕ່ຫາກມີອາການເຫື່ອອກຜິດປົກກະຕິ ຄວນເບິ່ງແຍງສຸຂະພາບ ແລະ ຫາວິທີປ້ອງກັນ ແລະ ຄວນໄປພົບແພດເພື່ອກວດຮ່າງກາຍ.